leftcenterrightdel
ທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມອິນເດຍ ຢ່າງເປັນທາງການ. ພາບ: ສໍານັກຂ່າວສານຫວຽດນາມ.

ການຢ້ຽມຢາມສາທາລະນະລັດອິນເດຍ ຢ່າງເປັນທາງການຂອງທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແມ່ນເພື່ອແນໃສ່ສືບຕໍ່ປັບປຸງ ແລະຊຸກຍູ້ການພົວພັນລະຫວ່າງສອງປະເທດ; ຢັ້ງຢືນຫວຽດນາມ ກຽມພ້ອມກັບອິນເດຍ ເປີດໄລຍະແຫ່ງການພົວພັນໃໝ່ຢ່າງແທດຈິງ ແລະມີປະສິດທິຜົນກວ່າໃນຂົງເຂດຕ່າງໆ, ໂດຍສະເພາະແມ່ນຮ່ວມມືກັນໃນການຟື້ນຟູເສດຖະກິດຫຼັງພະຍາດໂຄວິດ-19, ການຮ່ວມມືໃນຫຼາຍຂົງເຂດ, ທ້ອງຖິ່ນ, ພົບປະແລກປ່ຽນປະຊາຊົນ.

ໂດຍ: ໄຊນີດາ