ນີ້ແມ່ນກົນໄກຮ່ວມມືສູງສຸດ, ມີຄວາມໝາຍສໍາຄັນເປັນພິເສດ, ສວມບົດບາດກໍານົດທິດ, ນຳການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ການເປັນຮ່ວມມືຍຸດທະສາດຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສະຖຽນລະພາບ, ສັນຕິພາບ, ຄວາມໝັ້ນຄົງ ແລະຄວາມວັດທະນາຖາວອນລວມຂອງພາກພື້ນ ແລະໃນໂລກ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕ ເລິມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ໂຕ ເລິມ ແລະທ່ານ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ຕີລາຄາໝາກຜົນຕົ້ນຕໍ ແລະພົ້ນເດັ່ນຂອງການຮ່ວມມືລະຫວ່າງສອງພັກ ແລະສອງປະເທດ ໃນໄລຍະຜ່ານມາ; ປຶກສາຫາລືບາງກົນໄກເພື່ອສ້າງບາດກ້າວບຸກທະລຸໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນສະພາບການໃໝ່; ແບ່ງປັນບາງເນື້ອໃນກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານ ໂຕ ເລິມ ອວຍພອນພັກ ແລະລັດລາວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ປະສົບຜົນສຳເລັດຢ່າງຈົບງາມ ໂດຍມີປະຊາຊົນ ແລະເພື່ອນມິດສາກົນ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ; ເນັ້ນໜັກວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ, ຍາມໃດກໍຖືເປັນສໍາຄັນການພັດທະນາການພົວພັນຫວຽດນາມ-ລາວ, ຖືນີ້ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ທ່ານ ທອງລຸນ ສີສຸລິດ ເນັ້ນໜັກວ່າ ການເຂົ້າຮ່ວມຂອງການນໍາຂັ້ນສູງພັກ, ລັດຫວຽດນາມ ຍິ່ງເພີ່ມຄວາມໝາຍຂອງພິທີສະເຫຼີມສະຫຼອງວັນຊາດລາວ ໃນປີນີ້ຂຶ້ນຕື່ມ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕ ເລິມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ. |
ການນຳສອງທ່ານ ໄດ້ຕີລາຄາສູງບັນດາຜົນງານອັນສຳຄັນ, ຮອບດ້ານ, ມີຄວາມໝາຍປະຫວັດສາດທີ່ສອງພັກ, ສອງລັດ ແລະປະຊາຊົນສອງປະເທດບັນລຸໄດ້, ໂດຍສະເພາະແມ່ນໃນການປະຕິບັດມະຕິກອງປະຊຸມໃຫຍ່ ກໍ່ຄື ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກຢູ່ແຕ່ລະປະເທດ ໃນໄລຍະຈະມາເຖິງ; ຂອບໃຈການຊ່ວຍເຫຼືອຢ່າງສຸດຈິດສຸດໃຈທີ່ສອງພັກ, ສອງລັດ, ປະຊາຊົນສອງປະເທດໄດ້ສະຫງວນໃຫ້ກັນນັບແຕ່ກ່ອນມາຮອດປັດຈຸບັນ; ຢືນຢັນຄວາມສຳຄັນຂອງການພົວພັນແບບພິເສດຫວຽດນາມ - ລາວ ໃນສະພາບການພາກພື້ນ ແລະສາກົນສືບຕໍ່ມີການຜັນແປຢ່າງວ່ອງໄວ ແລະສັບສົນຫຼາຍຢ່າງ.
ການນຳສອງປະເທດ ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະແທດຈິງໃນການພົວພັນຮ່ວມມືລະຫວ່າງຫວຽດນາມ-ລາວ. ຫວນຄືນຜົນການຮ່ວມມືອັນສຳຄັນໃນຊຸມປີທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ເນັ້ນໜັກວ່າ ສອງຝ່າຍໄດ້ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດ; ບັນດາກະຊວງ, ຂະແໜງການ, ທຸກຂັ້ນຈາກສູນກາງລົງຮອດທ້ອງຖິ່ນ, ວິສາຫະກິດຂອງສອງປະເທດໄດ້ເປັນເຈົ້າການຜັນຂະຫຍາຍປະຕິບັດບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງສອງພັກ, ສອງລັດ, ສອງລັດຖະບານ, ຢ່າງຕັ້ງໜ້າ, ມີປະສິດທິຜົນ, ແທດຈິງ; ການພົວພັນດ້ານການເມືອງທີ່ສະໜິດຕິດພັນສືບຕໍ່ເປັນພື້ນຖານອັນໝັ້ນແກ່ນ, ສ້າງກຳລັງໜູນຊຸກຍູ້ການພັດທະນາການຮ່ວມມືໃນທຸກຂົງເຂດ.
ສອງຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນ, ສືບຕໍ່ໄດ້ຮັບການຊຸກຍູ້ ແລະຢັ້ງຢືນເປັນເສົາຄໍ້າສໍາຄັນໃນການພົວພັນສອງປະເທດ; ສອງຝ່າຍໄດ້ສົມທົບກັນຈັດຕັ້ງປະຕິບັດຫຼາຍໂຄງການສຳເລັດຜົນ, ປະກອບສ່ວນໜູນຊ່ວຍລາວໃນການເພີ່ມທະວີກໍາລັງບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ສອງຝ່າຍຕີລາຄາການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນໄດ້ຮັບການເອົາໃຈໃສ່, ຊຸກຍູ້, ມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງ.
    |
 |
|
ກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ. |
ການນຳສອງພັກ, ສອງລັດ ຕີລາຄາວ່າການຮ່ວມມືຮອບດ້ານລະຫວ່າງສອງປະເທດ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຂອງແຕ່ລະປະເທດ.
ສອງຝ່າຍຢືນຢັນຈະສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະການພັດທະນາ, ພ້ອມທັງພ້ອມກັນກະກຽມຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ ປະສົບຜົນສຳເລັດ. ການນຳສອງທ່ານ ເນັ້ນໜັກ ແລະຢັ້ງຢືນຄວາມສໍາຄັນຍຸດທະສາດຂອງການເພີ່ມທະວີກວ່າອີກເສົາຄ້ຳຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ, ເພື່ອຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ຖືນີ້ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງສາຍພົວພັນພິເສດຫວຽດນາມ-ລາວ. ສອງຝ່າຍຢືນຢັນຈະສືບຕໍ່ຍົກສູງປະສິດທິຜົນຂອງກົນໄກຮ່ວມມືທີ່ມີຢູ່ແລ້ວ, ພ້ອມທັງສືບຕໍ່ປ່ຽນແປງໃໝ່ ແລະຍົກສູງຄຸນນະພາບການປະສານສົມທົບໃນທຸກຂົງເຂດ...
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ, ວັດທະນະທຳ, ການສຶກສາ ແລະວິທະຍາສາດເຕັກນິກລະຫວ່າງສອງປະເທດ ໃນໄລຍະຜ່ານມາ. ທາງດ້ານເສດຖະກິດ, ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນ, ຖືນີ້ແມ່ນເສົາຄໍ້າສໍາຄັນຂອງການເປັນຮ່ວມມືຍຸດທະສາດຫວຽດນາມ-ລາວ. ສອງປະເທດຈະຜັນຂະຫຍາຍປະຕິບັດບັນດາຖະແຫຼງການຮ່ວມ, ຂໍ້ຕົກລົງຂັ້ນສູງ ແລະໂຄງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ຍູ້ແຮງການເຊື່ອມຈອດ ແລະໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງສອງພື້ນຖານເສດຖະກິດ; ຕັ້ງໜ້າແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການປະຕິບັດ. ສອງຝ່າຍເຫັນດີຊຸກຍູ້ການເຕີບໂຕວົງເງິນການຄ້າສອງຝ່າຍໃຫ້ບັນລຸເປົ້າໝາຍ 5 ຕື້ໂດລາສະຫະລັດໂດຍໄວ ແລະມຸ່ງໄປເຖິງເປົ້າໝາຍ 10 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ...
ຄຽງຄູ່ກັນນັ້ນ, ຫວຽດນາມ ແລະລາວ ຈະເປີດກວ້າງການຮ່ວມມືລະຫວ່າງບັນດາອົງການຂອງພັກ, ລັດ, ແນວໂຮມ, ອົງການຈັດຕັ້ງມະຫາຊົນ ແລະອົງການຈັດຕັ້ງປະຊາຊົນ; ເພີ່ມທະວີການປະສານສົມທົບ ແລະໜູນຊ່ວຍເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ-ສັງຄົມ ກໍຄື ຮັບປະກັນຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ເຂດຊາຍແດນ, ປະກອບສ່ວນປັບປຸງສາຍພົວພັນແບບພິເສດລະຫວ່າງສອງປະເທດໃຫ້ໝັ້ນຄົງເຂັ້ມແຂງ.
ໂດຍ: ໄຊຊະນະ