leftcenterrightdel
ພະນັກງານ, ນັກຮົບຂອງຄ້າຍທະຫານຊາຍແດນ ຈ່ຽງເຊີນ ຊ່ວຍເຫຼືອປະຊາຊົນສ້ອມແປງເຮືອນຢູ່. ພາບ: qdnd.vn

ກ່ອນໜ້ານັ້ນ, ຟ້າຮ້ອງ​ຟ້າ​ຜ່າໃນຕອນແລງວັນທີ 29 ມີນາ ໄດ້ກໍ່ຄວາມເສຍຫາຍທາງດ້ານຊັບສິນ ແລະທັນຍາຫານຂອງບາງຄອບຄົວຢູ່ບ້ານ ສວຍແກວງ, ຕາແສງ ຈ່ຽງເຊີນ, ແຂວງ ເຊີນລາ.

ເມື່ອໄດ້ຮັບຂໍ້ມູນ, ຄ້າຍທະຫານຊາຍແດນຈ່ຽງເຊີນ ໄດ້ຈັດສົ່ງພະນັກງານ, ນັກຮົບໄປຍັງສະຖານທີ່ເກີດເຫດຢ່າງວ່ອງໄວ ເພື່ອຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກຟ້າຮ້ອງ​ຟ້າ​ຜ່າ, ເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິ, ພ້ອມທັງໂຄສະນາເຜີຍແຜ່, ແນະນຳໃຫ້ປະຊາຊົນໃນບໍລິເວນກ່ຽວກັບມາດຕະການທີ່ເປັນເຈົ້າການປ້ອງກັນ ເພື່ອຫຼຸດຜ່ອນຄວາມເສຍຫາຍທາງດ້ານອິນຊີ ແລະຊັບສິນທີ່ເກີດຈາກໄພພິບັດທາງທຳມະຊາດ.

ໂດຍ: ຈາງຫງວຽນ