leftcenterrightdel
ທ່ານນາງ ບຸ່ຍ​ທິ​ມິງ​ຮ​ວ່າຍ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນ​ຈົດ​ໝາຍ, ທ່ານ​ນາງ ບຸ່ຍ​ທິ​ມິງ​ຮ​ວ່າຍ ​ອວຍ​ພອນ ແລະຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່, ຮອບ​ດ້ານ ເຊິ່ງປະ​ຊາ​ຊົນ​​ລາວ ​ບັນ​ລຸ​ໄດ້​ ພາຍ​ໃຕ້ການ​ນຳ​ພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ; ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ແນວ​ລາວ​ສ້າງ​ຊາດ ​ຈະ​ນັບ​ມື້​ນັບ​ພັດ​ທະ​ນາ, ສືບ​ຕໍ່​ແມ່ນ​ແກ່ນ​ສານ​ເຕົ້າ​ໂຮມ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ​ເຊິ່ງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ວາງ​ອອກ ​ຢ່າງ​ມີ​ໄຊ, ນຳ​ປະ​ເທດ​ລາວ​ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງວັດ​ທະ​ນາ​ຖາ​ວອນ, ຮຸ່ງ​ເຮືອງ​ສີ​ວິ​ໄລ.

ທ່ານນາງປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດ​ນາມ ຢັ້ງ​ຢືນ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ ເພື່ອ​ຜັນ​ຂະ​ຫຍາຍ​ປະຕິບັດບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ສອງ​ອົງ​ການ​ແນວ​ໂຮມ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະຫຸ້ນ​ສ່ວນ​ຍຸດ​ທະ​ສາດລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ.

ໂດຍ: ກວຽດເຕິມ