ໃນໄລຍະຜ່ານມາ, ການນຳພັກ ແລະລັດຖະບານສອງປະເທດ ຫວຽດນາມ-ລາວ, ນອກຈາກການຢ້ຽມຢາມຖາມຂ່າວ, ອອກຖະແຫຼງການຮ່ວມແລ້ວ, ຍັງໄດ້ຈັດຕັ້ງບັນດາລາຍການພົບປະແລກປ່ຽນ, ການຮ່ວມມືຫຼາຍຢ່າງເພື່ອສືບຕໍ່ເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນ ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ. ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ຄັ້ງທີ 3 ປີ 2024 ກໍ່ແມ່ນວິທີຫັນເປັນລະອຽດແຜນນະໂຍບາຍນີ້ຂອງສອງພັກ, ສອງລັດໃຫ້ເຂົ້າສູ່ຊີວິດຕົວຈິງ.

leftcenterrightdel
ນາຍທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ພົບປະແລກປ່ຽນສະແດງສິລະປະ. ພາບ: ເລວັນເຈືອງ

ຈາກແຜນນະໂຍບາຍຂອງສອງພັກ

ຫ່າງຈາກນີ້ກວ່າ 60 ປີ, ໃນໄລຍະຕໍ່ສູ້ຕ້ານລັດທິຈັກກະພັດຂອງປະຊາຊົນຫວຽດນາມ ແລະລາວ ຢ່າງດຸເດືອດ, ເປັນຕົ້ນແມ່ນພາຍຫຼັງສັນຍາເຊີແນວ ປີ 1962 ກ່ຽວກັບລາວ ໄດ້ລົງນາມ, ຫວຽດນາມ ແລະລາວ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ໃນວັນທີ 5 ກັນຍາ 1962. ພາຍຫຼັງສັນຕິພາບໄດ້ຮັບການຟື້ນຟູຄືນໃໝ່, ສອງປະເທດໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະການຮ່ວມມືໃນວັນທີ 18 ກໍລະກົດ 1977, ແມ່ນພື້ນຖານດ້ານການເມືອງ, ນິຕິກຳທີ່ສໍາຄັນເພື່ອໃຫ້ສອງຝ່າຍໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະພັດທະນາການພົວພັນຮອບດ້ານ ຫວຽດນາມ-ລາວ ໃນໄລຍະສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດ.

ວັນທີ 24 ກຸມພາ 2019, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງວຽງຈັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ຢ່າງເປັນທາງການຕາມຄຳເຊີນຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ. ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພາຍຫຼັງໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດເປັນປະທານປະເທດ ແຫ່ງ ສສ ຫວຽດນາມ. ສື່ມວນຊົນທັງພາຍໃນ ແລະຕ່າງປະເທດ ໄດ້ເນັ້ນໜັກວ່າ ສານຂອງການຢ້ຽມຢາມແມ່ນປັບປຸງ, ເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນທີ່ໄວ້ເນື້ອເຊື່ອໃຈ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ; ຢັ້ງຢືນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຍາມໃດກໍ່ຖືເປັນສຳຄັນພິເສດ ແລະໃຫ້ບຸລິມະສິດໃນການເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນແບບພິເສດ ຫວຽດນາມ-ລາວ.

ພາຍຫຼັງການຢ້ຽມຢາມລາວ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ກໍາລັງທະຫານຊາຍແດນສອງປະເທດໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອຫັນສານຂອງການນຳພັກສອງປະເທດເປັນລະອຽດ. ໃນວັນທີ 11 ກັນຍາ 2019, ໂດຍໄດ້ຮັບຄໍາເຊີນຂອງທ່ານພົນຈັດຕະວາ ສີພັນ ພຸດທະວົງ, ຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ນຳໂດຍທ່ານພົນຕີ ຮວ່າງຊວນຈ໊ຽນ, ຜູ້ບັນຊາການທະຫານຊາຍແດນ ເປັນຫົວໜ້າຄະນະເດີນທາງໄປຢ້ຽມຢາມ ແລະເຮັດວຽກກັບຄະນະຜູ້ແທນກົມທະຫານຊາຍແດນລາວ ໃນລະຫວ່າງວັນທີ 11-13 ກັນຍາ 2019.

ວັນທີ 9 ມັງກອນ 2023, ໂດຍໄດ້ຮັບຄໍາເຊີນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະເປັນປະທານຮ່ວມກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ຄັ້ງທີ 45 ແລະປິດປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022, ແຕ່ວັນທີ 11-12 ມັງກອນ 2023.

leftcenterrightdel
ນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະພົນທະຫານຍິງລາວ ທັກທາຍຖາມຂ່າວກັນ. ພາບ: ເລວັນເຈືອງ

ຮອດການຫັນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະລັດຖະບານສອງປະເທດ ເປັນລະອຽດ

ວັນທີ 12 ຕຸລາ 2018, ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືປ້ອງກັນຊາຍແດນ. ນີ້ແມ່ນເຫດການສຳຄັນ, ເປັນຂີດໝາຍບາດກ້າວພັດທະນາຂຶ້ນສູ່ລະດັບສູງໃໝ່ໃນການພົວພັນສົມທົບລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມທະຫານຊາຍແດນລາວ, ປະກອບສ່ວນປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ; ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນຕື່ມ.

ການໂອ້ລົມສົນທະນາໃນລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ຄັ້ງທີ 3 ປີ 2024, ບັນດາກົມກອງໄດ້ລາຍງານກ່ຽວກັບການຜັນຂະຫຍາຍຈັດຕັ້ງປະຕິບັດແຜນນະໂຍບາຍຂອງພັກ ແລະລັດ, ໃນນັ້ນພົ້ນເດັ່ນແມ່ນລາຍການ “ຊ່ວຍນ້ອງໄປໂຮງຮຽນ-ລູກລ້ຽງຄ້າຍທະຫານຊາຍແດນ”. ທະຫານຊາຍແດນໜຸ່ມບັນດາແຂວງກວ໋າງນາມ, ເທື່ອທຽນເຫວ້, ກອນຕູມ, ກວ໋າງຈິ, ກວ໋າງບິ່ງ, ຮ່າຕິ້ງ, ເງະອານ, ແທັງຮວ໊າ… ໄດ້ລາຍງານ ແລະແບ່ງປັນປະສົບການ, ໃນນັ້ນໄດ້ເນັ້ນໜັກເຖິງການໜູນຊ່ວຍນັກຮຽນລາວ ທີ່ປະສົບກັບຄວາມຫຍຸ້ງຍາກວ່າເປັນການເຄື່ອນໄຫວທີ່ມີຄວາມໝາຍເພື່ອປັບປຸງນໍ້າໃຈສາມັກຄີລະຫວ່າງປະຊາຊົນທີ່ຢູ່ສອງຟາກຊາຍແດນ, ສ້າງຂີດໝາຍອັນດີງາມໃນໃຈປະຊາຊົນປະເທດເພື່ອນລາວ.

ແບ່ງປັນປະສົບການ

ທີ່ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ຄັ້ງທີ 3 ປີ 2024 ໄດ້ຈັດຂຶ້ນຢູ່ລາວ, ລວມມີການເຄື່ອນໄຫວຫຼາຍຢ່າງລວມທັງການພົບປະແລກປ່ຽນ, ຢ້ຽມຢາມຖາມຂ່າວ, ຈັດຕັ້ງເຫດການວັດທະນະທຳ, ແຂ່ງຂັນກິລາ, ຄຽງຂ້າງນັ້ນແມ່ນການໂອ້ລົມສົນທະນາ ແລະພົບປະແລກປ່ຽນ, ແບ່ງປັນປະສົບການ. ພະນັກງານລາວຫຼາຍຄົນ ໄດ້ເນັ້ນໜັກເຖິງເລື່ອງສອງຝ່າຍແບ່ງປັນປະສົບການເພື່ອໃຫ້ພະນັກງານທະຫານຊາຍແດນໜຸ່ມລາວ ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ລະອຽດແມ່ນເລື່ອງທີ່ກອງບັນຊາການທະຫານຊາຍແດນຫວຽດນາມ ພວມຈັດຕັ້ງການຝຶກອົບຮົມໃຫ້ນາຍທະຫານລາວ ທີ່ແມ່ນພະນັກງານບັນຊາ, ເສນາທິການທະຫານຊາຍແດນ 20 ຄົນ (ເວລາ 6 ເດືອນ) ແລະ 5 ຄົນທີ່ເປັນຄູອາຈານທະຫານຊາຍແດນລາວ (ເວລາ 3 ເດືອນ).

ທ່ານພັນເອກ ວົງໄຊ ອິນທະຄໍາ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ລາວ ປະຈໍາ  ຫວຽດນາມ ໃຫ້ຮູ້ວ່າ: ສະເລ່ຍໃນແຕ່ລະປີ, ມີນັກສໍາມະນາກອນລາວ ປະມານ 1.000 ຄົນ ຮຽນຫຼັກສູດໄລຍະສັ້ນ ແລະມີນັກສໍາມະນາກອນລາວ ປະມານ 400-500 ຄົນ ຮຽນຫຼັກສູດໄລຍະຍາວຢູ່ໂຮງຮຽນທະຫານແຫ່ງຕ່າງໆຂອງຫວຽດນາມ, ໃນນັ້ນມີວິທະຍາຄານປ້ອງກັນຊາຍແດນ. ນີ້ແມ່ນການຊ່ວຍເຫຼືອອັນລໍ້າຄ່າ ແລະບໍ່ເຄີຍມີມາກ່ອນຂອງກອງທັບປະຊາຊົນລາວ. ຝ່າຍຫວຽດນາມ ຍາມໃດກໍ່ແບ່ງປັນ ແລະມານະພະຍາຍາມສ້າງເງື່ອນໄຂສະດວກໃຫ້ນັກສໍາມະນາກອນການທະຫານລາວ ໃນການດຳລົງຊີວິດ ແລະຮ່ຳຮຽນ. ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນວ່າ, ບໍ່ວ່າໃນສະພາບການໃດ, ກອງທັບປະຊາຊົນລາວ ແລະຫວຽດນາມ ຍາມໃດກໍ່ມີສາຍພົວພັນທີ່ສະໜິດແໜ້ນ ແລະພ້ອມແລ້ວທີ່ຈະຊ່ວຍເຫຼືອເຊິ່ງກັນ ແລະກັນໃນທຸກຂົງເຂດວຽກງານ, ໃນນັ້ນມີຂົງເຂດການສຶກສາ ແລະບຳລຸງສ້າງ.

ໂດຍ: ເຈິ່ນຮວ່ຽນ