ຄ້າຍທະຫານຊາຍແດນ ນໍ້າຍື່ ໄດ້ຮັບໜ້າທີ່ຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນ ດ້ວຍລວງຍາວ 16 ກິໂລແມັດ ຂຶ້ນກັບຕາແສງ ນ່າຮີ່ ດ້ວຍ 13 ບ້ານ ແລະ 1 ກຸ່ມຊຸມຊຸົນ, ໃນນັ້ນມີ 4 ບ້ານຕິດຈອດກັບຊາຍແດນ. ທົ່ວບໍລິເວນມີ 1.394 ຄອບຄົວ ດ້ວຍປະຊາກອນ 7.494 ຄົນ, ລວມມີ 8 ຊົນເຜົ່າດໍາລົງຊີວິດຢູ່ຮ່ວມກັນ; ໃນນັ້ນຊາວເຜົ່າມົ້ງ ກວມເອົາກວ່າ 88%. ລັກສະນະສະເພາະຂອງບໍລິເວນແມ່ນກວ້າງໃຫຍ່, ພູມສັນຖານຖືກແບ່ງແຍກ, ລະດັບຄວາມຮູ້ຂອງປະຊາຊົນບໍ່ສະໝໍ່າສະເໝີ ສະນັ້ນຈຶ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ວຽກງານຄຸ້ມຄອງ, ປຸກລະດົມມະຫາຊົນຂອງພະນັກງານ, ນັກຮົບໃນກົມກອງ.
ຕາມການສະຖິຕິແລ້ວ, ປະຈຸບັນ, ໃນບໍລິເວນຄ້າຍທະຫານຊາຍແດນ ນໍ້າຍື່ ມີສາສະນິກະຊົນ 5.000 ກວ່າຄົນ. ໃນເມື່ອກ່ອນ, ສະພາບການດໍາເນີນຊີວິດທາງດ້ານການເຫຼື້ອມໃສ, ເຊື່ອຖືສາສະໜາເປັນປົກກະຕິ, ແຕ່ຍັງມີຄວາມຈໍາກັດໃນການເຄື່ອນໄຫວດໍາເນີນຊີວິດດ້ານສາສະໜາຜິດກົດໝາຍ, ມີລັກສະນະເກີດຂຶ້ນເອງ ແລະຂະໜາດນ້ອຍ. ການເຄື່ອນໄຫວເຫຼົ່ານີ້, ສ່ວນຫຼາຍແມ່ນເກີດຂຶ້ນຢູ່ກຸ່ມຊຸມຊົນ ທີ່ມີຄວາມຮັບຮູ້ທາງດ້ານກົດໝາຍຍັງຈໍາກັດຢູ່. ສິ່ງທີ່ເປັນໜ້າໃສ່ໃຈ, ບຸກຄົນຈຳນວນໜຶ່ງໄດ້ສວຍໃຊ້ການເຫຼື້ອມໃສ, ເຊື່ອຖືສາສະໜາ ເພື່ອໂຄສະນາເຜີຍແຜ່ສິ່ງທີ່ຜິດກົດໝາຍ, ແກ່ດຶງເອົາປະຊາຊົນເຂົ້າຮ່ວມການດໍາເນີນຊີວິດດ້ານສາສະໜາທີ່ບໍ່ຖືກກັບການນໍານົດ, ຊ້ອນແຝງຄວາມສ່ຽງ ສົ່ງຜົນສະທ້ອນເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.
ທ່ານພັນຕີ ໂດ໊ຊວນດ່ຽມ, ຫົວໜ້າການເມືອງຄ້າຍທະຫານຊາຍແດນ ນໍ້າຍື່ ໃຫ້ຮູ້ວ່າ: “ບັນດາອິດທິກໍາລັງປໍລະປັກໄດ້ສວຍໃຊ້ການເຄື່ອນໄຫວດ້ານການເຫຼື້ອມໃສ, ເຊື່ອຖືສາສະໜາເພື່ອແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຫຼຸດລົງ. ຜົນກະທົບຫຍໍ້ທໍ້ເຫຼົ່ານີ້ສາມາດພາໃຫ້ເກີດຄວາມບໍ່ສະຫງົບພາຍໃນບ້ານ, ເກີດການຂັດແຍ້ງພາຍໃນຄອບຄົວ, ຊຸມຊົນ. ໃນໄລຍະຍາວສິ່ງເຫຼົ່ານີ້ ຈະເປັນເງື່ອນໄຂເພື່ອໃຫ້ບັນດາອິດທິກຳລັງປໍລະປັກ, ພວກຄົນບໍ່ດີໂຄສະນາ, ປຸກປັ່ນຍຸແຫຍ່, ສົ່ງຜົນກະທົບຕໍ່ວຽກງານຄຸ້ມຄອງ ແລະປົກປັກຮັກສາອະທິປະໄຕ, ຄວາມສະຫງົບຊາຍແດນແຫ່ງຊາດໂດຍກົງ”.
    |
 |
|
ພະນັກງານຄ້າຍທະຫານຊາຍແດນ ນໍ້າຍື່ ໂຄສະນາ, ເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນ. ພາບ: bienphong.com.vn |
ໂດຍກໍານົດເອົາວຽກງານສະກັດກັ້ນ, ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນປະຕິບັດການດໍາເນີນຊີວິດດ້ານການເຫຼື້ອມໃສ, ເຊື່ອຖືສາສະໜາ ຖືກກັບກົດໝາຍແມ່ນໜ້າທີ່ຈຸດສຸມ, ໂລ່ງລ່ຽນໃນວິວັດການປະຕິບັດໜ້າທີ່ການເມືອງຢູ່ບໍລິເວນ, ຄ້າຍທະຫານຊາຍແດນ ນ້ຳຍື່ ໄດ້ເປັນເຈົ້າການເປັນເສນາທິການໃຫ້ຄະນະພັກ-ອໍານາດການປົກຄອງທ້ອງຖິ່ນ, ພ້ອມທັງຜັນຂະຫຍາຍຫຼາຍມາດຕະການແກ້ໄຂຢ່າງຄົບຊຸດ ເພື່ອໃຫ້ເໝາະສົມກັບລັກສະນະສະເພາະຂອງບໍລິເວນ ແລະ ແຕ່ລະເປົ້າໝາຍລະອຽດ. ໜຶ່ງໃນບັນດາມາດຕະການແກ້ໄຂ ແມ່ນຍູ້ແຮງວຽກງານໂຄສະນາເຜີຍແຜ່ກົດໝາຍ, ໂດຍສະເພາະແມ່ນກົດໝາຍວ່າດ້ວຍຊາຍແດນຫວຽດນາມ; ກົດໝາຍວ່າດ້ວຍການເຫຼື້ອມໃສ, ເຊື່ອຖືສາສະໜາ ແລະ ບັນດາຂໍ້ກໍານົດທີ່ກ່ຽວຂ້ອງ.
ເນື້ອໃນການໂຄສະນາໄດ້ສົມທົບຜ່ານການດໍາເນີນຊິວິດຢູ່ໃນບ້ານຢ່າງມີໄຫວພິບ, ການພົບປະກັບຄອບຄົວ, ຮູບການໂຄສະນາເປັນພາສາຊົນເຜົ່າສ່ວນໜ້ອຍ, ຊ່ວຍໃຫ້ປະຊາຊົນສາມາດຟັງ, ເຂົ້າໃຈ ແລະຈື່ຈຳໄດ້ງ່າຍ. ພ້ອມກັນນັ້ນ, ທາງກົມກອງຍັງໄດ້ມອບໝາຍໃຫ້ພະນັກງານ, ສະມາຊິກພັກ ຮັບຜິດຊອບບໍລິເວນ ແລະຄອບຄົວປະຊາຊົນ, ໃກ້ຊິດຕິດແທດກັບຮາກຖານຢ່າງເປັນປະຈຳ, ກໍາແໜ້ນແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາເພື່ອໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນຢ່າງທັນການ.
ໄປຄຽງຂ້າງກັບວຽກງານໂຄສະນາ, ຂົນຂວາຍ, ຄ້າຍທະຫານຊາຍແດນ ນໍ້າຍື່ ຍັງໄດ້ສົມທົບກັບຄະນະກໍາມະການແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງທາງການເມືອງ-ສັງຄົມ, ນາຍບ້ານ, ເຈົ້າກົກເຈົ້າເຫຼົ່າ ແລະຜູ້ທີ່ມີອິດທິພົນຊື່ສຽງໃນຊຸມຊົນຢ່າງແໜ້ນແຟ້ນ ເພື່ອເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງມະຫາຊົນ ໃນການປຸກລະດົມຂົນຂວາຍ, ຊວນເຊື່ອປະຊາຊົນໃຫ້ປະຕິບັດຕາມແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ວຽກງານໂຄສະນາ ໄດ້ຕິດພັນກັບຮູບແບບການຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ເອົາໃຈໃສ່ຮັບປະກັນຊີວິດສັງຄົມ, ຜ່ານນັ້ນຈຶ່ງສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຫັນດີເຫັນພ້ອມຈາກຮາກຖານ.
ສະຫາຍນາງ ລໍ່ທິເລັນ, ຮອງເລຂາພັກຜູ້ປະຈໍາການຕາແສງ ນ່າຮີ່ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ໄດ້ສົມທົບກັບພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ນ້ຳຍື່ ລົງໄປຮອດແຕ່ລະບ້ານຢ່າງເປັນປະຈໍາເພື່ອໂຄສະນາເຜີຍແຜ່ນະໂຍບາຍ, ກົດໝາຍຂອງລັດ, ເປັນຕົ້ນແມ່ນບັນດາລະບຽບການທີ່ກ່ຽວຂ້ອງເຖິງການດໍາເນີນຊີວິດດ້ານການເຫຼື້ອມໃສ, ເຊື່ອຖືສາສະໜາ, ເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມເຂົ້າໃຈ ແລະປະຕິບັດຢ່າງຖືກຕ້ອງ. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າຍັງປະຕິບັດການເຄື່ອນໄຫວຊ່ວຍເຫຼືອປະຊາຊົນ, ຄື: ກວດ ແລະປິ່ນປົວພະຍາດໂດຍບໍ່ເສຍຄ່າ. ບັນດາການກະທໍາທີ່ແທດຈິງດັ່ງກ່າວໄດ້ປະກອບສ່ວນປັບປຸງຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ທະຫານຊາຍແດນ”.
ຍ້ອນມີການຜັນຂະຫຍາຍມາດຕະການຢ່າງຄົບຊຸດ, ຍຶດໝັ້ນ, ອ່ອນໂຍນ, ຖືກກັບວິທີການ, ສະພາບການດໍາເນີນຊີວິດດ້ານການເຫຼື້ອໃສ, ເຊື່ອຖືສາສະໜາຜິດກົດໝາຍຢູ່ບໍລິເວນ ທີ່ຄ້າຍທະຫານຊາຍແດນ ນໍ້າຍື່ ຄຸ້ມຄອງ ໄດ້ຮັບການຮັກສາສະຖຽນລະພາບເທື່ອລະກ້າວ, ບໍ່ປະໃຫ້ເກີດຈຸດເຄັ່ງຮ້ອນ. ເບິ່ງລວມແລ້ວ, ບັນດາໜ່ວຍສາສະໜາລ້ວນແຕ່ປະຕິບັດຕາມແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດເປັນຢ່າງດີ, ປະກອບສ່ວນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນໄວ້ໃຫ້ໝັ້ນຄົງ.
ໂດຍ: ທູຈາງ