ຕອນບ່າຍວັນທີ 20 ມີນາ, ກ່າວຄໍາເຫັນທີ່ພິທີປິດຊຸດຝຶກອົບຮົມ, ທ່ານພັນເອກພິເສດ ຫງວຽນຍືແກ໋ງ, ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ  ໃຫ້ຮູ້ວ່າ ນີ້ແມ່ນຊຸດຝຶກອົບຮົມລົງເລິກຂະແໜງສາກົນທີ່ນອນໃນຂໍ້ສະເໜີຂໍ້ລິເລີ່ມຮ່ວມມືລະຫວ່າງການາດາ ກັບຫວຽດນາມ ກ່ຽວກັບການຈັດຕັ້ງຮ່ວມບັນດາເຫດການ, ແນໃສ່ຊຸກຍູ້ໂຄງການດໍາເນີນງານ WPS ໃນຂອບເຂດໂຄງການບໍາລຸງສ້າງ ແລະການຮ່ວມມືດ້ານການທະຫານຂອງການາດາ (MPTC).

leftcenterrightdel
 
leftcenterrightdel
ຜູ້ແທນເຂົ້າຮ່ວມພິທີປິດຊຸດຝຶກອົບຮົມ. ພາບ: qdnd.vn

ຊຸດຝຶກອົບຮົມໄດ້ບໍາລຸງສ້າງຍົກສູງຄວາມຮູ້, ວິທີການໝູນໃຊ້ບັນດາຫຼັກການຂອງໂຄງການດໍາເນີນງານກ່ຽວກັບ WPS ຂອງ ສປຊ ແລະທັດສະນະທາງເພດ ເຂົ້າໃນການປະຕິບັດພາລະບົດບາດ ແລະການເຄື່ອນໄຫວດ້ານການທະຫານຂອງກອງທັບ ໃຫ້ແກ່ນາຍທະຫານຂອງກອງທັບປະຊາຊົນຫວຽດນາມ ກັບບັນດາປະເທດຄູ່ຮ່ວມມືໃນອາຊຽນ ທີ່ຂຶ້ນກັບໂຄງການ MTCP ເພື່ອພ້ອມແລ້ວທີ່ຈະຜັນຂະຫຍາຍປະຕິບັດໜ້າທີ່ ທີ່ຄະນະປະຕິບັດງານຕ່າງໆ.

ການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນຕອບສະໜອງແຜນນະໂຍບາຍຂອງ ສປຊ ກ່ຽວກັບການເພີ່ມທະວີການເຂົ້າຮ່ວມ, ສະເໝີພາບ ແລະມີຄວາມໝາຍຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບ ຂອງສະຫະປະຊາຊາດ, ຜ່ານນັ້ນປະກອບສ່ວນເພີ່ມທະວີບົດບາດ, ມອບສິດ ແລະຊຸກຍູ້ການເຂົ້າຮ່ວມ ແລະການປະກອບສ່ວນຂອງນາຍທະຫານຍິງ ເຂົ້າໃນການຍົກສູງປະສິດທິຜົນທີ່ແທດຈິງຂອງການເຄື່ອນໄຫວຮັກສາສັນຕິພາບ ສປຊ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນຍືແກ໋ງ, ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ມອບໃບຢັ້ງຢືນຮຽນຈົບໃຫ້ແກ່ນັກຝຶກອົບຮົມຍິງສາກົນ. ພາບ: qdnd.vn
leftcenterrightdel
ປະລິນຍາເອກ Alan Okros ມອບໃບຢັ້ງຢືນຮຽນຈົບໃຫ້ແກ່ນັກຝຶກອົບຮົມຍິງຂອງຫວຽດນາມ. ພາບ: qdnd.vn

ໃນຊຸດຝຶກອົບຮົມ, ມີນັກຝຶກອົບຮົມ 31 ຄົນທີ່ມາຈາກ ອິນໂດເນເຊຍ, ມາເລເຊຍ, ຫວຽດນາມ ໄດ້ພັດທະນາຄວາມຮູ້ ແລະທັກສະດ້ານວິຊາສະເພາະ, ແບ່ງປັນບົດຮຽນປະສົບການ, ສິ່ງທ້າທາຍ ແລະມາດຕະການແກ້ໄຂກ່ຽວກັບການປະມວນປັດໄຈທາງເພດ ເຂົ້າໃນການເຄື່ອນໄຫວການທະຫານ ແລະເພີ່ມທະວີບົດບາດນຳພາຂອງແມ່ຍິງໃນບັນຫາຄວາມໝັ້ນຄົງ ແລະ ສັນຕິພາບສາກົນ.

leftcenterrightdel
ບັນດາຜູ້ແທນ ຖ່າຍຮູບເປັນທີ່ລະນຶກ ກັບນັກຝຶກອົບຮົມ. ພາບ: qdnd.vn

ສ່ວນປະລິນຍາເອກ Alan Okros, ຫົວໜ້າກຸ່ມການນໍາ Kingston, ຫົວໜ້າຄະນະຄູອາຈານການາດາ ຢືນຢັນວ່າ: ຊຸດຝຶກອົບຮົມໄດ້ສະໜອງຄວາມຮູ້ກ່ຽວກັບໂຄງການດໍາເນີນງານ WPS ແລະວິທີການຜັນຂະຫຍາຍໂຄງການດັ່ງກ່າວໃນກໍາລັງປະກອບອາວຸດ. ທ່ານ Alan Okros ຍັງເນັ້ນໜັກເຖິງຄວາມສຳຄັນຂອງການໝູນໃຊ້ເນື້ອໃນດັ່ງກ່າວເຂົ້າໃນພຶດຕິກໍາຕົວຈິງ, ຊ່ວຍຍົກສູງຄວາມຮູ້ກ່ຽວກັບວິທີການທີ່ໂຄງການ WPS ກໍານົດທິດເປົ້າໝາຍ, ໜ້າທີ່ ແລະປັດໄຈມະນຸດໃນສະພາບແວດລ້ອມແຫ່ງການເຄື່ອນໄຫວຮັກສາສັນຕິພາບ ຂອງສະຫະປະຊາຊາດ.

ໂດຍ: ທູຈາງ