leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ລົງຢ້ຽມຢາມຄ້າຍທະຫານຊາຍແດນ ດ່ານຊາຍລ່ອງເຊິບ. ພາບ: qdnd.vn

ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ຄະນະຜູ້ແທນລາວ ນຳໂດຍທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

leftcenterrightdel
 
leftcenterrightdel
 
leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ປູກຕົ້ນໄມ້ທີ່ລະນຶກຢູ່ຄ້າຍທະຫານຊາຍແດນ ດ່ານຊາຍແດນລ່ອງເຊິບ. ພາບ: qdnd.vn

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໜັກວ່າ ລາວ ແລະ ຫວຽດນາມ ເປັນສອງປະເທດບ້ານໃກ້ເຮືອນຄຽງ, ມີເສັ້ນຊາຍແດນລວມຍາວຫຼາຍພັນກິໂລແມັດ. ສອງປະເທດເຄີຍມີຊາຕາກຳຮ່ວມກັນ, ສາມັກຄີ, ຊ່ວຍເຫຼືອ, ຄຽງບ່າຄຽງໄຫຼ່, ຮ່ວມກັນສູ້ຮົບ. ຄວາມສາມັກຄີນັ້ນໄດ້ຮັບການເພີ່ມພູນຄູນສ້າງດ້ວຍຄວາມມານະພະຍາຍາມ ແລະຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ. ກອງທັບ ແລະປະຊາຊົນລາວ ສະແດງຄວາມປິຕິຊົມຊື່ນທີ່ເຫັນວ່າ ໃນຕະຫຼອດໄລຍະຜ່ານມາ, ເຖິງວ່າສະພາບການໃນໂລກ ແລະພາກພື້ນຜັນແປຢ່າງສັບສົນກໍ່ຕາມ, ແຕ່ການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ສອງກອງທັບ ຍັງໄດ້ຮັບການຮັກສາ ແລະເພີ່ມພູນຄູນສ້າງເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ດ່ານຊາຍແດນລ່ອງເຊິບ. ພາບ: qdnd.vn

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ກ່າວຄໍາເຫັນວ່າ: ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພັກ, ລັດຖະບານ ແລະກອງທັບຫວຽດນາມ ມີແຜນນະໂຍບາຍ, ແນວທາງນະໂຍບາຍກໍ່ສ້າງເຂດຊາຍແດນຂອງສອງປະເທດໃຫ້ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ, ໃນນັ້ນມີເຂດຊາຍແດນແຂວງເຊີນລາ ກັບແຂວງຫົວພັນ.

ໂດຍ: ຈາງຫງວຽນ