ຄະນະໄດ້ມາຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດ ທີ່ບັນດາກົມກອງ, ຄື:  ກອງບັນຊາການທະຫານແຂວງ Kampong Thom,  ກອງບັນຊາການສັນຕິລາດແຂວງ  Kratie; ກອງບັນຊາການທະຫານແຂວງ  Kratie; ກອງພັນ 4 ຂຶ້ນກັບກອງບັນຊາການທະຫານແຂວງ  Kratie.

ໃນໂອກາດນີ້, ຄະນະໄດ້ໄປຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ; ຢ້ຽມຢາມ, ມອບຂອງຂວັນລະດົມກໍາລັງໃຈກອງ K72 (ກອງບັນຊາການທະຫານແຂວງດົ່ງນາຍ) ທີ່ພວມປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ ຢູ່ກໍາປູເຈຍ.

leftcenterrightdel
ຄະນະປະຕິບັດງານຂອງກອງບັນຊາການທະຫານແຂວງດົ່ງນາຍ ອວຍພອນບຸນປີໃໝ່ກອງບັນຊາການທະຫານແຂວງ Kampong Thom. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານພັນເອກພິເສດ ຫວໍແທັ່ງແຢັງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທນະເສດຖະກິດ-ສັງຄົມ, ການຮັບປະກັນປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງດົ່ງນາຍ ປີ 2025, ເປັນຕົ້ນແມ່ນພາຍຫຼັງການໂຮມແຂວງກັນ; ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວດ້ານການທະຫານ, ການປ້ອງກັນຊາດ, ປ້ອງກັນຊາຍແດນຂອງແຂວງດົ່ງນາຍ.

ທ່ານພັນເອກພິເສດ ຫວໍແທັ່ງແຢັງ ຢືນຢັນວ່າ, ສາຍພົວພັນການຮ່ວມມືພັດທະນາລະຫວ່າງແຂວງດົ່ງນາຍ ກັບບັນດາແຂວງຂອງກໍາປູເຈຍ ເຊິ່ງໂດຍກົງແມ່ນແຂວງ Kampong Thom ແລະແຂວງ  Kratie ນັບມື້ນັບແໜ້ນແຟ້ນ, ຮັກສາເນື້ອໃນການຮ່ວມມື, ແຮກສ່ຽວເປັນຢ່າງດີ; ແລກປ່ຽນສະພາບການເປັນປົກກະຕິ, ສົມທົບກັນໃນວຽກງານທຸກດ້ານ, ເປັນຕົ້ນແມ່ນການໜູນຊ່ວຍ, ກວດພະຍາດ, ແຈກຢາໂດຍບໍ່ເສຍຄ່າ, ມອບຂອງຂວັນໃຫ້ແກ່ກອງທັບ ແລະປະຊາຊົນກໍາປູເຈຍ.

leftcenterrightdel
ທ່ານພັນເອກພິເສດ ຫວໍແທັ່ງແຢັງ ມອບຂອງຂວັນໃຫ້ແກ່ກອງ  K72. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານພັນເອກພິເສດ ຫວໍແທັ່ງແຢັງ ສະແດງຄວາມຂອບໃຈມາຍັງກຳລັງປະກອບອາວຸດ ແລະປະຊາຊົນກຳປູເຈຍ ທີ່ໄດ້ໜູນຊ່ວຍ, ຊ່ວຍເຫຼືອ ເພື່ອໃຫ້ກອງ K72 ຂອງກອງບັນຊາການທະຫານແຂວງດົ່ງນາຍ ປະຕິບັດສຳເລັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ກຳປູເຈຍ ໃຫ້ເປັນຢ່າງດີ; ແລະສະແດງຄວາມປາດຖະໜາຢາກສາຍພົວພັນການຮ່ວມມືຮອບດ້ານ, ເປົນຕົ້ນແມ່ນໃນຂົງເຂດປ້ອງກັນຊາດລະຫວ່າງກອງບັນຊາການທະຫານແຂວງດົ່ງນາຍ ກັບກອງບັນຊາການທະຫານເຂດແຂວງ  Kampong Thom ແລະແຂວງ Kratie  ພ້ອມກັບບັນດາກົມກອງຂຶ້ນກັບ ສືບຕໍ່ພັດທະນາຢ່າງແຂງແຮງ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ປະກອບສ່ວນຮັກສາສາຍພົວພັນອັນດີງາມລະຫວ່າງສອງກອງທັບ, ສອງປະເທດ.

ໂດຍ: ທູຈາງ