(i) ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງສະຫາຍ ເລຂາທິການໃຫຍ່ ໂຕເລິມ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ; ສະແດງໃຫ້ເຫັນຄວາມເຊື່ອໝັ້ນຢ່າງສູງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ຕໍ່ກັບການນໍາພາ, ຊີ້ນໍາທີ່ເກັ່ງກ້າສາມາດຂອງສະຫາຍ ໂຕເລິມ ແລະການຕີລາຄາສູງກ່ຽວກັບຜົນງານ, ການປະກອບສ່ວນອັນໃຫຍ່ຫຼວງ ແລະການອຸທິດສ່ວນທີ່ບໍ່ຮູ້ອິດຮູ້ເມື່ອຍຂອງສະຫາຍ ໃນໄລຍະຜ່ານມາ.

ສະຫາຍ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ ດ້ວຍຂີດຄວາມສາມາດ ແລະບົດຮຽນອັນອຸດົມສົມບູນຂອງຕົນ, ສະຫາຍ ໂຕເລິມ ຈະພ້ອມກັບບັນດາສະຫາຍການນໍາຂອງພັກ, ລັດຫວຽດນາມ ສືບຕໍ່ນໍາພາປະເທດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ຍາດໄດ້ບັນດາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ແລະສໍາຄັນກວ່າອີກໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ປະຕິບັດສໍາເລັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະສີວິໄລ.

ສະຫາຍ ທອງລຸນ ສີສຸລິດ ພ້ອມແລ້ວທີ່ຈະຄຽງບ່າຄຽງໄຫຼ່ກັບສະຫາຍ ໂຕເລິມ ສືບຕໍ່ເພີ່ມພູນຄູນສ້າງ ແລະເພີ່ມທະວີການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໃຫ້ນັບມື້ນັບພັດທະນາ, ມີປະສິດທິຜົນນໍາມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນສອງປະເທດ ກໍຄືປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືພັດທະນາຍືນຍົງຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຕາງໜ້າການນໍາພັກ, ລັດ ແລະສະມາຊິກສະພາແຫ່ງຊາດ ຊຸດທີ XVI ມອບຊໍ່ດອກໄມ້ອວຍພອນ ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ. ພາບ: qdnd.vn

(ii) ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ຊົມເຊີຍທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ; ຢັ້ງຢືນວ່າ ການພົວພັນສອງປະເທດ ແມ່ນປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ, ພາຍໃຕ້ການກໍານົດທິດຂອງການນໍາສອງພັກ, ສອງລັດ, ການພົວພັນ ຈີນ-ຫວຽດນາມ ໄດ້ມີບາດກ້າວພັດທະນາກະໂດດຂັ້ນ, ການຮ່ວມມືຍຸດທະສາດຮອບດ້ານ ບັນລຸໝາກຜົນອັນອຸມດົມສົມແບບຫຼາຍຢ່າງ, ນໍາມາເຊິ່ງຜົນປະໂຫຍດ ທີ່ແທດຈິງໃຫ້ແກ່ປະຊາຊົນສອງປະເທດ; ພ້ອມທັງໃຫ້ຮູ້ວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນສອງຝ່າຍ ໄດ້ຮັກສາການແລກປ່ຽນຍຸດທະສາດຂັ້ນສູງ ແລະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ຜ່ານນັ້ນສະແດງໃຫ້ເຫັນອາລົມຈິດອັນດູດດື່ມ “ສະຫາຍ, ອ້າຍນ້ອງ”.

ສະຫາຍ ສີຈິ້ນຜິງ ເນັ້ນໜັກວ່າ ການເພີ່ມທະວີຄວາມສາມັກຄີ ແລະການຮ່ວມມື ແມ່ນສອດຄ່ອງກັບຜົນປະໂຫຍດລວມຂອງສອງພັກ, ສອງລັດ ໃນສະພາບການໂລກ ແລະພາກພື້ນຜັນແປຢ່າງວ່ອງໄສ, ສັບສົນໃນປັດຈຸບັນ; ພ້ອມທັງ ສະແດງການຖືເປັນສໍາຄັນຢ່າງສູງຕໍ່ການພັດທະນາຂອງການພົວພັນສອງປະເທດ, ພ້ອມແລ້ວທີ່ຈະພ້ອມກັບສະຫາຍ ໂຕເລິມ ສືບຕໍ່ຮັກສາການແລກປ່ຽນຍຸດທະສາດ, ກໍານົດທິດກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ກ້າວໄປຂ້າງໜ້າ, ເຮັດໃຫ້ພາລະກິດສັງຄົມນິຍົມຂອງແຕ່ລະປະເທດ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຜ່ານນັ້ນນໍາມາ ເຊິ່ງຜົນປະໂຫຍດຫຼາຍກວ່າໃຫ້ແກ່ປະຊາຊົນສອງປະເທດ ແລະປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະໃນໂລກ.

(iii) ພະມະຫາກະສັດ ແຫ່ງລາຊະອານາຈັກ ກໍາປູເຈຍ ໂນໂຣດົມ ສີຫາໂມນີ ແລະ ທ່ານ ສົມເດັດ ເຕໂຈ ຮຸນແຊນ ປະທານສະພາສູງ ກໍາປູເຈຍ ໄດ້ ຊົມເຊີຍ ທ່ານ ເລຂາທິການໃຫຍ່ ໂຕເລິມ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ກອງປະຊຸມຄັ້ງປະຖົມມະເລິກຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI, ເນັ້ນໜັກວ່າ ນີ້ແມ່ນພະຍານຫຼັກຖານໃຫ້ແກ່ຄວາມສາມາດນໍາພາອັນດີເລີດ ແລະການຕັດສິນໃຈຢ່າງແຂງແຮງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນການນໍາປະເທດຫວຽດນາມ ພັດທະນາຢ່າງເຂັ້ມແຂງ ແລະຈະເລີນຮຸ່ງເຮືອງ, ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ, ພັດທະນາໄວ ແລະຮອບດ້ານໃນທຸກຂົງເຂດ, ກໍຄື ຮັກສາບົດບາດສໍາຄັນຢູ່ພາກພື້ນ ແລະໃນໂລກ.

(iv) ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ລັດເຊຍ ຊົມເຊີຍທ່ານເລຂາທິການໃຫຍ່ ໂຕເລິມ ເນື່ອງໃນໂອກາດໄດ້ຮັບເລືອກຕັ້ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ. ທ່ານ ປູຕິນ ຕີລາຄາສູງການຕັດສິນຂອງສະພາແຫ່ງຊາດຫວຽດນາມ ອີກເທື່ອໜຶ່ງຢັ້ງຢືນອິດທິພົນຊື່ສຽງດ້ານການເມືອງສູງສຸດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະການສະໜັບ ສະໜູນຢ່າງກວ້າງຂວາງທີ່ສຸດຕໍ່ກັບແນວທາງພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ແລະການປົກປ້ອງສິດຜົນປະໂຫຍດຂອງປະເທດໃນເວທີສາກົນ.

(v) ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ໄດ້ສົ່ງສານຊົມເຊີຍ ເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ; ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ນໍ້າໃຈມິດຕະພາບລະຫວ່າງສອງປະເທດ ຈະສືບຕໍ່ພັດທະນາໃຫ້ນັບມື້ນັບພັດທະນາຢ່າງແຮງ; ສະແດງຄວາມປາດຖະໜາວ່າ ຈະໄດ້ຮ່ວມມືຢ່າງແໜ້ນແຟ້ນ ເພື່ອສືບຕໍ່ຮັດແໜ້ນກວ່າອີກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ເພື່ອຄວາມກ້າວໜ້າ ແລະວັດທະນາຖາວອນຂອງປະຊາຊົນສອງປະເທດ ແລະພາກພື້ນ.

(vi) ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ ໄດ້ສົ່ງສານຊົມເຊີຍ ເຖິງທ່ານ ເລມິງຮຶງ ເນື່ອງໃນໂອກາດໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ສະແດງໃຫ້ເຫັນຄວາມໄວ້ວາງໃຈ ແລະຄວາມເຊື່ອໝັ້ນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ຕໍ່ກັບບົດບາດ, ວິໄສທັດ ແລະຂີດຄວາມສາມາດບໍລິຫານປະເທດຂອງສະຫາຍ ເພື່ອນໍາປະເທດຫວຽດນາມ ສືບຕໍ່ພັດທະນາ ແລະວັດທະນາຖາວອນກວ່າອີກ.

(vii) ທ່ານ ຫຼີສຽງ ນາຍົກລັດຖະມົນຕີ ຈີນ ໄດ້ສົ່ງສານຊົມເຊີຍເຖິງທ່ານ ເລມິງຮຶງ ເນື່ອງໃນໂອກາດໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ສືບຕໍ່ຢັ້ງຢືນວ່າ ຫວຽດນາມ ແລະຈີນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມິດຕະພາບ, ພ້ອມທັງເປັນຄູ່ຮ່ວມມືສໍາຄັນ ດ້ວຍຫຼາຍຜົນປະໂຫຍດຍຸດທະສາດຮ່ວມ, ແລະພາຍໃຕ້ການນໍາພາຂອງການນໍາຂັ້ນສູງສອງພັກ, ສອງລັດ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງຝ່າຍ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະນໍາມາເຊິ່ງຜົນປະໂຫຍດທີ່ແທດຈິງຫຼາຍຢ່າງໃຫ້ແກ່ປະຊາຊົນສອງປະເທດ.

(viii) ທ່ານ ຮຸນ ມາແນັດ ນາຍົກລັດຖະມົນຕີ ກໍາປູເຈຍ ຊົມເຊີຍທ່ານ ເລມິງຮຶງ ເນື່ອງໃນໂອກາດ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ທ່ານ ຮຸນ ມາແນັດ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາທີ່ຂະຫຍັນຂັນເຄື່ອນ ແລະວິໄສທັດຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຜົນງານສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ, ນັບມື້ນັບຍົກສູງບົດບາດ ແລະຖານະທີ່ຕັ້ງຢູ່ພາກພື້ນ ແລະໃນໂລກ.

(ix) ໃນສານຊົມເຊີຍ, ທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ກູບາ ໄດ້ຊົມເຊີຍສະຫາຍ ເຈິ່ນແທັງເໝິນ ເນື່ອງໃນໂອກາດ ສະຫາຍ ສືບຕໍ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານສະພາແຫ່ງຊາດຫວຽດນາມ ຊຸດທີ XVI; ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງສະຫາຍ ເຈິ່ນແທັງເໝິນ, ສອງຝ່າຍ ຈະສືບຕໍ່ເພີ່ມທະວີການພົວພັນມາແຕ່ດົນນານລະຫວ່າງສອງສະພາແຫ່ງຊາດ.

ເນື່ອງໃນໂອກາດນີ້, ສະຫາຍ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ສະຫາຍ ນາງ ຫວໍທິແອັງຊວນ ເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດ ສະຫາຍ ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນຮອງປະທານປະເທດ ແຫ່ງ ສສ ຫວຽດນາມ.

ໂດຍ: ໄຊຊະນະ