ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031
ກປ.ອອນໄລ - ຕອນເຊົ້າວັນທີ 7 ເມສາ, ທີ່ກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດ ຊຸດທີ XVI, ສະພາແຫ່ງຊາດ ເລືອກຕັ້ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031.
ຕາມນັ້ນແລ້ວ, ດ້ວຍຈຳນວນສະມາຊິກສະພາແຫ່ງຊາດ 495/495 ຄົນ (100% ສະມາຊິກສະພາແຫ່ງຊາດທີ່ມີໜ້າ) ຕົກລົງເຫັນດີ, ສະພາແຫ່ງຊາດ ໄດ້ຮັບຮອງເອົາຮ່າງມະຕິເລືອກຕັ້ງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະມາຊິກສະພາແຫ່ງຊາດ ຊຸດທີ XVI ຮັບດໍາລົງຕໍາແໜ່ງປະທານປະເທດ ອາຍຸການ 2026-2031.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031. ພາບ: qdnd.vn |
ພາຍຫຼັງແຈ້ງຜົນການເລືອກຕັ້ງ, ທ່ານ ໂຕເລິມ ໄດ້ສາບານຕົວ ແລະກ່າວປາໄສຮັບດໍາລົງຕໍາແໜ່ງຕໍ່ໜ້າສະພາແຫ່ງຊາດ.
ພາຍໃຕ້ທຸງແດງດາວເຫຼືອງທີ່ສັກກາລະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ທ່ານ ໂຕເລິມ ສາບານຕົວວ່າ: "ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ລັດຖະທຳມະນູນຂອງປະເທດ ສສ. ຫວຽດນາມ; ມານະພະຍາຍາມສູ້ຊົນ, ປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້".
ໂດຍ: ທູຈາງ