ເຂົ້າຮ່ວມພິທີໄຂ ມີບັນດາສະຫາຍ: ໂຕເລິມ ເລຂາທິການໃຫຍ່; ເລືອງເກື່ອງ ປະທານປະເທດ; ຟ້າມມິງຈີ້ງ ນາຍົກລັດຖະມົນຕີ; ພ້ອມດ້ວຍການນໍາ, ອະດີດການນໍາພັກ, ລັດ. ເຂົ້າຮ່ວມພິທີໄຂ ຍັງມີ ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ພົນເອກ ຫງວຽນຈ້ອງເຫງັຍ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ; ພົນເອກ ຫງວຽນເຕິນເກືອງ ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ບັນດາສະຫາຍສະມາຊິກສະພາແຫ່ງຊາດ ທີ່ພວມປະຕິບັດງານໃນກອງທັບ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ, ບັນດາສະຫາຍການນໍາພັກ, ລັດ, ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມພິທີໄຂ. ພາບ: quochoi.vn |
ກ່ອນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາສະຫາຍການນໍາພັກ, ລັດ ແລະສະມາຊິກສະພາແຫ່ງຊາດ ໄດ້ວາງພວງມາລາ, ເຂົ້າສຸສານໄວ້ອາໄລ ປະທານ ໂຮ່ຈີມິນ; ວາງພວງມາລາອາໄລຫານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ທີ່ອະນຸສາວະລີນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (ຖະໜົນບັກເຊີນ, ນະຄອນ ຮ່າໂນ້ຍ).
ທີ່ວາລະໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີບົດກ່າວຄໍາເຫັນຊີ້ນໍາ. ໂດຍເນັ້ນໜັກເຖິງຄວາມໝາຍຂອງກອງປະຊຸມຄັ້ງປະຖົມມະເລິກ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ: ກອງປະຊຸມຄັ້ງປະຖົມມະເລິກ ມີຄວາມໝາຍສໍາຄັນເປັນພິເສດ, ເປີດສາກໃຫ້ແກ່ອາຍຸການໃໝ່ຂອງອົງການທີ່ເປັນຕົວແທນສູງສຸດຂອງປະຊາຊົນ, ອົງການທີ່ມີສິດອໍານາດສູງສຸດຂອງລັດ. ນີ້ແມ່ນວາລະກອງປະຊຸມປັບປຸງກົງຈັກການຈັດຕັ້ງລັດຕາມລັດຖະທໍາມະນູນ; ວາລະກອງປະຊຸມ ສຸມໃສ່ຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ເປັນລະບຽບການ, ສ້າງພື້ນຖານດ້ານນິຕິກໍາ, ລະບຽບການ ແລະກໍາລັງໜູນດ້ານນະໂຍບາຍ ເພື່ອໃຫ້ປະເທດ ກ້າວເຂົ້າສູ່ໄລຍະພັດທະນາໃໝ່...
    |
 |
|
ບັນຍາກາດວາລະໄຂກອງປະຊຸມ. ພາບ: quochoi.vn |
ພາຍຫຼັງວາລະໄຂກອງປະຊຸມ, ສະພາແຫ່ງຊາດ ໄດ້ຮັບຟັງສະພາການເລືອກຕັ້ງແຫ່ງຊາດ ລາຍງານສະຫຼຸບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031; ລາຍງານຜົນການຢືນຢັນຄຸນລັກສະນະສະມາຊິກສະພາແຫ່ງຊາດ ຊຸດທີ XVI.
ຕໍ່ຈາກນັ້ນ, ສະພາແຫ່ງຊາດ ປະຕິບັດຂັ້ນຕອນຕາມລະບຽບການເລືອກຕັ້ງປະທານສະພາແຫ່ງຊາດ. ດ້ວຍຜູ້ແທນມີໜ້າ 100% ລົງຄະແນນສຽງເຫັນດີ, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິເລືອກເອົາສະຫາຍ ເຈິ່ນແທັງເໝິນ ດໍາລົງຕໍາແໜ່ງປະທານສະພາແຫ່ງຊາດ ຊຸດທີ XVI. ຫຼັງຈາກນັ້ນ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ປະຕິບັດພິທີສາບານຕົວ ແລະມີບົດກ່າວຄໍາເຫັນຮັບຕໍາແໜ່ງ.
ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດ ໄດ້ປະຕິບັດບັນດາຂັ້ນຕອນຕາມລະບຽບການ ເພື່ອເລືອກຕັ້ງຮອງປະທານສະພາແຫ່ງຊາດ ແລະກໍາມະການຄະນະປະຈໍາສະພາແຫ່ງຊາດ.
ດ້ວຍຜູ້ແທນມີໜ້າ 100% ລົງຄະແນນສຽງເຫັນດີ, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິເລືອກເອົາຮອງປະທານສະພາແຫ່ງຊາດ ຊຸດທີ XVI.
* ໃນຕອນບ່າຍ, ສະພາແຫ່ງຊາດ ໄດ້ຮັບຟັງບັນດາມະຕິ ວ່າດ້ວຍການໃຫ້ສັດຕະຍາບັນ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ຊຸດທີ XVI. ຫຼັງຈາກນັ້ນ, ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ມອບຂໍ້ຕົກລົງໃຫ້ ບັນດາຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ຊຸດທີ XVI.
ໂດຍ: ໄຊຊະນະ