ທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບເລຂາທິການໃຫຍ່ພັກກອມມູນິດອິນເດຍ
ກປ.ອອນໄລ - ຕອນບ່າຍວັນທີ 16 ທັນວາ, ທີ່ນະຄອນຫຼວງ New Delhi, ທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບທ່ານ D.Raja ເລຂາທິການໃຫຍ່ພັກກອມມູນິດອິນເດຍ (CPI).
ທີ່ການຕ້ອນຮັບ, ທ່ານ ເວືອງດີ່ງເຫວ້ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວ ແລະຄຳເຊື້ອເຊີນຂອງທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງທ່ານ D.Raja, ທ່ານປະທານສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ ພັກກອມມູນິດຫວຽດນາມ ຖືເປັນສໍາຄັນການພົວພັນລະຫວ່າງສອງປະເທດ, ພິເສດແມ່ນການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດອິນເດຍ; ຢັ້ງຢືນວ່າ ພັກກອມມູນິດຫວຽດນາມ ຈະບໍ່ອາດຫຼົງລືມການສະໜັບສະໜູນ, ການຊ່ວຍເຫຼືອທີ່ຈິງໃຈຈາກພັກກອມມູນິດອິນເດຍ, ປະຊາຊົນອິນເດຍ ໃນການຕໍ່ສູ້ປົດປ່ອຍຊາດກ່ອນນີ້ກໍ່ຄືໃນວິວັດແຫ່ງການສ້າງສາ, ພັດທະນາປະເທດໃນປະຈຸບັນໄດ້.
    |
 |
ທ່ານ D. Raja ເລຂາທິການໃຫຍ່ພັກກອມມູນິດອິນເດຍ ມອບດອກໄມ້ຊົມເຊີຍທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ມາຢ້ຽມຢາມອິນເດຍ ຢ່າງເປັນທາງການ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ການພົບປະ, ທ່ານ ເວືອງດີ່ງເຫວ້ ແລະທ່ານ D.Raja ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດອິນເດຍ ແມ່ນການພົວພັນສະໜິດຕິດພັນ ແລະໄວ້ເນື້ອເຊື່ອໃຈບົນຫຼັກການພື້ນຖານຂອງລັດທິມາກ-ເລນິນ, ພ້ອມກັນເຫັນດີເປັນເອກະພາບວ່າສອງພັກຈະຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອິນເດຍ ໃນປີ 2022.
ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ທ່ານ ເວືອງດີ່ງເຫວ້ ແລະທ່ານ D.Raja ເຫັນດີເປັນເອກະພາບຖືວ່າການແກ້ໄຂຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທິບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ໂດຍ: ເກື່ອງດັ້ງ