leftcenterrightdel
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Venkaiah Naidu ຮອງປະທານາທິບໍດີທັງເປັນປະທານສະພາສູງອິນເດຍ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ສອງຝ່າຍຕີລາຄາສູງບັນດາການເຄື່ອນໄຫວຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດໃນໄລຍະຜ່ານມາ ແລະ ເຫັນດີສືບຕໍ່ຮັກສາການຢ້ຽມຢາມ, ພົບປະຂັ້ນສູງ, ທຸກຂັ້ນຂອງລັດ, ລັດຖະບານ, ສະພາແຫ່ງຊາດ, ລະຫວ່າງພັກ, ທ້ອງຖິ່ນ ແລະການພົບປະແລກປ່ຽນສະມາຊິກລັດຖະສະພາ ແລະປະຊາຊົນ.

ສອງຝ່າຍກໍ່ເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນໃນການເຄື່ອນໄຫວອອກສະໝັກເລືອກຕັ້ງ ແລະເລືອກຕັ້ງເຂົ້າຕໍາແໜ່ງຂອງບັນດາອົງການຈັດຕັ້ງສາກົນ, ກໍ່ຄືຕີລາຄາສູງການສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສພາກພື້ນ ແລະສາກົນ. ສອງຝ່າຍຢືນຢັນຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ສະໜັບສະໜູນຊຸກຍູ້ການເຈລະຈາ ແລະສ້າງຄວາມໄວ້ເນື້ອເຊື່ອໃຈ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ໂດຍ: ທະນາພອນ