ທ້າຍເດືອນພະຈິກ ປີ 2025, ພາຍຫຼັງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພນໍ້າຖ້ວມ, ດິນເຊາະເຈື່ອນມາເປັນເວລາຫຼາຍວັນ, ຄະນະຄຸ້ມຄອງພ້ອມດ້ວຍປະຊາຊົນບ້ານຊາເຈິ່ມ ແລະບ້ານອາຊອກ ໄດ້ມີໂອກາດພົບປະໃນກອງປະຊຸມແລກປ່ຽນວຽກງານກຸ່ມຊຸມຊົນຢູ່ສອງຟາກຊາຍແດນ ໄຕມາດ ທີ IV ປີ 2025. ການເຄື່ອນໄຫວດັ່ງກ່າວ ໂດຍອຳນາດການປົກຄອງທ້ອງຖິ່ນ ແລະກຳລັງປ້ອງກັນຊາຍແດນຂອງສອງຝ່າຍຈັດຂຶ້ນບໍ່ພຽງແຕ່ເພື່ອຫວນຄືນໄລຍະທາງທີ່ຜ່ານມາເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນແບບແຜນການເຮັດວຽກທີ່ດີ, ປະສົບການອັນລ້ຳຄ່າໃນການພັດທະນາເສດຖະກິດ, ຮັກສາຄວາມສະຫງົບຢູ່ເຂດຊາຍແດນ, ປັບປຸງ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີໝັ້ນແກ່ນທີ່ໄດ້ສ້າງໃນຕະຫຼອດຫຼາຍປີຜ່ານມາອີກດ້ວຍ.

ທ່ານພັນເອກ ເລຮົ່ງເຊີນ, ພະນັກງານການເມືອງ ຄ້າຍທະຫານຊາຍແດນບານາງ ແບ່ງປັນວ່າ: ບ້ານຊາເຈິ່ມ ແລະບ້ານອາຊອກ ມີທີ່ຕັ້ງພູມສາດໃກ້ກັນ, ມີພູຜາປ່າໄມ້ຕິດຈອດກັນ, ປະຊາຊົນມີການພົວພັນໃກ້ຊິດສະໜິດສະໜົມ, ມີວັດທະນະທໍາຄ້າຍຄືກັນຫຼາຍຢ່າງ. ແຕ່ສິບປີກ່ອນນີ້, ປະຊາຊົນທັງສອງຝ່າຍໄດ້ໄປມາຫາສູ່, ຢ້ຽມຢາມຍາດຕິພີ່ນ້ອງ, ແລກປ່ຽນສິນຄ້າ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດຢ່າງເປັນປະຈໍາ. ແຕ່ວ່າຍ້ອນຄວາມຮັບຮູ້ກ່ຽວກັບຊາຍແດນແຫ່ງຊາດ ຍັງມີຄວາມຈຳກັດ, ສະນັ້ນຈຶ່ງເກີດມີກໍລະນີລະເມີດກົດໝາຍຂອງແຕ່ລະປະເທດ.

leftcenterrightdel
ທ່ານພັນເອກ ເລຮົ່ງເຊີນ ມອບຂອງຂວັນໃຫ້ແກ່ຜູ້ຕາງໜ້າບັນດາບ້ານຢູ່ລຽບຕາມຊາຍແດນຂອງລາວ. ພາບ: bienphong.com.vn

ຈາກສະພາບຕົວຈິງຢູ່ເສັ້ນຊາຍແດນ, ອຳນາດການປົກຄອງທ້ອງຖິ່ນຂອງສອງຝ່າຍ ໄດ້ຜັນຂະຫຍາຍຮູບແບບແຮກສ່ຽວລະຫວ່າງບ້ານ-ບ້ານ. ບົນພື້ນຖານນັ້ນແມ່ນສ້າງພື້ນຖານດ້ານນິຕິກຳເພື່ອໃຫ້ປະຊາຊົນສອງປະເທດເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ຮ່ວມມືນຳກັນບົນພື້ນຖານການປະຕິບັດກົດໝາຍຂອງແຕ່ລະປະເທດ. ໂດຍປະຕິບັດຕາມແຜນນະໂຍບາຍລວມ, ໃນເດືອນມີນາ ປີ 2007, ບ້ານຊາເຈິ່ມ ແລະບ້ານອາຊອກ ໄດ້ແຮກສ່ຽວນຳກັນໂດຍມີການເປັນສັກຂີພິຍານຂອງການນຳທ້ອງຖິ່ນ, ກຳລັງປ້ອງກັນຊາຍແດນຂອງສອງຝ່າຍ. ໃນລະບຽບການແຮກສ່ຽວ, ຄະນະຄຸ້ມຄອງ ແລະປະຊາຊົນສອງຝ່າຍລ້ວນແຕ່ເຫັນດີເປັນເອກະພາບປະຕິບັດບັນດາເນື້ອໃນທີ່ໄດ້ວາງອອກຢ່າງເຂັ້ມງວດ. ພ້ອມກັນນັ້ນ, ຄະນະຄຸ້ມຄອງ ແລະປະຊາຊົນສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການໜູນຊ່ວຍທະຫານຊາຍແດນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ ໃຫ້ຢູ່ໃນສະພາບເດີມ.  ສອງຝ່າຍໄດ້ສ້າງເງື່ອນໄຂສະດວກໃນການໄປຢ້ຽມຢາມຍາດຕິພີ່ນ້ອງ, ແລກປ່ຽນສິນຄ້າ, ພັດທະນາເສດຖະກິດ, ກວດ ແລະປິ່ນປົວພະຍາດ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

ຢູ່ໃນບໍລິເວນຊາຍແດນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນບານາງ ຍາມໃດກໍ່ແມ່ນບ່ອນອີງອັນໜັກແໜ້ນໃຫ້ປະຊາຊົນສອງຟາກຊາຍແດນ. ທ່ານພັນເອກ ເລຮົ່ງເຊີນ ໃຫ້ຮູ້ວ່າ: "ໃນຕະຫຼອດການປະຕິບັດໜ້າທີ່, ຄະນະບັນຊາກົມກອງ ຍາມໃດກໍ່ກໍານົດຢ່າງຈະແຈ້ງວ່າ ຕ້ອງເພິ່ງພາອາໄສປະຊາຊົນເພື່ອປົກປັກຮັກສາຊາຍແດນ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ. ໃນນັ້ນຖືເອົາການສ້າງ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີ, ນໍ້າໃຈລະຫວ່າງອຳນາດການປົກຄອງ ແລະປະຊາຊົນຢູ່ສອງຟາກຊາຍແດນ ແມ່ນໜ້າທີ່ຈຸດສຸມ. ບັນດາຜົນງານທີ່ພົ້ນເດັ່ນໃນການປະຕິບັດເນື້ອໃນແຮກສ່ຽວລະຫວ່າງບ້ານຊາເຈິ່ມ ກັບບ້ານອາຊອກ ແມ່ນພະຍານຫຼັກຖານຈະແຈ້ງໃຫ້ແກ່ສິ່ງດັ່ງກ່າວ. ທາງກົມກອງຍາມໃດກໍ່ສົມທົບກັບກຳລັງປ້ອງກັນຊາຍແດນຂອງຝ່າຍເພື່ອນ ເພື່ອກໍາແໜ້ນສະພາບການຂອງໝູ່ບ້ານ ແລະປະຊາຊົນ ເພື່ອໂຄສະນາເຜີຍແຜ່ກົດໝາຍ, ທັງແນະນຳການຜະລິດ, ໜູນຊ່ວຍແນວພັນພືດ ແລະສັດລ້ຽງ, ຕ້ານພະຍາດແຜ່ລະບາດ, ຊ່ວຍປະຊາຊົນມີການດໍາລົງຊີວິດເປັນປົກກະຕິເທື່ອລະກ້າວ”.

leftcenterrightdel
ຜູ້ຕາງໜ້າບ້ານຊາເຈິ່ມ ແລະບ້ານອາຊອກ ລົງນາມໃນບົດບັນທຶກຊ່ວຍຈໍາທີ່ກອງປະຊຸມແລກປ່ຽນວຽກງານກຸ່ມຊົມຊົນສອງຟາກຊາຍແດນ ໄຕມາດ ທີ  IV ປີ 2025. ພາບ: bienphong.com.vn

ພາຍຫຼັງເກືອບ 20 ປີແຫ່ງການລົງນາມແຮກສ່ຽວ, ອຳນາດການປົກຄອງທ້ອງຖິ່ນ ແລະບັນດາກົມກອງປົກປັກຮັກສາຊາຍແດນສອງຝ່າຍຈັດຕັ້ງການໂຄສະນາກົດໝາຍໃຫ້ປະຊາຊົນຢູ່ບ້ານຊາເຈິ່ມ  ແລະບ້ານອາຊອກ ໄດ້ຫຼາຍຄັ້ງ. ສອງຝ່າຍຍັງໄດ້ສົມທົບກັນແກ້ໄຂຫຼາຍກໍລະນີເກີດຂຶ້ນທີ່ກ່ຽວຂ້ອງເຖິງການລະເມີດກົດລະບຽບຊາຍແດນ. ນອກຈາກນັ້ນຊາວບ້ານຊາເຈິ່ມ ຍັງໄດ້ໜູນຊ່ວຍແນວພັນພືດ ແລະສັດລ້ຽງຫຼາຍຊະນິດໃຫ້ແກ່ຊາວບ້ານອາຊອກ, ໄດ້ແນະນຳບິທີການສະກັດກັ້ນພະຍາດ, ໝູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດເທື່ອລະກ້າວ. ຫຼາຍຄອບຄົວໃນສອງບ້ານໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງເຫັນໄດ້ຊັດ. ທ່ານ ໂຮ່ວັນໄບ໋, ນາຍບ້ານຊາເຈິ່ມ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າຖືຊາວບ້ານອາຊອກ ປຽບເໝືອນອ້າຍນ້ອງຮ່ວມສາຍເລືອດດຽວກັນ. ຈາກນ້ັນປະຊາຊົນສອງຝ່າຍຍາມໃດກໍ່ຊ່ວຍເຫຼືອກັນ ເພື່ອໃຫ້ມີຊີວິດນັບມື້ນັບອີ່ມໜໍາສໍາລານກວ່າ, ຮ່ວມແຮງຮ່ວມໃຈປົກປັກຮັກສາເສັ້ນຊາຍແດນ”.

ເຖິງວ່າຊີວິດຍັງປະສົບກັບຄວາມຫຍຸ້ງຍາກ, ຄາວຽກຄາງານຫຼາຍ, ແຕ່ຄະນະຄຸ້ມຄອງ ແລະປະຊາຊົນສອງຝ່າຍຍັງໄດ້ຈັດຕັ້ງການຢ້ຽມຢາມຖາມຂ່າວໃນໂອກາດວັນບຸນ, ບຸນປີໃໝ່, ຈັດກອງປະຊຸມແລກປ່ຽນວຽກງານປະຈໍາໄລຍະຂຶ້ນຢ່າງສົມກຽດ, ເຕັມໄປດ້ວຍນ້ຳໃຈຮັກແພງ ແລະອົບອຸ່ນ.

ສາມາດຢັ້ງຢືນໄດ້ວ່າ ສາຍໃຈຂ້າມຊາຍແດນລະຫວ່າງບ້ານຊາເຈິ່ມ ແລະບ້ານອາຊອກ ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງຢ່າງໜັກແໜ້ນບົນພື້ນຖານເຄົາລົບກົດໝາຍຂອງຫວຽດນາມ ແລະລາວ. ຜ່ານນັ້ນ, ສະແດງໃຫ້ເຫັນວ່າ ຮູບແບບການແຮກສ່ຽວລະຫວ່າງບ້ານ-ບ້ານ ບໍ່ພຽງແຕ່ແມ່ນຮູບແບບການທູດປະຊາຊົນເທົ່ານັ້ນ, ຫາກຍັງໄດ້ກາຍເປັນການເຊື່ອມຈອດລະຫວ່າງວົງຄະນະຍາດ, ຊຸມຊົນທີ່ແໜ້ນແຟ້ນ ຢູ່ສອງຟາກຊາຍແດນ. ປະຊາຊົນສອງຝ່າຍສະໝັກໃຈແບ່ງປັນ ແລະຊ່ວຍເຫຼືອກັນ ເພື່ອຍົກສູງຄຸນນະພາບຂອງຊີວິດການເປັນຢູ່, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ.

ໂດຍ: ທູຈາງ