ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ, ຈິງໃຈ ແລະເປີດເຜີຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈໍາ ຫວຽດນາມ ໄດ້ຢໍ້າຄືນບາດກ້າວພັດທະນາທີ່ຕັ້ງໜ້າຂອງການພົວພັນຫວຽດນາມ - ຈີນ ໃນໄລຍະມໍ່ໆມານີ້, ພົ້ນເດັ່ນແມ່ນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໄດ້ຮັບການປັບປຸງ, ການພົບປະຂັ້ນສູງດໍາເນີນໄປຢ່າງເປັນປະຈໍາ, ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວເຕີບໂຕຢ່າງແຂງແຮງ, ການຮ່ວມມືລະຫວ່າງທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນດໍາເນີນຢ່າງຟົດຟື້ນໃນ “ປີແຫ່ງການພົບປະແລກປ່ຽນມະນຸດສະທໍາ ຫວຽດນາມ-ຈີນ 2025”.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ He Wei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ. ພາບ: baochinhphu.vn |
ເນັ້ນໜັກເຖິງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ ແລະແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະລັດຖະບານຫວຽດນາມ ໃນການໃຫ້ບຸລິມະສິດແຖວໜ້າແກ່ສາຍພົວພັນມິດຕະພາບ, ການຮ່ວມມືກັບຈີນ, ທ່ານ ຟ້າມມິງຈິ໊ງ ປາດຖະໜາຢາກໃຫ້ສອງປະເທດສືບຕໍ່ເພີ່ມທະວີຄວາມສາມັກຄີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຍູ້ແຮງການຮ່ວມມືຮອບດ້ານ, ໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ.
ສ່ວນທ່ານເອກອັກຄະລັດຖະທູດ He Wei ສະແດງຄວາມຊົມເຊີຍຕໍ່ຜົນການພັດທະນາທີ່ສຳຄັນຂອງຫວຽດນາມ ໃນ 5 ປີຜ່ານມາ, ພາຍໃຕ້ການຊີ້ນຳຂອງພັກກອມມູນິດຫວຽດນາມ ແລະການບໍລິຫານຢ່າງຂ້ຽວຂາດ, ມີປະສິດທິຜົນຂອງລັດຖະບານ ແລະນາຍົກລັດຖະມົນຕີ. ທ່ານເອກອັກຄະລັດຖະທູດ He Wei ໄດ້ຂອບໃຈ ແລະຕີລາຄາສູງຄວາມສຸດອົກສຸດໃຈ ແລະການປະກອບສ່ວນອັນສຳຄັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ການພົວພັນສອງຝ່າຍ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: baochinhphu.vn |
ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ສອງຝ່າຍມານະພະຍາຍາມຊຸກຍູ້ການຄ້າຕາມທິດດຸນດ່ຽງ, ປອດໃສ, ຍືນຍົງ, ເປີດກວ້າງຕະຫຼາດຢ່າງສຸດຂີດໃຫ້ແກ່ຜະລິດຕະພັນກະເສດ ແລະຜະລິດຕະພັນລ້ຽງສັດຂອງຫວຽດນາມ, ສ້າງບາດກ້າວບຸກທະລຸໃນການເຊື່ອມຈອດໂຄງລ່າງຍຸດທະສາດ, ໃຫ້ບຸລິມະສິດສູງແກ່ການຮ່ວມມືທາງລົດໄຟແນໃສ່ເຊື່ອມຕໍ່ສອງປະເທດ ກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອາຊີກາງ ແລະເອີລົບ; ຊຸກຍູ້ການຮ່ວມມືດ້ານພະລັງງານ, ການເງິນ, ທະນາຄານໃຫ້ຫຼາຍກວ່າອີກ; ເພີ່ມທະວີການຮ່ວມມືດ້ານວັດທະນະທຳ ແລະການທ່ອງທ່ຽວ, ອຳນວຍຄວາມສະດວກສຳລັບການເຂົ້າ-ອອກເມືອງ ໃຫ້ນັກທ່ອງທ່ຽວຂອງສອງຝ່າຍ.
ທ່ານເອກອັກຄະລັດຖະທູດ Ha Wei ຢືນຢັນວ່າ ພັກ ແລະ ລັດຈີນ ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງແກ່ການພົວພັນກັບ ຫວຽດນາມ ໃນນະໂຍບາຍການທູດບ້ານໃກ້ເຮືອນຄຽງ; ພ້ອມແລ້ວທີ່ຈະກັບຫວຽດນາມ ຮັກສາການແລກປ່ຽນຍຸດທະສາດຂັ້ນສູງຢ່າງເປັນປະຈຳ, ເຮັດໃຫ້ການຮ່ວມມືໃນທຸກຂົງເຂດເລິກເຊິ່ງກວ່າອີກຢ່າງບໍ່ຢຸດຢັ້ງ, ປະກອບສ່ວນນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດຈີນ-ຫວຽດນາມ ທີ່ມີຄວາມໝາຍ ຍຸດທະສາດພັດນະນາຂຶ້ນສູ່ລະດັບສູງໃໝ່.
ໂດຍ: ທູຈາງ