ວິທະຍາຄານປ້ອງກັນຊາດ ຕ້ອນຮັບຄະນະຜູ້ແທນວິທະຍາຄານປ້ອງກັນຊາດການາດາ
ກປ.ອອນໄລ - ຕອນບ່າຍວັນທີ 30 ມີນາ, ຄະນະຜູ້ແທນວິທະຍາຄານປ້ອງກັນຊາດການາດາ ນໍາໂດຍທ່ານພົນຈັດຕະວາ Jeannot Boucher ຫົວໜ້າວິທະຍາຄານປ້ອງກັນຊາດການາດາ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ວິທະຍາຄານປ້ອງກັນຊາດ.
ທ່ານພົນໂທ ຮສຈ, ປອ ເຈິ່ນຫວຽດຄວາ, ກໍາມະການສູນກາງພັກ, ຜູ້ອໍານວຍການວິທະຍາຄານປ້ອງກັນຊາດ ເປັນປະທານການຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານ. ເຂົ້າຮ່ວມການເຮັດວຽກຍັງມີທ່ານພົນຕີ ຫວູກີມຮ່າ ຮອງຜູ້ອໍານວຍການວິທະຍາຄານປ້ອງກັນຊາດ ແລະບັນດາສະຫາຍຜູ້ບັນຊາການບັນດາອົງການ, ກົມກອງ.
    |
 |
|
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
ທີ່ການເຮັດວຽກ, ຫົວໜ້າຄະນະສອງທ່ານ ຢືນຢັນວ່າ ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ-ການາດາ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກ ລັດ ແລະກອງທັບສອງປະເທດ, ນັບມື້ນັບພັດທະນາ ແລະກາຍເປັນໜຶ່ງໃນບັນດາເສົາຄໍ້າໃນການພົວພັນມິດຕະພາບ, ການຮ່ວມມື. ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ເພື່ອແນໃສ່ພັດທະນາການພົວພັນບົນພື້ນຖານສະເໝີພາບ ແລະເຄົາລົບເຊິ່ງກັນ ແລະກັນ, ປະກອບສ່ວນປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະພ້ອມກັນພັດທະນາ.
    |
 |
|
ຜູ້ແທນຄະນະອຳນວຍການວິທະຍາຄານປ້ອງກັນຊາດ ຖ່າຍຮູບເປັນທີ່ລະນຶກກັບຄະນະອຳນວຍການວິທະຍາຄານປ້ອງກັນຊາດການາດາ. ພາບ: qdnd.vn |
ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ເປັນຕົ້ນແມ່ນນັບແຕ່ການເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ-ການາດາ ຄັ້ງທີ 3 (ເດືອນກຸມພາ 2025), ບັນລຸໄດ້ຜົນງານຫຼາຍຢ່າງໃນການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາກົນໄກເຈລະຈາ, ປຶກສາຫາລືຢ່າງມີປະສິດທິຜົນ; ການຮ່ວມມືດ້ານບໍາລຸງສ້າງ; ຮັກສາສັນຕິພາບສະຫະປະຊາຊາດ; ອຸດສາຫະກໍາປ້ອງກັນຊາດ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ການຄຸ້ມຄອງຊາຍແດນ; ສົມທົບ, ສະໜັບສະໜູນທີ່ກົນໄກ ແລະເວທີປາໄສຫຼາຍຝ່າຍສາກົນ.
ການາດາ ເປັນປະເທດທີ່ມີການສຶກສາທາງການທະຫານທີ່ກ້າວໜ້າ, ທັນສະໄໝ ແລະທີ່ເຕັມໄປດ້ວຍບົດຮຽນໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ຫວຽດນາມ ຍາມໃດກໍ່ນັບຖືຢ່າງສູງການໜູນຊ່ວຍ ແລະການຮ່ວມມືຂອງການາດາ ໃນຊຸມປີຜ່ານມາ, ພິເສດແມ່ນ ຜ່ານໂຄງການຮ່ວມມື ແລະບໍາລຸງສ້າງການທະຫານ (MTCP).
ການເຄື່ອນໄຫວຮ່ວມມືຢ່າງແທດຈິງນັ້ນ ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ໃຫ້ນັບມື້ນັບເປີດກວ້າງ ແລະເລິກເຊິ່ງກວ່າອີກ, ເພື່ອຜົນປະໂຫຍດ ແລະການພັດທະນາຂອງປະຊາຊົນສອງປະເທດ.
ໂດຍ: ເຈິ່ນຮວ່ຽນ