ສະຫຼຸບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10
ກປ.ອອນໄລ - ຕອນເຊົ້າວັນທີ 31 ມີນາ, ທີ່ຮ່່າໂນ້ຍ, ທ່ານພົນໂທ ຫງວຽນເຈື່ອງຖັ໋ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມສະຫຼຸບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ໂດຍລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ເປັນປະທານຮ່ວມ.
ກອງປະຊຸມຢ້ັງຢືນວ່າ, ງານພົບປະແລກປ່ຽນ ຄັ້ງທີ 10 ໄດ້ຮັບການຈັດຕັ້ງປະສົບຜົນສໍາເລັດໃນທຸກດ້ານ, ຈາກການສ້າງລາຍການ, ແຜນການ, ເນື້ອໃນ, ການຕ້ອນຮັບ, ປະດັບປະດາ, ຮັບປະກັນຄວາມສະຫງົບປອດໄພ, ການສື່ສານ, ວຽກງານສົມທົບລະຫວ່າງບັນດາອົງການ, ກົມກອງຂອງຫວຽດນາມ ກັບຝ່າຍຈີນ.
ງານພົບປະແລກປ່ຽນດັ່ງກ່າວບໍ່ພຽງແຕ່ໄດ້ຮັບການໂຄສະນາຢ່າງເລິກເຊິ່ງກວ້າງຂວາງຜ່ານສື່ມວນຊົນຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ສ່ອງແສງໃຫ້ເຫັນຢ່າງມີຊີວິດຊີວາໃນສື່ມວນຊົນຈີນ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມສົນໃຈ ແລະການແຜ່ຂະຫຍາຍຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ເວົ້າລວມນັບມື້ນັບໃຫຍ່ກວ່າຢູ່ສອງປະເທດ.
    |
 |
|
ຜູ້ແທນເຂົ້າຮ່ວມກອງປະຊຸມສະຫຼຸບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10. ພາບ: qdnd.vn |
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ຢືນຢັນວ່າ ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ມີຫຼາຍເນື້ອໃນໄດ້ປະຕິບັດສໍາເລັດຢ່າງດີເລີດ. ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ຮັບຮູ້ ແລະຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງບັນດາອົງການ, ກົມກອງ, ທ້ອງຖິ່ນທີ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນວຽກງານກະກຽມ, ຝຶກແອບວິທີການ ແລະຈັດຕັ້ງການພົບປະແລກປ່ຽນດ້ວຍຄວາມຮັບຜິດຊອບສູງ.
ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງຖອດຖອນບົດຮຽນຢ່າງຈິງຈັງ, ຊີ້ແຈ້ງຈຸດແຂງ, ຂໍ້ຈໍາກັດ, ສິ່ງຄົງຂ້າງ, ສືບຕໍ່ຂໍ້ສະເໜີບັນດາຮູບແບບ ແລະເນື້ອໃນໃໝ່ເພື່ອເຮັດໃຫ້ລາຍການພົບປະແລກປ່ຽນຄັ້ງຕໍ່ໄປອຸດົມສົມບູນກວ່າເກົ່າ.
    |
 |
|
ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ແກ່ບັນດາໝູ່ຄະນະ. ພາບ: qdnd.vn |
ທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ແກ່ບັນດາໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນ.
ໂດຍ: ທູຈາງ