ນີ້ແມ່ນໂຮງຮຽນວັດທະນະທໍາພິເສດໃນລະບົບການສຶກສາກອງທັບ ແລະແຫ່ງຊາດ ເພື່ອແນໃສ່ສຶກສາອົບຮົມຮອບດ້ານ, ສົມທົບຢ່າງແໜ້ນແຟ້ນລະຫວ່າງການສອນວັດທະນະທໍາກັບການຝຶກຝົນຫຼໍ່ຫຼອມລະບຽບວິໄນ, ແບບປະພຶດທະຫານ; ຜ່ານນັ້ນສ້າງຄຸນທາດການເມືອງ, ອຸດົມການປະຕິວັດ ແລະຄວາມຮັບຜິດຊອບໃຫ້ແກ່ຄົນຮຸ່ນໜຸ່ມ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ກ່າວຄໍາເຫັນຊີ້ນໍາທີ່ພິທີ. ພາບ: ເລືອງແອັງ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ສະເໜີຄະນະພັກ, ກອງບັນຊາການທະຫານເຂດ 7 ສຸມໃສ່ນໍາພາ, ຊີ້ນໍາໂຮງຮຽນ ສືບຕໍ່ຊາບຊຶມ, ຜັນຂະຫຍາຍປະຕິບັດຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ວ່າດ້ວຍການສ້າງຕັ້ງໂຮງຮຽນວັດທະນະທໍາ ກອງທັບພາກໃຕ້ ແລະບັນດາຂໍ້ກໍານົດຂອງລັດ, ກະຊວງປ້ອງກັນປະເທດ ກ່ຽວກັບການສຶກສາ-ກໍ່ສ້າງ ຢ່າງເຂັ້ມງວດ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ມອບທຸງໄຊ ໃຫ້ໂຮງຮຽນວັດທະນະທໍາກອງທັບ ພາກໃຕ້. ພາບ: ເລືອງແອັງ.

ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮຽກຮ້ອງໃຫ້ໂຮງຮຽນ ປັບປຸງການຈັດຕັ້ງໂດຍໄວ, ສັບຊ້ອນພະນັກງານ, ຄູອາຈານ, ພາລະກອນໃຫ້ຄົບຈໍານວນ, ມີຄຸນນະພາບວິຊາສະເພາະສູງ, ຖືກກັບການເປັນມືອາຊີບທາງການທະຫານ; ແບ່ງງານ, ມອບໜ້າທີ່ລະອຽດບົນຈິດໃຈ “ແຈ້ງຄົນ, ແຈ້ງວຽກ, ແຈ້ງຄວາມຮັບຜິດຊອບ”; ສືບຕໍ່ປັບປຸງພື້ນຖານວັດຖຸ, ສ້ອມແປງຄ້າຍທະຫານ, ພາຫະນະອຸປະກອນເຕັກນິກການສິດສອນ; ສ້າງຫຼັກສູດ, ເນື້ອໃນການສຶກສາ-ກໍ່ສ້າງຕາມຮູບແບບໂຮງຮຽນອັດສະລິຍະ, ທັນສະໄໝ.

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ໄດ້ມອບທຸງໄຊໃຫ້ໂຮງຮຽນວັດທະນະທໍາກອງທັບ ພາກໃຕ້ ແລະມອບຮູບແຕ້ມ ລຸງໂຮ່ ກັບເດັກນ້ອຍພາກໃຕ້.

ໂດຍ: ໄຊຊະນະ