ທ່ານປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບການນໍາພັກຄອງເກດອິນເດຍ
ກປ.ອອນໄລ - ຕອນບ່າຍວັນທີ 16 ທັນວາ, ທີ່ນະຄອນຫຼວງ New Delhi, ທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບການນໍາພັກຄອງເກດອິນເດຍ.
ທີ່ການຕ້ອນຮັບການນໍາພັກຄອງເກດອິນເດຍ, ທ່ານ ເວືອງດີ່ງເຫວ້ ຂອບໃຈ ແລະເຄົາລົບອາລົມຈິດ, ການປະກອບສ່ວນຂອງພັກຄອງເກດອິນເດຍ ໃນພາລະກິດປົດປ່ອຍຊາດ ແລະພັດທະນາປະເທດຂອງຫວຽດນາມ. ທ່ານເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ແມ່ນເພື່ອນຜູ້ສັດຊື່ບໍລິສຸດຂອງອິນເດຍ, ທ່ານປະທານສະພາແຫ່ງຊາດ ສະເໜີການນໍາພັກອິນເດຍ ສືບຕໍ່ສະໜັບສະໜູນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ, ຕອບສະໜອງຄວາມມຸ່ງຫວັງ ແລະຄວາມປາດຖະໜາຂອງປະຊາຊົນສອງປະເທດ.
ການນໍາພັກຄອງເກດອິນເດຍ ຢັ້ງຢືນວ່າ ພັກຄອງເກດອິນເດຍ ຍາມໃດກໍ່ສະໜັບສະໜູນຫວຽດນາມ ແລະຕີລາຄາສູງຜົນງານຕ່າງໆເຊິ່ງຫວຽດນາມ ບັນລຸໄດ້ພາຍໃຕ້ການຊີ້ນໍາ, ນໍາພາຂອງພັກກອມມູນິດຫວຽດນາມ.
ໂດຍ: ໄຊນີດາ