ທີ່ການພົບປະ, ທ່ານປະທານາທິບໍດີ Ram Nath Kovind ສະແດງຄວາມປະທັບໃຈກ່ຽວກັບຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ ແລະພັດທະນາປະເທດຊາດ ກໍຄືຖານະບົດບາດ ແລະທີ່ຕັ້ງນັບມື້ນັບສູງຂຶ້ນຢູ່ພາກພື້ນ ແລະໃນໂລກ. ທ່ານ ເວືອງດິ່ງເຫ້ວ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບອິນເດຍ.

leftcenterrightdel
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານປະທານາທິບໍດີອິນເດຍ Ram Nath Kovind. ພາບ: ສໍານັກຂ່າວສານຫວຽດນາມ.

ການນໍາສອງທ່ານເຫັນດີເປັນເອກະພາບສືບຕໍ່ຮັກສາການຢ້ຽມຢາມ, ພົບປະຂັ້ນສູງ ແລະທຸກຂັ້ນ, ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃນປີ 2022...

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີວ່າ ໃນໄລຍະຈະມາເຖິງສອງປະເທດຄວນສົມທົບກັນຢ່າງແໜ້ນແຟ້ນ ແລະປະຕິບັດແຜນການດຳເນີນງານ 2021-2023 ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະວິໄສທັດຮ່ວມກ່ຽວກັບສັນຕິພາບ, ວັດທະນາຖາວອນ ແລະປະຊາຊົນທີ່ໄດ້ຮັບຮອງເອົາເມື່ອເດືອນທັນວາ ປີ 2020 ໃຫ້ເປັນຢ່າງດີ ເພື່ອເພີ່ມທະວີການພົວພັນອັນດີງາມໃນປັດຈຸບັນລະຫວ່າງສອງປະເທດ ຢ່າງບໍ່ຢຸດຢັ້ງກວ່າອີກ. ສອງຝ່າຍຢັ້ງຢືນວ່າຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສພາກພື້ນ ແລະສາກົນ. ຫວຽດນາມ ແລະອິນເດຍ ຈະສືບຕໍ່ ສະໜັບສະໜູນຄວາມມານະພະຍາຍາມຊຸກຍູ້ການແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ລວມມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ເພື່ອສັນຕິພາບ, ການຮ່ວມມື, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະໃນໂລກ.  

ນີ້ແມ່ນການເຄື່ອນໄຫວສຸດທ້າຍ, ສິ້ນສຸດການຢ້ຽມຢາມ ສາທາລະນະລັດ ອິນເດຍ ຢ່າງເປັນທາງການ ແລະປະສົບຜົນສໍາເລັດຢ່າງຈົບງາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ.

ໂດຍ: ໄຊຊະນະ