ພິທີສົ່ງທ່ານພົນເອກ ຟານວັນຢາງ ໄດ້ຈັດຂຶ້ນຢູ່ດ່ານຊາຍແດນບັ໊ກລວນ 2, ແຂວງກວ໋າງນີງ.

ເປີດສາກການເຄື່ອນໄຫວພົບປະແລກປ່ຽນທີ່ມີຄວາມໝາຍຢູ່ ຈີນ, ຄະນະຜູ້ແທນສອງປະເທດໄດ້ໄປຢ້ຽມຢາມກອງຮ້ອຍທະຫານຊາຍແດນດົງຊິງ, ຢູ່ເທດສະບານເມືອງດົງຊິງ, ນະຄອນດົງຊິງ, ນະຄອນເຂດ Fangchenggang, ເຂດປົກຄອງຕົນເອງຊົນເຜົ່າຈວາງກວາງຊີ (ຈີນ). ກອງຮ້ອຍທະຫານຊາຍແດນດົງຊິງ ໄດ້ຮັບການສ້າງຕັ້ງໃນເດືອນກັນຍາ ປີ 1969, ຮັບຜິດຊອບຄຸ້ມຄອງ ແລະຄວບຄຸມເສັ້ນຊາຍແດນທີ່ມີລວງຍາວປະມານ 30 ກິໂລແມັດ.

ຕໍ່ຈາກນັ້ນ, ຄະນະຜູ້ແທນສອງປະເທດໄດ້ວາງພວງມາລາທີ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດປະຕິວັດປະຊາຊົນ ຫວຽດນາມ-ຈີນ ໃນສວນສາທາລະນະມິດຕະພາບປະຊາຊົນ ຫວຽດນາມ-ຈີນ ທີ່ນະຄອນດົງຊິງ. ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດຂອງສອງປະເທດຫວຽດນາມ ແລະຈີນ ທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານໃນການຕໍ່ສູ້ກູ້ຊາດຕ້ານລັດທິລ່າເມືອງຂຶ້ນ.

ໃນຂອບເຂດງານພົບປະແລກປ່ຽນ, ຄະນະຜູ້ແທນສອງປະເທດໄປຢ້ຽມຊົມເຂດປູຊະນີຍະສະຖານ “ເສັ້ນທາງໂຮ່ຈິມິນ ບົນທະເລ” ຢູ່ທ່າເຮືອທ່ອງທ່ຽວ Fang Cheng, ກວາງຊີ.

ຈຸດພົ້ນເດັ່ນໃນບັນດາການເຄື່ອນໄຫວພົບປະແລກປ່ຽນດັ່ງກ່າວແມ່ນພິທີເລີ່ມການລາດຕະເວນຮ່ວມ ຄັ້ງທີ 40, ການຝຶກແອບຮ່ວມຢູ່ເຂດທະເລອ່າວພາກເໜືອລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ກັບທະຫານເຮືອກອງທັບປົດປ່ອຍປະຊາຊົນຈີນ.

ໃນການລາດຕະເວນຮ່ວມ, ການຝຶກແອບຮ່ວມຄັ້ງນີ້, ທະຫານເຮືອຫວຽດນາມ ໄດ້ນຳໃຊ້ກອງກຳປັ່ນ 015, 012; ທະຫານເຮືອ ຈີນ ນຳໃຊ້ກອງກຳປັ່ນ 568, 627 ປະຕິບັດການລາດຕະເວນຢູ່ 8 ເສັ້ນທາງ, ໂດຍໄປຜ່ານ 9 ຈຸດ, ມີໄລຍະທາງ 247 ໄມທະເລ, ໃຊ້ເວລາທັງໝົດ 28 ຊົ່ວໂມງ. ກອງກຳປັ່ນທະຫານເຮືອຂອງຫວຽດນາມ ແລະຈີນ ຈະປະຕິບັດການໜູນຊ່ວຍໃນການເດີນທະເລ, ຕ້ານໂຈນສະຫຼັກ, ຊອກຫາກູ້ໄພ, ຕໍ່ສູ້ປ້ອງກັນກໍາປັ່ນ...

ສິ້ນສຸດງານພົບປະແລກປ່ຽນ, ຄະນະຜູ້ແທນສອງປະເທດໄດ້ໄປຢ້ຽມຊົມເຂດທົດລອງເປີດການແພດສາກົນ Fangchenggang. ນີ້ແມ່ນ “ກິດຈະກໍາເລກ 1” ຂອງນະຄອນ Fangchenggang, ວາງສະແດງຜົນງານພັດທະນາດ້ານການແພດ, ການບໍລິການດ້ານການແພດ ແລະການຢາ.

ພາຍຫຼັງຈັດຕັ້ງລາຍການພົບປະແລກປ່ຽນເປັນເວລາ 2 ວັນ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ສືບຕໍ່ຢືນຢັນຄວາມຕັດສິນໃຈຂອງສອງປະເທດໃນການເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບພ້ອມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.

leftcenterrightdel
 
leftcenterrightdel
ທ່ານພົນໂທ ຕົງຈຸ່ນ ອໍາລາທ່ານພົນເອກ ຟານວັນຢາງ  ກັບຄືນປະເທດ, ສິ້ນສຸດການເຄື່ອນໄຫວຢູ່ ຈີນ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ບັນຍາກາດພິທີສົ່ງທ່ານພົນເອກ ຟານວັນຢາງ ແລະຄະນະຜູ້ແທນຫວຽດນາມ ກັບຄືນປະເທດ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ ແລະຄະນະຜູ້ແທນຫວຽດນາມ ສິ້ນສຸດການເຄື່ອນໄຫວຢູ່ຈີນ ກັບຄືນປະເທດ. ພາບ: qdnd.vn
leftcenterrightdel
 
leftcenterrightdel
 

ໂດຍ: ເຈິ່ນຮວ່ຽນ