ກອງປະຊຸມໄດ້ສຸມໃສ່ປຶກສາຫາລື, ເຫັນດີເປັນເອກະພາບບາງບັນຫາເພື່ອກະກຽມໃຫ້ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຊຸດທີ XVI. ກອງປະຊຸມຈະຈັດຂຶ້ນໃນຕອນເຊົ້າວັນທີ 6 ເມສາ 2026 ທີ່ຫໍສະພາແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ. ຄາດວ່າ ເວລາເຮັດວຽກຂອງກອງປະຊຸມທັງໝົດແມ່ນປະມານ 11 ວັນ, ແບ່ງເປັນ 2 ຄັ້ງ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຊຸດທີ XVI ມີເນື້ອໃນສໍາຄັນຫຼາຍຢ່າງ. ສະພາແຫ່ງຊາດຈະດໍາເນີນວຽກງານຈັດຕັ້ງ, ບຸກຄະລາກອນຂັ້ນສູງຂອງກົງຈັກລັດ, ພິຈາລະນາຮັບຮອງເອົາຮ່າງກົດໝາຍ 8 ສະບັບ, ຮ່າງມະຕິເອກະສານນິຕິກໍາ 1 ສະບັບ; ພ້ອມທັງພິຈາລະນາ, ຕັດສິນແຜນການໃຫຍ່ຂອງປະເທດ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເງິນແຫ່ງຊາດ, ການລົງທຶນພາກລັດ,... ໃນໄລຍະ 5 ປີຈະມາເຖິງ.

leftcenterrightdel
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຫວູຮ້ຽວ

ທ່ານປະທານສະພາແຫ່ງຊາດ ຊົມເຊີຍຫົວໜ້າໜ່ວຍພັກ, ຫົວໜ້າຄະນະຮັບຜິດຊອບຄະນະສະມາຊິກສະພາແຫ່ງຊາດບັນດາແຂວງ, ນະຄອນທີ່ຫາກໍ່ໄດ້ຮັບການເລືອກຕັ້ງ; ເນັ້ນໜັກວ່າ ດ້ວຍບົດບາດສໍາຄັນຂອງຫົວໜ້າໜ່ວຍພັກ, ຫົວໜ້າຄະນະ, ຮອງຫົວໜ້າຄະນະຮັບຜິດຊອບ ຄະນະສະມາຊິກສະພາແຫ່ງຊາດບັນດາແຂວງ, ນະຄອນຕໍ່ກັບຜົນສໍາເລັດຂອງກອງປະຊຸມ.

ໂດຍເຕື້ອງເຖິງຄໍາກ່າວປາໄສຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ທີ່ວ່າ: “ໃນໄລຍະເວລາປະສົບກັບຄວາມຫຍຸ້ງຍາກ, ເວລາດ່ວນ, ມີວຽກງານສໍາຄັນຫຼາຍ ແມ່ນກາລະໂອກາດເພື່ອຢັ້ງຢືນຄວາມສາມາດໃນການນໍາພາຂອງພັກ, ປະສິດທິພາບການບໍລິຫານຂອງລັດ ແລະປະສິດທິຜົນການເຄື່ອນໄຫວຂອງລະບົບການເມືອງ... ແມ່ນໂອກາດທົດສອບສໍາລັບການນໍາຄະນະພັກຂັ້ນ, ອໍານາດການປົກຄອງ, ແນວໂຮມປະເທດຊາດ, ອົງການຈັດຕັ້ງມະຫາຊົນ, ບັນດາຂະແໜງການ, ທຸກຂັ້ນ, ພຽງແຕ່ຜ່ານການເຮັດວຽກຈຶ່ງສະແດງຄວາມສາມາດໃນການນໍາພາ, ການບໍລິຫານ...”, ທ່ານປະທານສະພາແຫ່ງຊາດ ສະເໜີການນໍາບັນດາໜ່ວຍພັກ ຄະນະສະມາຊິກສະພາແຫ່ງຊາດບັນດາແຂວງ, ນະຄອນຂຶ້ນກັບສູນກາງ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ເປັນເອກພາບ, ເພີ່ມທະວີການປະສານສົມທົບກັບອົງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ, ນໍາພາ, ຊີ້ນໍາວຽກງານານກະກຽມ ເພື່ອຈັດຕັ້ງກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຊຸດທີ XVI ສໍາເລັດຜົນ, ສ້າງຄວາມກະຕືລືລົ້ນ ແລະຄວາມເຊື່ອໝັ້ນໃຫ້ອາຍຸການໃໝ່.

ໂດຍ: ໄຊນີດາ