ທະຫານເຮືອຫວຽດນາມ ແລະຈີນ ປະຕິບັດສຳເລັດການລາດຕະເວນ ແລະຝຶກແອບຮ່ວມ
ກປ.ອອນໄລ - ພາຍຫຼັງເຂົ້າຮ່ວມການເຄື່ອນໄຫວຕ່າງໆໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 10 ຢູ່ທ່າເຮືອ Fangcheng (ກວາງຊີ, ຈີນ), ຕອນທ່ຽງວັນທີ 19 ມີນາ, ກໍາປັ່ນ 015-ເຈິ່ນຮືງດ້າວ, ກໍາປັ່ນ 012-ຫຼີຖ໋າຍໂຕ໊ (ກອງພົນນ້ອຍ 162, ທະຫານເຮືອເຂດ 4) ພ້ອມກັບກໍາປັ່ນ 568, ກຳປັ່ນ 627 ຂອງທະຫານເຮືອຈີນ ໄດ້ສ້າງຕັ້ງເປັນກອງເຮືອເລີ່ມດຳເນີນການລາດຕະເວນ ແລະຝຶກແອບຮ່ວມ ຄັ້ງທີ 40, ຝຶກແອບຮ່ວມຢູ່ເຂດທະເລອ່າວພາກເໜືອ ກັບທະຫານເຮືອກອງທັບປົດປ່ອຍປະຊາຊົນຈີນ.
ສອງຝ່າຍໄດ້ດຳເນີນການລາດຕະເວນຢູ່ 8 ເສັ້ນທາງ, ໄປຜ່ານ 9 ຈຸດ, ດ້ວຍໄລຍະທາງ 247 ໄມທະເລ; ພ້ອມທັງປະຕິບັດເນື້ອໃນຝຶກແອບ, ຄື: ຈັດແຖວເປັນກອງເຮືອ, ປ້ອງກັນການເດີນທະເລ, ການສື່ສານດ້ວຍສັນຍານ, ຕ້ານໂຈນສະຫຼັກ, ຊອກຫາກູ້ໄພ, ຕໍ່ສູ້ເພື່ອປົກປ້ອງຊີວິດຂອງກໍາປັ່ນ.
ບັນດາກຳປັ່ນທະຫານເຮືອຂອງສອງຝ່າຍ ໄດ້ປະສານສົມທົບຢ່າງແໜ້ນແຟ້ນ, ແກ້ໄຂກໍລະນີຕິດແທດກັບເນື້ອໃນຂອງການຝຶກແອບ, ຮັບປະກັນຄວາມປອດໄພທາງດ້ານອິນຊີ ແລະອາວຸດຍຸດໂທປະກອນຢ່າງເດັດຂາດ. ການຝຶກແອບຮ່ວມຄັ້ງນີ້ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຊຳນານໃນການເປັນເຈົ້າຂອງອາວຸດຍຸດໂທປະກອນເຕັກນິກ, ຄວາມສາມາດກຽມພ້ອມສູ້ຮົບ, ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງທະຫານເຮືອຫວຽດນາມ ກັບຈີນ ເທົ່ານັ້ນ, ຫາກຍັງເປັນພະຍານຫຼັກຖານຢ່າງມີຊີວິດຊີວາໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດທີ່ມີປະສິດທິຜົນລະຫວ່າງສອງປະເທດ, ປະກອບສ່ວນຮັບປະກັນຄວາມສະຫງົບ, ຄວາມປອດໄພທາງທະເລ, ຮັກສາສະພາບແວດລ້ອມສັນຕິພາບ ແລະສະຖຽນລະພາບຢູ່ທະເລ.
    |
 |
|
ພິທີຕ້ອນຮັບກໍາປັ່ນ 015-ເຈິ່ນຮືງດ້າວ, ກໍາປັ່ນ 012-ຫຼີຖ໋າຍໂຕ໊ ທີ່ທ່າກຳປັ່ນການທະຫານ ກາມແຣັງ ໃນຕອນເຊົ້າວັນທີ 22 ມີນາ. ພາບ: qdnd.vn |
    |
 |
|
ນາຍທະຫານ, ລູກເຮືອກໍາປັ່ນ 015-ເຈິ່ນຮືງດ້າວ ປະຕິບັດເນື້ອໃນການຝຶກແອບປົກປ້ອງຊີວິດຂອງກໍາປັ່ນ. ພາບ: qdnd.vn |
    |
 |
|
ນັກຍິງປຶນກໍາປັ່ນ 015-ເຈິ່ນຮືງດ້າວ ປະຕິບັດການຍິງລູກປຶນແທ້ ໃນເນື້ອໃນຝຶກແອບຕ້ານໂຈນສະຫຼັກ. ພາບ: qdnd.vn |
    |
 |
|
ກໍາປັ່ນທະຫານເຮືອ ທັກທາຍກັນບົນທະເລ ເມື່ອປະຕິບັດສໍາເລັດໜ້າທີ່ລາດຕະເວນ, ຝຶກແອບຮ່ວມ. ພາບ: qdnd.vn |
* ຕອນເຊົ້າວັນທີ 22 ມີນາ, ກໍາປັ່ນ 015-ເຈິ່ນຮືງດ້າວ, ກໍາປັ່ນ 012-ຫຼີຖ໋າຍໂຕ໊ ພ້ອມກັບຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ເຂົ້າທຽບທ່າກຳປັ່ນການທະຫານ ກາມແຣັງ ຢ່າງປອດໄພ.
ໂດຍ: ທູຈາງ