ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຖືວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືສອງປະເທດຍັງໃຫຍ່ຫຼວງຫຼາຍ ແລະສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືຮອບດ້ານ, ພິເສດແມ່ນໃນຂົງເຂດການຄ້າ-ການລົງທຶນ, ການເງິນ, ການສຶກສາ-ບໍາລຸງສ້າງ, ວິທະຍາສາດ-ເຕັກໂນໂລຢີ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຫັນເປັນພະລັງງານ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ວັດທະນະທໍາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ; ສ້າງຄວາມສະດວກດ້ານວີຊາໃຫ້ແກ່ພົນລະເມືອງຫວຽດນາມ, ຕໍ່ໜ້າແມ່ນຍົກເວັ້ນວີຊາໃຫ້ແກ່ຜູ້ຖືໜັງສືຜ່ານແດນທາງການທູດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Iain Frew ເອກອັກຄະລັດຖະທູດອັງກິດ ແລະໄອແລນເໜືອ ປະຈຳ ຫວຽດນາມ. ພາບ: VGP

ສ່ວນທ່ານເອກອັກຄະລັດຖະທູດ Iain Frew ຢືນຢັນວ່າ ຝ່າຍອັງກິດ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງຫວຽດນາມ ໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຫັນເປັນພະລັງງານ; ເຫັນດີເປັນເອກະພາບຈະຕັ້ງໜ້າປະສານສົມທົບກັບກະຊວງ, ຂະແໜງການຫວຽດນາມ ເພື່ອຊຸກຍູ້ການຜັນຂະຫຍາຍເນື້ອໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະໝາກຜົນຂອງການຢ້ຽມຢາມອັງກິດ ຂອງທ່ານເລຂາທິການໃຫຍ່ ໂຕເລິມ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: VGP

ທ່ານເອກອັກຄະລັດຖະທູດ ໄດ້ເຫັນດີກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງໃນທຸກຊ່ອງທາງແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ອັງກິດ ສືບຕໍ່ຮ່ວມມື ແລະໜູນຊ່ວຍຫວຽດນາມ ພັດທະນາສູນການເງິນສາກົນ; ເປີດກວ້າງການຮ່ວມມືດ້ານການບໍາລຸງສ້າງລະຫວ່າງມະຫາວິທະຍາໄລສອງປະເທດ ແລະຊຸກຍູ້ນໍາພາສາອັງກິດເປັນພາສາທີ 2 ຢູ່ບັນດາໂຮງຮຽນຢູ່ຫວຽດນາມ, ຜ່ານນັ້ນປະກອບສ່ວນເພີ່ມທະວີການຮ່ວມມືດ້ານວັດທະນະທໍາ, ພົບປະແລກປ່ຽນປະຊາຊົນ, ສ້າງເງື່ອນໄຂໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ອັງກິດ ເຊື່ອມໂຍງເປັນຢ່າງດີ, ສວມບົດບາດເປັນຂົວເຊື່ອມຕໍ່ມິດຕະພາບ ແລະປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.

ກ່ຽວກັບການຮ່ວມມືໃນຂອບເຂດຫຼາຍຝ່າຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສໍາຄັນຂອງການເພີ່ມທະວີການເຈລະຈາເຄົາລົບກົດໝາຍສາກົນເພື່ຶອແນໃສ່ຮັກສາສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ ກໍ່ຄືໃນໂລກ, ໃນນັ້ນມີການຮັບປະກັນເສລີພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ແມ່ນເຂດທະເລທີ່ມີບົດບາດສຳຄັນທີ່ສຸດໃນການຄ້າສາກົນ.

ໂດຍ: ເຈິ່ນຮວ່ຽນ