ເພີ່ມທະວີສາຍພົວພັນລະຫວ່າງແຂວງເງະອານ ກັບແຂວງສາລະວັນ
ກປ.ອອນໄລ - ຕອນເຊົ້າວັນທີ 31 ມີນາ, ສະຫາຍ ຮວ່າງເຫງຍຮ໊ຽວ, ຮອງເລຂາຜູ້ປະຈໍາການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງເງະອານ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງສາລະວັນ ນໍາໂດຍສະຫາຍ ສີເຮັ່ງ ຫອມສົມບັດ, ປະທານສະພາປະຊາຊົນແຂວງສາລະວັນ ໄດ້ມາຢ້ຽມຢາມ ແລະຊົມເຊີຍຜົນສໍາເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ, ອາຍຸການ 2026-2031 ໃນບໍລິເວນແຂວງເງະອານ.
    |
 |
|
ສະຫາຍ ຮວ່າງເຫງຍຮ໊ຽວ, ຮອງເລຂາຜູ້ປະຈໍາການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງເງະອານ ມອບຊໍ່ດອກໄມ້, ຊົມເຊີຍສະຫາຍ ສີເຮັ່ງ ຫອມສົມບັດ, ປະທານສະພາປະຊາຊົນແຂວງສາລະວັນ ແລະຄະນະມາຢ້ຽມຢາມ ແລະເຮັດວຽກຢູ່ ແຂວງເງະອານ. ພາບ: ຟ້າມບັ່ງ |
ຕາງໜ້າໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງສາລະວັນ, ສະຫາຍ ສີເຮັ່ງ ຫອມສົມບັດ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງເງະອານ; ຊົມເຊີຍຜົນສໍາເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ, ອາຍຸການ 2026-2031 ໃນບໍລິເວນແຂວງເງະອານ.
ໃນໄລຍະຈະມາເຖິງ, ແຂວງສາລະວັນ ຫວັງວ່າຈະມີການຮ່ວມມືຮອບດ້ານກັບແຂວງເງະອານ. ພ້ອມທັງອວຍພອນໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງເງະອານ ສືບຕໍ່ປະສົບຜົນສຳເລັດຫຼາຍຢ່າງໃນອາຍຸການໃໝ່. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: ຟ້າມບັ່ງ |
ສ່ວນສະຫາຍ ຮວ່າງເຫງຍຮ໊ຽວ ໄດ້ສະແດງຄວາມປິຕິຊົມຊື່ນຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງສາລະວັນ ມາຢ້ຽມຢາມ ແລະຊົມເຊີຍຜົນສໍາເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ, ອາຍຸການ 2026-2031 ໃນບໍລິເວນແຂວງເງະອານ. ພ້ອມທັງເຊື່ອໝັ້ນວ່າ ພາຍຫຼັງການຢ້ຽມຢາມຂອງຄະນະຄັ້ງນີ້, ສາຍພົວພັນຮ່ວມມືລະຫວ່າງສະພາປະຊາຊົນແຂວງເງະອານ ກັບສະພາປະຊາຊົນແຂວງສາລະວັນ ຈະມີບາດກ້າວພັດທະນາໃໝ່ຫຼາຍຢ່າງ. ໃນໄລຍະຈະມາເຖິງ, ມີການແລກປ່ຽນຄະນະການທູດລະຫວ່າງສະພາປະຊາຊົນສອງແຂວງ, ຫຼັງຈາກນັ້ນເປີດກວ້າງການເຄື່ອນໄຫວທາງການທູດລະຫວ່າງການນຳສອງແຂວງ.
ສະຫາຍ ຮວ່າງເຫງຍຮ໊ຽວ ອວຍພອນໃຫ້ນໍ້າໃຈມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ແລະເງະອານ-ສາລະວັນ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ໂດຍ: ເຈິ່ນຮວ່ຽນ