ທ່ານ ທອງລຸນ ສີສຸລິດ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ດຳເນີນໄປໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະປະຊາຊົນລາວ ມີຄວາມພາກພູມໃຈຈັດຕ້ັງພິທີສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ. ນີ້ແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງຕໍ່ກັບພັກ, ລັດ ແລະປະຊາຊົນລາວ, ທັງເປັນການສະແດງໃຫ້ເຫັນຄວາມມີຊີວິດຊີວາ, ຫາຍາກຂອງສອງປະເທດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະພັນລະຍາ ພ້ອມດ້ວຍຜູ້ແທນ ປະຕິບັດພິທີເຄົາລົບທຸງຊາດ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່ ໂຕເລິມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສົມກຽດ, ເຕັມໄປດ້ວຍນໍ້າໃຈຖານສະຫາຍອ້າຍນ້ອງ ເຊິ່ງພັກ, ລັດ ແລະປະຊາຊົນລາວ ໄດ້ສະຫງວນໃຫ້ແກ່ຄະນະຜູ້ແທນຂັ້ນສູງພັກ ແລະລັດຫວຽດນາມ; ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ທີ່ສະຫາຍ ທອງລຸນ ສີສຸລິດ ໄດ້ສະຫງວນໃຫ້ແກ່ພັກ, ລັດ ແລະ ປະຊາຊົນຫວຽດນາມ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄໍາເຫັນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ໃນສະພາບການປະຈຸບັນ, ການເພີ່ມທະວີ ແລະເປີດກວ້າງການຮ່ວມມື, ພັດທະນາແບບຍືນຍົງສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ຍິ່ງມີຄວາມໝາຍຍຸດທະສາດ, ຕອບສະໜອງຄວາມມຸ່ງມາດປາຖະໜາອັນຈິງຈັງຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກ່າວຄໍາເຫັນ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດນີ້, ທ່ານ ໂຕເລິມ ໄດ້ສົ່ງຄໍາອວຍພອນອັນອົບອຸ່ນ ແລະພອນໄຊອັນປະເສີດມາຍັງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ, ບັນດາສະຫາຍການນໍາພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງທຸກຖ້ວນໜ້າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 50 ປີ (2-12-1975 / 2-12-2025), ອວຍພອນໃຫ້ປະຊາຊົນລາວອ້າຍນ້ອງ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຈະຍາດໄດ້ໄຊຊະຍະໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ; ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຄວາມຜູກພັນຍຸດທະສາດ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ທູຈາງ