ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ຈະໄປຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ
ຕາມແຈ້ງການຂອງກະຊວງການຕ່າງປະເທດ ອອກໃນວັນທີ 6 ເມສາ 2026, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມປະເທດ ສປປ.ລາວ ຢ່າງເປັນທາງການໃນວັນທີ 9 ເມສາ 2026.