ຫວຽດນາມ ແລະ ອິນເດຍ ລົງນາມຮ່ວມມືໃນຫຼາຍຂົງເຂດ
ກປ.ອອນໄລ - ຕອນເຊົ້າວັນທີ 17 ທັນວາ, ໃນຂອບເຂດການຢ້ຽມຢາມອິນເດຍ ຢ່າງເປັນທາງການ, ທີ່ຫໍສະພາແຫ່ງຊາດອິນເດຍ, ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Om Birla ປະທານສະພາຕໍ່າອິນເດຍ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະຫ້ອງວ່າການສະພາຕ່ຳອິນເດຍ ໃນຂົງເຂດຫໍສະໝຸດ ແລະໂທລະພາບສະພາແຫ່ງຊາດ.
    |
 |
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Om Birla ປະທານສະພາຕໍ່າອິນເດຍ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມນັ້ນແລ້ວ, ສອງຝ່າຍຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ແລະຮ່ວມມືກັນແບ່ງປັນບົດຮຽນໃນຂົງເຂດຫັນແຫຼ່ງຊັບພະຍາກອນເປັນດີຈີຕອນ, ເພີ່ມເຕີມແຫຼ່ງເອກະສານດີຈີຕອນໃຫ້ຫໍສະໝຸດ ເພື່ອນຳມາເຊິ່ງຜົນປະໂຫຍດລວມ.
ໃນວັນດຽວກັນ, ທີ່ການຕ້ອນຮັບເສດຖີເງິນຕື້ ທ່ານ Prashant Ruia ປະທານກຸ່ມບໍລິສັດ Essar, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຮຽກຮ້ອງໃຫ້ Essar ເປີດກວ້າງການລົງທຶນຢູ່ຫວຽດນາມ, ຊົມເຊີຍເລື່ອງກຸ່ມບໍລິສັດຢາກລົງທຶນເຂົ້າອຸດສາຫະກໍາກັ່ນຕອງນ້ຳມັນ. ສ່ວນທ່ານປະທານກຸ່ມບໍລິສັດ Essar ໃຫ້ຄຳໝັ້ນສັນຍາວ່າ, ໃນໄລຍະຈະມາເຖິງຈະສ້າງຕັ້ງໜ່ວຍງານ ເພື່ອຄົ້ນຄວ້າຄວາມສາມາດລົງທຶນເຂົ້າ ຫວຽດນາມ.
ວັນທີ 17 ທັນວາ, ໃນຂອບເຂດການຢ້ຽມຢາມ ອິນເດຍ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ເຮັດວຽກກັບທ່ານ Rajeev Chandrasekhar ລັດຖະມົນຕີກະຊວງເອເລັກໂຕນິກ ແລະເຕັກໂນໂລຢີຂໍ້ມູນຂ່າວສານອິນເດຍ ແລະລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ແລະເອເລັກໂຕນິກລະຫວ່າງສອງປະເທດ.
ໂດຍ: ທະນາພອນ