ໃນຕົ້ນເດືອນມີນາ ປີ 2026, ເຂດ Abiemnhom, ຢູ່ຊູດັງໃຕ້, ຖືກສັ່ນສະເທືອນຍ້ອນການປະທະກັນຢ່າງຮຸນແຮງ. ຕາມບົດລາຍງານເບື້ອງຕົ້ນຂອງອຳນາດການປົກຄອງທ້ອງຖິ່ນ ແລະອົງການມະນຸດສະທຳສາກົນ, ການໂຈມຕີດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດເກືອບ 180 ຄົນ ແລະບາດເຈັບອີກຫຼາຍສິບຄົນ, ໃນນັ້ນມີແມ່ຍິງ ແລະເດັກນ້ອຍຫຼາຍຄົນຈາກທັງສອງຊົນເຜົ່າ Nuer ແລະ Dinka ຂອງຊູດັງໃຕ້.
ຕໍ່ໜ້າສະພາບການດັ່ງກ່າວ, ກຳລັງຮັກສາສັນຕິພາບຂອງຄະນະປະຕິບັດງານປ້ອງກັນຄວາມສະຫງົບຊົ່ວຄາວຂອງສະຫະປະຊາຊາດ ຢູ່ເຂດ Abyei (UNISFA) ໄດ້ຜັນຂະຫຍາຍກົນໄກຮັບມືສຸກເສີນ, ຜັນຂະຫຍາຍມາດຕະການຮັບປະກັນການປ້ອງກັນຄວາມສະຫງົບ ແລະໜູນຊ່ວຍມະນຸດສະທຳຢ່າງຮີບດ່ວນ, ພ້ອມທັງອຳນວຍຄວາມສະດວກໃຫ້ຄົນລີ້ໄພເຂົ້າເຖິງຄວາມຕ້ອງການທີ່ຈຳເປັນທີ່ສຸດເພື່ອຮັກສາຊີວິດ.
    |
 |
|
ທ່ານຮ້ອຍເອກພິເສດ ຟ້າມຟູຫ໋າຍ ເຂົ້າຮ່ວມໃນພື້ນທີ່ຕົວຈິງໂດຍກົງ. ພາບ: qdnd.vn |
ໃນສະພາບທີ່ວຸ້ນວາຍນັ້ນ, ທະຫານໝວກເບເລສີຟ້າຂອງກໍາລັງຮັກສາສັນຕິພາບສະຫະປະຊາຊາດ ໄດ້ກາຍເປັນບ່ອນອີງຂອງປະຊາຊົນທີ່ພວມຫຼົບໜີຈາກການປະທະກັນ. ຫ້ອງ U9 ຂອງທ່ານຮ້ອຍເອກພິເສດ ຟ້າມຟູຫ໋າຍ, ດ້ວຍບົດບາດເປັນແຖວໜ້າໃນການປະສານງານການເຄື່ອນໄຫວໜູນຊ່ວຍປະຊາຊົນນັບພັນຄົນທີ່ໄດ້ຮັບຜົນສະທ້ອນຈາກການປະທະກັນທີ່ໄປລີ້ໄພຢູ່ Abyei, ແມ່ນ “ຕ່ອງໂສ້” ທີ່ສຳຄັນໃນການຕັດສິນປະສິດທິຜົນຂອງບັ້ນຮັບມືໃນຄັ້ງນີ້.
ພາຍຫຼັງໄດ້ຮັບຂໍ້ມູນຂ່າວກ່ຽວກັບຄົນລີ້ໄພຈາກ Abiemnhom, ຫ້ອງ U9 ໄດ້ສ້າງກົນໄກສົມທົບລະຫວ່າງກຳລັງການທະຫານຂອງຄະນະປະຕິບັດງານ, ອົງການມະນຸດສະທຳຂອງສະຫະປະຊາຊາດ ແລະອຳນາດການປົກຄອງທ້ອງຖິ່ນ. ກໍາລັງ UNISFA ກໍ່ເພີ່ມທະວີການລາດຕະເວນເພື່ອຮັບປະກັນການປ້ອງກັນຄວາມສະຫງົບຢູ່ເຂດທີ່ມີຄົນລີ້ໄພເປັນຈໍານວນຫຼາຍ, ພ້ອມທັງໜູນຊ່ວຍປົກປ້ອງຂະບວນລົດຂົນສົ່ງເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາໃຫ້ເຄື່ອນຍ້າຍໄປຮອດເຂດຊຸມຊົນທີ່ໄດ້ຮັບຜົນສະທ້ອນ.
ໃນກໍລະນີສຸກເສີນ, ບໍ່ມີເວລາຫຼາຍໃນການກະກຽມ ແລະຮຽກຮ້ອງໃຫ້ຕັດສິນໃຈໄວ ແລະຖືກຕ້ອງ. ທີ່ການປະຊຸມປະສານງານລະຫວ່າງອົງການ, ທ່ານຮ້ອຍເອກພິເສດ ຟ້າມຟູຫ໋າຍ ໄດ້ແລກປ່ຽນກັບຜູ້ຕາງໜ້າບັນດາອົງການມະນຸດສະທຳຂອງສະຫະປະຊາຊາດ, ອຳນາດການປົກຄອງທ້ອງຖິ່ນ ແລະກົມກອງການທະຫານໃນຄະນະປະຕິບັດງານດັ່ງກ່າວ.
ທ່ານຮ້ອຍເອກພິເສດ ຟ້າມຟູຫ໋າຍ ພ້ອມກັບເພື່ອນຮ່ວມງານບໍ່ພຽງແຕ່ສວມບົົດບາດເຊື່ອມຕໍ່ຂໍ້ມູນຂ່າວສານລະຫວ່າງກຳລັງຮັກສາສັນຕິພາບ ແລະອົງການມະນຸດສະທຳທີ່ພວມການເຄື່ອນໄຫວຢູ່ເຂດນີ້ເທົ່ານັ້ນ, ແຕ່ຍັງໄດ້ເຂົ້າຮ່ວມເຄື່ອນໄຫວໂດຍກົງຢູ່ພື້ນທີ່ຕົວຈິງອີກດ້ວຍ. ລາວ ໄດ້ມີໜ້າພ້ອມກັບກຸ່ມ CIMIC ດໍາເນີນການສໍາຫຼວດພື້ນທີ່ຕົວຈິງຢູ່ເຂດຊາວລີ້ໄພເຕົ້າໂຮມກັນ, ແນໃສ່ຕີລາຄາຄວາມຕ້ອງການດ້ານສະບຽງອາຫານ, ນໍ້າສະອາດ, ທີ່ພັກອາໄສຊົ່ວຄາວ ແລະການບໍລິການທາງການແພດຢ່າງໄວວາ.
    |
 |
|
ທ່ານຮ້ອຍເອກພິເສດ ຟ້າມຟູຫ໋າຍ ລະດົມກໍາລັງໃຈ, ຢ້ຽມຢາມຖາມຂ່າວຊາວລີ້ໄພ, ຊອກຮູ້ຄວາມຫຍຸ້ງຍາກທີ່ເຂົາເຈົ້າຕ້ອງປະເຊີນໜ້າ. ພາບ: qdnd.vn |
ໃນສະພາບວິກິດການຄືແນວນີ້, ສິ່ງສຳຄັນທີ່ສຸດແມ່ນຮັບປະກັນການສົມທົບກັນລະຫວ່າງກຳລັງຮັກສາສັນຕິພາບ ແລະອົງການມະນຸດສະທຳເພື່ອໃຫ້ຊາວລີ້ໄພໄດ້ຮັບການໜູນຊ່ວຍຢ່າງທັນການ ແລະມີປະສິດທິຜົນ. ສິ່ງເຫຼົ່ານັ້ນແມ່ນແນໃສ່ຮັບປະກັນຄວາມຕ້ອງການໃຫ້ເປົ້າໝາຍນີ້ໄດ້ຮັບການດູແລ ແລະຮັບການປະຕິບັດມະນຸດສະທຳເມື່ອມາຮອດ Abyei. ຕາມທ່ານຮ້ອຍເອກພິເສດ ຟ້າມຟູຫ໋າຍ ແລ້ວ, ວຽກງານຮັບ ແລະໜູນຊ່ວຍຊາວລີ້ໄພຈາກ ຊູດັງໃຕ້ ເຊິ່ງຄະນະປະຕິບັດງານ UNISFA ພວມປະຕິບັດແມ່ນໜ້າທີ່ຫຍຸ້ງຍາກ ແລະສັບສົນທີ່ສຸດ.
ຍ້ອນການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກຳລັງຕ່າງໆ, ການເຄື່ອນໄຫວໜູນຊ່ວຍສຸກເສີນຈຶ່ງໄດ້ຜັນຂະຫຍາຍຢ່າງວ່ອງໄວ, ໄດ້ຊ່ວຍເຫຼືອປະຊາຊົນນັບພັນຄົນໄດ້ມີເຂົ້າປາອາຫານ, ນໍ້າດື່ມກິນ ແລະໄດ້ເຂົ້າເຖິງການບໍລິການທາງການແພດທີ່ຈຳເປັນ.
ແບ່ງປັນພາຍຫຼັງສຳເລັດໜ້າທີ່ອາດເວົ້າໄດ້ວ່າບໍ່ແມ່ນເລື່ອງງ່າຍ, ທ່ານຮ້ອຍເອກພິເສດ ຟ້າມຟູຫ໋າຍ ໃຫ້ຮູ້ວ່າ: “ຢູ່ທີ່ນີ້, ປັດໄຈມະນຸດ ແລະຄວາມເຊື່ອໝັ້ນແມ່ນຂໍກຸນແຈ”. ໃນການເດີນທາງໄປພື້ນທີ່ຕົວຈິງ, ທ່ານຮ້ອຍເອກພິເສດ ຟ້າມຟູຫ໋າຍ ບໍ່ພຽງແຕ່ມີການສຳຫຼວດເທົ່ານັ້ນ, ແຕ່ລາວຍັງໄດ້ເປັນເຈົ້າການເຂົ້າເຖິງການນຳຂອງຊຸມຊົນ, ໂອ້ລົມກັບປະຊາຊົນ, ຮັບຟັງເລື່ອງລາວ ທີ່ເຂົາເຈົ້າໄດ້ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກຈາກການຂາດແຄນນໍ້າສະອາດ, ຂາດສະບຽງອາຫານຈົນເຖິງຄວາມປອດໄພຂອງເດັກນ້ອຍ...
ຍ້ອນວຽກເຮັດອັນນ້ອຍນັ້ນຈຶ່ງຄ່ອຍໆລົບລ້າງຄວາມສົງໃສຂອງປະຊາຊົນ. ວິທີເຂົ້າເຖິງທີ່ໃກ້ຊິດ, ຈິງໃຈໄດ້ຊ່ວຍໃຫ້ລາວ ແລະເພື່ອນຮ່ວມງານຄ່ອຍໆສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຮັດໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈກວ່າເມື່ອໄດ້ຮັບການໜູນຊ່ວຍຂອງທະຫານໝວກເບເລສີຟ້າຫວຽດນາມ ພາຍຫຼັງການລົບໜີທີ່ອິດເມື່ອຍຈາກສົງຄາມ, ຈາກການປະທະກັນເພື່ອໄປຊອກຫາຢູ່ບ່ອນທີ່ປອດໄພ. ອ້າຍ ຫ໋າຍ ແບ່ງປັນວ່າ “ປະຊາຊົນຈະໃຫ້ການຮ່ວມມືຢ່າງແທ້ຈິງກໍ່ຕໍ່ເມື່ອເຂົາເຈົ້າຮູ້ສຶກວ່າມີຄົນຮັບຟັງ, ສົນໃຈ ແລະເຄົາລົບນັບຖືເຂົາເຈົ້າ”.
ອ້າຍ ຫ໋າຍ ກ່າວຕື່ມອີກວ່າ: “ທະຫານຫວຽດນາມ ຍາມໃດກໍ່ຖືວ່າການຊ່ວຍເຫຼືອປະຊາຊົນແມ່ນຄວາມຮັບຜິດຊອບແບບທຳມະຊາດຂອງຕົນ. ເມື່ອພວກຂ້າພະເຈົ້າໄດ້ຮັບຟັງ ແລະແບ່ງປັນກັບປະຊາຊົນ, ເຂົາເຈົ້າຮູ້ສຶກວ່າໄດ້ຮັບຄວາມເຄົາລົບ ແລະພ້ອມແລ້ວທີ່ຈະຮ່ວມມືກັບກຳລັງຮັກສາສັນຕິພາບ”.
ໃນສະພາບແວດລ້ອມແຫ່ງການເຮັດວຽກສາກົນ, ທະຫານລຸງໂຮ່ ໄດ້ເສີມຂະຫຍາຍຈິດໃຈ “ເພື່ອປະຊາຊົນ” ແລະມູນເຊື້ອຂົນຂວາຍປະຊາຊົນຂອງກອງທັບປະຊາຊົນຫວຽດນາມ ເພື່ອປະຕິບັດສຳເລັດໜ້າທີ່. ຍ້ອນພື້ນຖານຄວາມເຊື່ອໝັ້ນໄດ້ສ້າງຂຶ້ນກັບປະຊາຊົນ, ການເຄື່ອນໄຫວໜູນຊ່ວຍຂອງຄະນະປະຕິບັດງານ UNISFA ຈຶ່ງໄດ້ຮັບການຜັນຂະຫຍາຍຢ່າງສະດວກ ແລະມີປະສິດທິຜົນກວ່າ.
ໃນສະພາບການທີ່ສັບສົນນັ້ນ, ທະຫານໝວກເບເລສີຟ້າຢູ່ຄະນະປະຕິບັດງານ UNISFA ຄືທ່ານຮ້ອຍເອກພິເສດ ຟ້າມຟູຫ໋າຍ ຍັງຕ້ອງສືບຕໍ່ປະຕິບັດໜ້າທີ່ທີ່ຫຍຸ້ງຍາກໃນຕໍ່ໜ້າ. ໜ້າທີ່ຂອງອ້າຍ ແລະເພື່ອນຮ່ວມງານທີ່ພວມປະຕິບັດຢູ່ນັ້ນໄດ້ປະກອບສ່ວນສ້າງປະສິດທິຜົນອັນຕັ້ງໜ້າໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບເມື່ອມີການພົວພັນກັບປະຊາຊົນໂດຍກົງ.
ທ່ານຮ້ອຍເອກພິເສດ ຟ້າມຟູຫ໋າຍ, ກໍ່ຄືນາຍທະຫານຫວຽດນາມ ຫຼາຍໆຄົນຢູ່ຄະນະປະຕິບັດງານ UNISFA, ແຕ່ລະມື້ໄດ້ຢືນຢັນພາບພົດຂອງທະຫານລຸງໂຮ່ ໃນສະພາບແວດລ້ອມສາກົນດ້ານວິຊາຊີບ, ມະນຸດສະທຳ, ຍາມໃດກໍ່ຖືປະຊາຊົນເປັນໃຈກາງ.
ໂດຍ: ເຈິ່ນຮວ່ຽນ