ຜູ້ບັນຊາການທະຫານເຮືອແຫ່ງລາຊະອານາຈັກອົດສະຕາລີ ເຂົ້າຮ່ວມງານລ້ຽງຢູ່ ກໍາປັ່ນ 016-ກວາງຈູງ
ກປ.ອອນໄລ - ຕອນຄໍ່າວັນທີ 23 ມີນາ, ຢູ່ນະຄອນ Sydney, ປະເທດອົດສະຕາລີ, ເນື່ອງໃນໂອກາດກໍາປັ່ນ 016-ກວາງຈູງ ມາຢ້ຽມຢາມອົດສະຕາລີ, ເຂົ້າຮ່ວມພິທີສວນສະໜາມກໍາປັ່ນທະຫານເຮືອສາກົນສະເຫຼີມສະຫຼອງວັນສ້າງຕັ້ງທະຫານເຮືອແຫ່ງລາຊະອານາຈັກ ອົດສະຕາລີ ຄົບຮອບ 125 ປີ ແລະການຝຶກຊ້ອມທະຫານເຮືອຫຼາຍຝ່າຍ Kakadu 2026, ທະຫານເຮືອປະຊາຊົນຫວຽດນາມ ໄດ້ຈັດຕັ້ງງານລ້ຽງຢູ່ກໍາປັ່ນ.
ທ່ານພົນຈັດຕະວາ ຫງວຽນດີ່ງຮຸ່ງ ຮອງຜູ້ບັນຊາການທະຫານເຮືອປະຊາຊົນຫວຽດນາມ ເປັນປະທານງານລ້ຽງ ດ້ວຍການເຂົ້າຮ່ວມຂອງທ່ານພົນຕີ Mark Hammond ຜູ້ບັນຊາການທະຫານເຮືອແຫ່ງລາຊະອານາຈັກອົດສະຕາລີ. ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ, ຜູ້ຕາງໜ້າອົງການທີ່ກ່ຽວຂ້ອງຂອງອົດສະຕາລີ, ທະຫານເຮືອບັນດາປະເທດເຂົ້າຮ່ວມການຝຶກຊ້ອມ Kakadu 2026, ຜູ້ແທນປະຊາຄົມຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ແລະນາຍທະຫານ, ລູກເຮືອຄະນະປະຕິບັດງານຂອງກໍາປັ່ນ 016-ກວາງຈູງ ໄດ້ເຂົ້າຮ່ວມງານລ້ຽງ.
    |
 |
|
ທ່ານພົນຈັດຕະວາ ຫງວຽນດີ່ງຮຸ່ງ ຕ້ອນຮັບທ່ານພົນຕີ Mark Hammond. ພາບ: ງອັກຮືງ |
ກ່າວຄຳເຫັນທີ່ງານລ້ຽງ, ທ່ານພົນຈັດຕະວາ ຫງວຽນດີ່ງຮຸ່ງ ເນັ້ນໜັກວ່າ: “ໃນການພົວພັນສອງຝ່າຍ, ການຮ່ວມມືດ້ານປ້ອງກັນຊາດເວົ້າລວມ, ການຮ່ວມມືທະຫານເຮືອເວົ້າສະເພາະໄດ້ກາຍເປັນໜຶ່ງໃນບັນດາເສົາຄໍ້າສຳຄັນ, ໄດ້ຮັບການຜັນຂະຫຍາຍນັບມື້ນັບແທດຈິງ ແລະມີປະສິດທິຜົນຜ່ານກົນໄກແລກປ່ຽນຄະນະຜູ້ແທນ, ເຈລະຈາ, ຝຶກອົບຮົມ-ກໍ່ສ້າງ, ຢ້ຽມຢາມກໍາປັ່ນ ແລະສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ເວທີປາໄສຫຼາຍຝ່າຍ. ຄວາມມານະພະຍາຍາມນັ້ນ ໄດ້ ແລະພວມປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ເຂດທະເລ ໃນພາກພື້ນ”.
ເນື່ອງໃນໂອກາດນີ້, ທ່ານພົນຈັດຕະວາ ຫງວຽນດີ່ງຮຸ່ງ ໄດ້ສົ່ງຄໍາຂອບໃຈຢ່າງຈິງໃຈມາຍັງກະຊວງປ້ອງກັນປະເທດ, ທະຫານເຮືອແຫ່ງລາຊະອານາຈັກອົດສະຕາລີ ເວົ້າລວມ ແລະທ່ານພົນຕີ Mark Hammond ເວົ້າສະເພາະ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ມີປະສິດທິຜົນ ແລະອາລົມຈິດຢ່າງຈິງໃຈ, ອົບອຸ່ນສະຫງວນໃຫ້ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ; ຢືນຢັນວ່ານີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງທະຫານເຮືອສອງປະເທດ.
    |
 |
|
ເຍື່ອງອາຫານທີ່ມີລົດຊາດຫວຽດນາມ ໄດ້ຮັບການນິຍົມຈາກແຂກຖືກເຊີນ. ພາບ: ງອັກຮືງ |
ໃນບົດກ່າວປາໄສຂອງຕົນທ່ານພົນຕີ Mark Hammond ໄດ້ສະແດງຄວາມເປັນກຽດທີ່ໄດ້ຕ້ອນຮັບກໍາປັ່ນ 016-ກວາງຈູງ ໄປນະຄອນ Sydney, ອວຍພອນຫວຽດນາມ ເຂົ້າຮ່ວມການຝຶກຊ້ອມ Kakadu 2026 ເປັນຄັ້ງທີ 2. ພ້ອມທັງຢືນຢັນວ່າ ຫວຽດນາມ ເປັນຄູ່ຮ່ວມມືສຳຄັນຂອງອົດສະຕາລີ. ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ພ້ອມດ້ວຍຂໍ້ຕົກລົງຮ່ວມມືໃນຂົງເຂດຮັກສາສັນຕິພາບ ໃນເດືອນມີນາ 2024 ມີຄວາມໝາຍອັນໃຫຍ່ຫຼວງ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເລິກເຊິ່ງກວ້າງຂວາງ ແລະແທດຈິງ ແມ່ນເສົາຄໍ້າສຳຄັນໃນການພົວພັນລະຫວ່າງສອງປະເທດ ແລະອົດສະຕາລີ ໃຫ້ຄໍາໝັ້ນສັນຍາຊຸກຍູ້ການຮ່ວມມືໃນຂົງເຂດນີ້.
ໂດຍ: ເຈິ່ນຮວ່ຽນ