ທ່ານ ເຈິ່ນແທັງເໝິນ ໄດ້ສະພາແຫ່ງຊາດເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະພາແຫ່ງຊາດ ຊຸດທີ XVI
ກປ.ອອນໄລ - ຕອນເຊົ້າວັນທີ 6 ເມສາ, ດ້ວຍຈຳນວນ 100% ສະມາຊິກສະພາແຫ່ງຊາດ ທີ່ມີໜ້າຕົກລົງເຫັນດີ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິທີ່ເລືອກຕັ້ງປະທານສະພາແຫ່ງຊາດ ສໍາລັບທ່ານ ເຈິ່ນແທັງເໝິນ.
ກ່ອນໜ້ານັ້ນ, ສະພາແຫ່ງຊາດ ໄດ້ດໍາເນີນການເລືອກຕັ້ງປະທານສະພາແຫ່ງຊາດ ດ້ວຍຮູບການປ່ອນບັດ.
ພາຍຫຼັງແຈ້ງຜົນການກວດກາບັດ, ສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາມະຕິທີ່ເລືອກຕັ້ງທ່ານ ເຈິ່ນແທັງເໝິນ ໃຫ້ດໍາລົງຕໍາແໜ່ງປະທານສະພາແຫ່ງຊາດ ຊຸດທີ XVI ດ້ວຍຈຳນວນ 100% ສະມາຊິກສະພາແຫ່ງຊາດທີ່ມີໜ້າຕົກລົງເຫັນດີ.
    |
 |
|
ການນຳພັກ, ລັດ ແລະສະມາຊິກສະພາແຫ່ງຊາດປ່ອນບັດເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ XVI. ພາບ: ສໍານັກຂ່າວສານຫວຽດນາມ |
ພິທີສາບານຕົວຕໍ່ສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງຫຼັງຈາກນັ້ນຢ່າງສົມກຽດ.
ພາຍໃຕ້ທຸງແດງດາວເຫຼືອງທີ່ສັກກາລະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດແຫ່ງ ສສ. ຫວຽດນາມ ສາບານຕົວວ່າ: ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ລັດຖະທຳມະນູນຂອງປະເທດ ສສ. ຫວຽດນາມ; ມານະພະຍາຍາມປະຕິບັດສຳເລັດໜ້າທີ່ເຊິ່ງ ພັກ, ລັດ ແລະປະຊາຊົນມອບໝາຍໃຫ້.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຊຸດທີ XVI ສາບານຕົວຮັບດໍາລົງຕຳແໜ່ງ. ພາບ: qdnd.vn |
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຊຸດທີ XVI ສາບານຕົວຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ພາບ: qdnd.vn |
ໂດຍ: ຈາງຫງວຽນ