ທ່ານ ຫງວຽນແທັງຫງີ ຊີ້ແຈ້ງວ່າ ຄະນະນະໂຍບາຍ, ຍຸດທະສາດສູນກາງປາດຖະໜາວ່າບັນດາຄູ່ຮ່ວມມືສາກົນສືບຕໍ່ຮ່ວມເດີນທາງ, ແບ່ງປັນບົດຮຽນປະສົບການ ແລະປະກອບຄຳເຫັນໃນວິວັດການເປັນເສນາທິການໃຫ້ແກ່ພັກ ແລະລັດ ກ່ຽວກັບການກຳນົດທິດບັນດານະໂຍບາຍໃຫຍ່, ສະເໜີປັບປຸງລະບອບລະບຽບການໃຫ້ສົມບູນແບບ ເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ນັບມື້ນັບສະດວກ, ມີລັກສະນະແກ່ງແຍ້ງ ແລະສ້າງຄວາມດຶງດູດແຖວໜ້າໃນພາກພື້ນ.

leftcenterrightdel
ທ່ານ ຫງວຽນແທັງຫງີ ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ແລະທ່ານ Daniel J. Kritenbrink ກຳມະການສະພາຄຸ້ມຄອງກຸ່ມບໍລິສັດ The Asia Group. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Daniel J. Kritenbrink ຊີ້ແຈ້ງວ່າ TAG ຮັບຮູ້ແຈ້ງບົດບາດເປັນຂົວເຊື່ອມຕໍ່ບັນດາວິສາຫະກິດອາເມລິກາ ໃນວິວັດການລົງທຶນເຂົ້າຫວຽດນາມ; ຢັ້ງຢືນວ່າ ຫວຽດນາມ ແມ່ນສະພາບແວດລ້ອມທີ່ດຶງດູດການລົງທຶນດ້ວຍກຳລັງແຮງງານອຸດົມສົມບູນ ແລະສະພາບການເມືອງໝັ້ນທ່ຽງ, ດັ່ງນັ້ນທ່ານຫວັງວ່ານັບມື້ນັບຈະມີຫຼາຍວິສາຫະກິດອາເມລິກາ ມາລົງທຶນຢູ່ຫວຽດນາມ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ