ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະຜູ້ແທນລາວ ນໍາໂດຍ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເຂົ້າຮ່ວມ.

ຕາມນັ້ນແລ້ວ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະໄດ້ຊົມການຝຶກຊ້ອມຮ່ວມສະກັດກັ້ນ ແລະຈັບກຸ່ມອາດຊະຍາກໍາຢາເສບຕິດຂ້າມຊາຍແດນ ຫວຽດນາມ-ລາວ.

leftcenterrightdel
ພົນເອກ ຟານວັນຢາງ ແລະພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະທັງສອງຝ່າຍຊົມການຝຶກຊ້ອມ. ພາບ: qdnd.vn

ຫວຽດນາມ ແລະລາວ ມີເສັ້ນຊາຍແດນຕິດຈອດກັນຍາວກວ່າ 2.300 ກິໂລແມັດ, ຕິດຈອດລະຫວ່າງ 10 ແຂວງຂອງຫວຽດນາມ (ດ້ຽນບຽນ, ເຊີນລາ, ແທັງຮວ໋າ, ເງະອານ, ຮ່າຕິ້ງ, ກວ໋າງບິ່ງ, ກວ໋າງຈິ, ເທື່ອທຽນເຫວ້, ກວ໋າງນາມ ແລະກອນຕຸມ) ກັບ 10 ແຂວງ ຂອງລາວ (ຜົ້ງສາລີ, ຫຼວງພະບາງ, ຫົວພັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຊຽງຂວາງ, ເຊກອງ ແລະອັດຕະປື). ເຂດຊາຍແດນຫວຽດນາມ-ລາວ ທີ່ສອງປະເທດໄດ້ກໍານົດວ່າແມ່ນໜຶ່ງໃນບັນດາເຂດທີ່ມີທີ່ຕັ້ງຍຸດທະສາດສໍາຄັນຍິ່ງທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະເສດຖະກິດ-ສັງຄົມ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ມອບຂອງຂວັນໃຫ້ກໍາລັງເຂົ້າຮ່ວມການຝຶກຊ້ອມ. ພາບ: qdnd.vn

ໃນຊຸມປີຜ່ານມາ, ພາຍໃຕ້ການນໍາພາຂອງສອງພັກ, ສອງລັດ, ການປະສານສົມທົບຢ່າງແໜ້ນແຟ້ນ, ມີປະສິດທິຜົນຂອງບັນດາຄະນະ, ກະຊວງ, ຂະແໜງການ, ໂດຍສະເພາະແມ່ນຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ກໍາລັງປ້ອງກັນຊາຍແດນ ແລະປະຊາຊົນເຂດຊາຍແດນສອງປະເທດໄດ້ຮ່ວມແຮງຮ່ວມໃຈກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພ້ອມກັນພັດທະນາ. ສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມໃນທົ່ວເສັ້ນຊາຍແດນສອງປະເທດໂດຍພື້ນຖານແມ່ນມີຄວາມສະຫງົບ; ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ໄດ້ຮັບການຄຸ້ມຄອງ ແລະປົກປັກຮັກສາເປັນຢ່າງດີ. ການຮ່ວມມືລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດ ຍາມໃດກໍເປັນຈຸດພົ້ນເດັ່ນ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງ ແລະເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ. ສອງຝ່າຍ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຮັກສາການແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາເຂດຊາຍແດນ, ເປັນຕົ້ນແມ່ນອາດຊະຍາກໍາຢາເສບຕິດ, ການສໍ້ໂກງການຄ້າ, ການຄ້າເຖື່ອນ, ສະກັດກັ້ນການພົບພະຍົບຢ່າງເສລີ, ເຂົ້າ-ອອກເມືອງຜິດກົດໝາຍ; ໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ປະຊາຊົນເຂດຊາຍແດນ ປະຕິບັດສັນຍາວ່າດ້ວຍການຮ່ວມມືຊາຍແດນລະຫວ່າງສອງປະເທດ ໄດ້ເປັນຢ່າງດີ; ຍູ້ແຮງການພົບປະແລກປ່ຽນ, ແຮກສ່ຽວລະຫວ່າງບັນດາທ້ອງຖິ່ນ, ກົມກອງເຂດຊາຍແດນ, ສ້າງເງື່ອນໄຂໃຫ້ປະຊາຊົນເຂດຊາຍແດນສອງປະເທດ ພັດທະນາເສດຖະກິດ ແລະມີຊີວິດທີ່ເປັນປົກກະຕິ.

ໂດຍ: ໄຊຊະນະ