ກໍາປັ່ນ 016-ກວາງຈຸງ ສໍາເລັດໜ້າທີ່ເຂົ້າຮ່ວມການຝຶກຊ້ອມ Kakadu 2026 ເປັນຢ່າງດີ
ກປ.ອອນໄລ - ຕອນເຊົ້າວັນທີ 25 ມີນາ, ກໍາປັ່ນ 016-ກວາງຈຸງ ຂຶ້ນກັບກອງພົນນ້ອຍ 162, ທະຫານເຮືອເຂດ 4 ໄດ້ອອກຈາກອ່າວ Sydney, ອົດສະຕາລີ ເດີນທາງກັບຄືນປະເທດ ພາຍຫຼັງສໍາເລັດບັນດາເນື້ອໃນໃນຂອບເຂດເຂົ້າຮ່ວມພິທີສວນສະໜາມກໍາປັ່ນທະຫານເຮືອສາກົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງທະຫານເຮືອ ອົດສະຕາລີ ຄົບຮອບ 125 ປີ ແລະການຝຶກຊ້ອມທະຫານເຮືອຫຼາຍຝ່າຍ (Kakadu) 2026 ເປັນຢ່າງດີ.
ໃນໄລຍະເວລາຢູ່ Sydney ແຕ່ວັນທີ 21-24 ມີນາ, ຈຸກໍາປັ່ນ ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໃນກໍາປັ່ນນໍາໂດຍທ່ານພັນເອກພິເສດ ຫງວຽນມິງແລ່ງ ຮອງຫົວໜ້າເສນາທິການທະຫານເຮືອເຂດ 4 ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມບັນດາກິດຈະກໍາເຄື່ອນໄຫວ, ລວມມີ: ພິທີສວນສະໜາມ; ບັນດາເນື້ອໃນຝຶກຊ້ອມຢູ່ທ່າເຮືອ; ກອງປະຊຸມສໍາມະນາຜູ້ບັນຊາການກອງເຮືອຮົບ ດ້ວຍຫົວຂໍ້ກໍາລັງແຮງຢູ່ທະເລ ແລະຄວາມວັດທະນາຖາວອນຢູ່ພາຍໃນປະເທດ; ພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາມິດຕະພາບກັບທະຫານເຮືອອົດສະຕາລີ ແລະບັນດາປະເທດເຂົ້າຮ່ວມ Kakadu 2026.
    |
 |
|
ພັນເອກ Matthew Shand ຫົວໜ້າການທະຫານ ຖານທັບ Kattabul, ສົ່ງກໍາປັ່ນ 016-ກວາງຈຸງ. ພາບ: qdnd.vn |
    |
 |
|
ກໍາປັ່ນ 016-ກວາງຈຸງ ອອກຈາກອ່າວ Sydney. ພາບ: qdnd.vn |
    |
 |
|
ແຂ່ງຂັນກິລາບານສົ່ງກັບທະຫານເຮືອອົດສະຕາລີ ແລະບັນດາປະເທດເຂົ້າຮ່ວມ Kakadu 2026. ພາບ: qdnd.vn |
    |
 |
|
ເຂົ້າຮ່ວມການພົບປະແລກປ່ຽນວັດທະນະທໍາກັບທະຫານເຮືອອົດສະຕາລີ ແລະບັນດາປະເທດເຂົ້າຮ່ວມ Kakadu 2026. ພາບ: qdnd.vn |
    |
 |
|
ບັນດາທີມເຂົ້າຮ່ວມການພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາມິດຕະພາບ ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງທະຫານເຮືອອົດສະຕາລີ ຄົບຮອບ 125 ປີ ແລະການຝຶກຊ້ອມ Kakadu 2026, ທ່ານພົນຈັດຕະວາ ຫງວຽນດິ່ງຮຸ່ງ ຮອງຜູ້ບັນຊາການເຫຼົ່າທັບເຮືອ ໄດ້ເຂົ້າຮ່ວມພິທີສວນສະໜາມໃນກໍາປັ່ນ HMAS Leeuwin ພ້ອມກັບຜູ້ວ່າການອົດສະຕາລີ Sam Mostyn ແລະເປັນເຈົ້າພາບຈັດງານລ້ຽງຕ້ອນຮັບໃນກໍາປັ່ນ 016-ກວາງຈຸງ, ດ້ວຍການເຂົ້າຮ່ວມຂອງທ່ານພົນຕີ Mark Hammond ຜູ້ບັນຊາການທະຫານເຮືອອົດສະຕາລີ, ຜູ້ຕາງໜ້າທະຫານເຮືອບັນດາປະເທດເຂົ້າຮ່ວມການຝຶກຊ້ອມ Kakadu 2026, ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອົດສະຕາລີ ແລະຜູ້ແທນປະຊາຄົມຊາວຫວຽດນາມ ອາໄສຢູ່ ອົດສະຕາລີ.
ກ່ອນໜ້ານັ້ນ, ວັນທີ 20 ມີນາ, ໃນຂອບເຂດການຝຶກຊ້ອມ Kakadu 2026, ກໍາປັ່ນ 016-ກວາງຈຸງ ໄດ້ເຂົ້າຮ່ວມການເຄື່ອນຍ້າຍຮູບແຖວ, ຖ່າຍຮູບຈາກມຸມສູງ, ສົມທົບກັບການເຄື່ອນທັບຈາກເຂດທອດສະໝໍ ອ່າວ Jervis ເຖິງ ອ່າວ Sydney.
ໂດຍ: ໄຊຊະນະ