ນັກຂ່າວໄດ້ສຳພາດສະຫາຍ ຮວ່າງນາມ, ຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນແຂວງກວາງຈິ, ຫົວໜ້າຄະນະຊີ້ນຳວຽກງານຊາຍແດນກ່ຽວກັບການປະກອບສ່ວນຂອງແຂວງກວາງຈິ ໃນການປັບປຸງສາຍພົວພັນແບບພິເສດນີ້.
ນັກຂ່າວ: ຂໍຮຽນສະຫາຍ, ສະຫາຍຕີລາຄາຄືແນວໃດກ່ຽວກັບການສົມທົບລະຫວ່າງແຂວງກວາງຈິ ແລະບັນດາແຂວງຂອງລາວ (ສະຫວັນນະເຂດ, ຄໍາມ່ວນ, ສາລະວັນ) ໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນໃນໄລຍະຜ່ານມາ?
ສະຫາຍ ຮວ່າງນາມ ຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນແຂວງກວາງຈິ: ພາຍຫຼັງດໍາເນີນການສັບຊ້ອນບັນດາຫົວໜ່ວຍບໍລິຫານ, ປະຈຸບັນ, ແຂວງກວາງຈິ ມີເສັ້ນຊາຍແດນທາງບົກຍາວ 409.982 ກິໂລແມັດ, ຕິດຈອດກັບ 3 ແຂວງຂອງປະເທດເພື່ອນລາວ. ນີ້ແມ່ນເຂດທີ່ສວມບົດບາດເປັນປະຕູຍຸດທະສາດດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະເສດຖະກິດການຕ່າງປະເທດຂອງທົ່ວເຂດ.
ປີ 2025, ວຽກງານຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນທາງບົກ ຫວຽດນາມ-ລາວ ໃນບໍລິເວນແຂວງກວາງຈິ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ ແລະມີປະສິດທິຜົນ. ເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ ໄດ້ຮັບການຄຸ້ມຄອງຢ່າງແໜ້ນແຟ້ນ, ໄດ້ຮັກສາໄວ້ໃນສະພາບເດີມ; ຮັກສາການລາດຕະເວນຝ່າຍດຽວ, ສອງຝ່າຍ ແລະສົມທົບກັນປົກປັກຮັກສາຫຼັກໝາຍຊາຍແດນ. ການເຄື່ອນໄຫວກໍ່ສ້າງໂຄງການຕ່າງໆຢູ່ໃນເຂດຊາຍແດນໄດ້ຮັບການຄວບຄຸມ, ປະຕິບັດຕາມການກໍານົດ, ແລກປ່ຽນ, ປຶກສາຫາລືຢ່າງທັນການ ແລະເປັນເອກະພາບກັບຝ່າຍລາວ.
ວຽກງານຄຸ້ມຄອງດ່ານຊາຍແດນ, ການເຂົ້າອອກເມືອງ, ການເຄື່ອນໄຫວໄປມາຂ້າມຊາຍແດນໄດ້ຮັບການເພີ່ມທະວີ, ອຳນວຍຄວາມສະດວກໃຫ້ການແລກປ່ຽນການຄ້າຕິດພັນກັບການຕ້ານ ແລະສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍ. ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນມີສະຖຽນລະພາບໂດຍພື້ນຖານ, ການສົມທົບກັນຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາຍແດນມີປະສິດທິຜົນ. ການຮ່ວມມືດ້ານການຄ້າ, ການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະພັດທະນາເສດຖະກິດຊາຍແດນສືບຕໍ່ໄດ້ຮັບການຊຸກຍູ້. ວຽກງານໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນ ໄດ້ຮັບການຍູ້ແຮງ, ຍົກສູງສະຕິຄວາມຮັບຮູ້ ແລະຄວາມຮັບຜິດຊອບຂອງປະຊາຊົນຢູ່ສອງຟາກຊາຍແດນ. ກ່ຽວກັບການສົມທົບກັນໃນພື້ນທີ່ຕົວຈິງ, ກຳລັງກ່ຽວຂ້ອງຂອງສອງປະເທດ ໄດ້ຮັກສາການລາດຕະເວນຢ່າງເປັນປະຈຳ. ການສົມທົບກັນຢ່າງແໜ້ນແຟ້ນດັ່ງກ່າວນັ້ນໄດ້ຊ່ວຍພົບເຫັນ, ແກ້ໄຂການລະເມີດກົດລະບຽບຊາຍແດນຢ່າງທັນການ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ ແລະສະຖຽນລະພາບ.
ນັກຂ່າວ: ຂໍຮຽນສະຫາຍ, ໃນຂົງເຂດເສດຖະກິດຢູ່ເຂດຊາຍແດນ, ທາງແຂວງກວາງຈິ ມີມາດຕະການບຸກທະລຸໃດແດ່ເພື່ອຍົກສູງປະສິດທິຜົນໃນການແລກປ່ຽນການຄ້າ ຢູ່ດ່ານສາກົນ?
ສະຫາຍ ຮວ່າງນາມ ຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນແຂວງກວາງຈິ: ເພື່ອນໍາເສດຖະກິດຢູ່ເຂດຊາຍແດນໃຫ້ກາຍເປັນກຳລັງໜູນແກ່ການເຕີບໂຕ, ທາງແຂວງກວາງຈິ ພວມຜັນຂະຫຍາຍ 4 ກຸ່ມມາດຕະການບຸກທະລຸ ຄື:
ທີໜຶ່ງແມ່ນກົນໄກນະໂຍບາຍ: ປັບປຸງແຜນຮ່າງ “ສ້າງເຂດເສດຖະກິດການຄ້າຂ້າມຊາຍແດນ ລາວບາວ-ແດນສະຫວັນ” ເພື່ອຍື່ນສະເໜີຕໍ່ລັດຖະບານ. ນີ້ຈະແມ່ນເຂດ “ເປີດ” ກ່ຽວກັບນະໂຍບາຍ, ສ້າງບ້າດລ້ຽວເພື່ອດຶງດູດການລົງທຶນ, ຊຸກຍູ້ການແລກປ່ຽນສິນຄ້າ ແລະ ການໄປມາຂອງປະຊາຊົນໃຫ້ສະດວກທີ່ສຸດ.
    |
 |
|
ການນໍາແຂວງກວາງຈິ ພ້ອມກັບຄະນະປະຕິບັດງານເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 34 ລະຫວ່າງຄະນະຜູ້ແທນຊາຍແດນສອງປະເທດ ຫວຽດນາມ-ລາວ. ພາບ: baoquangtri.vn |
ທີສອງແມ່ນເຊື່ອມຈອດມໍລະດົກ ແລະການທ່ອງທ່ຽວ: ປີ 2025, ອຸທິຍານແຫ່ງຊາດຫີນໜາມໜໍ່ (ລາວ) ເຊື່ອມຈອດກັບປ່າສະຫງວນແຫ່ງຊາດ ຟອງຍາ-ແກ໋ບ່າງ ກາຍເປັນມໍລະດົກທໍາມະຊາດຂອງໂລກຂ້າມຊາຍແດນແຫ່ງທຳອິດຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສໍາຄັນເພື່ອແນໃສ່ຫັນການພົວພັນຮ່ວມມືໃນການອະນຸລັກຮັກສາຊີວະນາໆພັນເປັນລະອຽດ, ປົກປັກຮັກສາສິ່ງແວດລ້ອມ, ເສີມຂະຫຍາຍມໍລະດົກໂລກລະຫວ່າງອຸທິຍານແຫ່ງຊາດ 2 ແຫ່ງ.
ທີສາມແມ່ນປັບປຸງພື້ນຖານໂຄງລ່າງຄົມມະນາຄົມໃຫ້ສົມບູນແບບ: ແຂວງກວາງຈິ ພວມສຸມໃສ່ປັບປຸງພື້ນຖານໂຄງລ່າງຄົມມະນາຄົມທີ່ເຊື່ອມຈອດຕາເວັນອອກ-ຕາເວັນຕົກ, ໃນນັ້ນມີ 2 ໂຄງການຈຸດສຸມທີ່ມີລັກສະນະຍຸດທະສາດຄື: ເສັ້ນທາງ 15D ເຊື່ອມຈອດຈາກ ລາໄລ ໄປຮອດທ່າກໍາປັ່ນ ໝີ໊ຖຸຍ ແລະທາງດ່ວນ ກາມໂລະ-ລາວບ໋າວ. ນອກຈາກນັ້ນ, ແຂວງກວາງຈິ ໄດ້ເປັນເຈົ້າການສົມທົບກັບຝ່າຍລາວ ສະເໜີກໍ່ສ້າງເສັ້ນທາງຈາກເມືອງຕາໂອຍ (ແຂວງສາລະວັນ) ໄປຮອດ ເຊໂປນ (ແຂວງສະຫວັນນະເຂດ) ໂດຍນຳໃຊ້ທຶນ ODA ຂອງຫວຽດນາມ.
ທີສີ່ແມ່ນໜູນຊ່ວຍວິທີຫາເງິນລ້ຽງຊີບແບບຍືນຍົງ: ແຂວງກວາງຈິ ໄດ້ສະຫງວນເງິນກວ່າ 1,6 ຕື້ດົ່ງ ເພື່ອໜູນຊ່ວຍປະຊາຊົນຢູ່ບັນດາໝູ່ບ້ານຕິດຈອດກັບຊາຍແດນຂອງລາວ ພັດທະນາການລ້ຽງສັດ, ປູກເຂົ້າ, ປູກໜໍ່ໄມ້. ຮູບແບບ “ແນະນໍາປະຕິບັດ” ດັ່ງກ່າວນີ້ໄດ້ຊ່ວຍໃຫ້ປະຊາຊົນຂອງປະເທດເພື່ອນລາວ ຫຼຸດຜ່ອນຄວາມທຸກຍາກ, ສ້າງພື້ນຖານຮັບປະກັນຊີວິດສັງຄົມອັນໜັກແໜ້ນໃຫ້ແກ່ການຄ້າຂ້າມແດນ.
ນັກຂ່າວ: ເພື່ອຫັນເປົ້າໝາຍ “ຫຸ້ນສ່ວນຍຸດທະສາດ” ທີ່ກອງປະຊຸມ ຄັ້ງທີ 34 ໃຫ້ປະກົດຜົນເປັນຈິງ, ແຂວງກວາງຈິ ຈະສຸມໃສ່ໜ້າທີ່ຈຸດສຸມ ໃດແດ່ໃນໄລຍະຈະມາເຖິງ?
ສະຫາຍ ຮວ່າງນາມ ຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນແຂວງກວາງຈິ: ໃນໄລຍະຈະມາເຖິງ, ແຂວງກວາງຈິ ຈະສຸມໃສ່ວຽກງານຈຸດສຸມ ດັ່ງນີ້:
ທີໜຶ່ງແມ່ນ, ສືບຕໍ່ສົມທົບກັບບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມຂອງລາວ, ຮັກສາເສັ້ນຊາຍແດນໃຫ້ມີຄວາມໝັ້ນຄົງ, ສັນຕິພາບ, ມິດຕະພາບ ແລະພັດທະນາ, ຕໍ່ສູູ້ກັບບັນດາສິ່ງທ້າທາຍແບບເກົ່າ ແລະແບບໃໝ່ໃຫ້ມີປະສິດທິຜົນ ເປັນຕົ້ນແມ່ນ: ຢາເສບຕິດ, ການຄ້າເຖື່ອນ, ການເຂົ້າ-ອອກເມືອງຜິດກົດໝາຍ...
ທີສອງ, ສຸມໃສ່ປັບປຸງແລວທາງຄົມມະນາຄົມຕາເວັນອອກ-ຕາເວັນຕົກ, ຈຸດສຸມແມ່ນເສັ້ນທາງຫຼວງ 15D ຈາກ ໝີ໊ຖຸຍ ໄປຮອດດ່ານຊາຍແດນສາກົນ ລາໄລ (ແຂວງກວາງຈິ) - ລາໄລ (ແຂວງສາລະວັນ), ຖັດມາແມ່ນເສັ້ນທາງດ່ວນ ກາມໂລະ-ລາວບາວ ຈາກດົງຮ່າ ໄປຮອດດ່ານສາກົນ ລາວບາວ-ແດນສະຫວັນ.
ທີສາມແມ່ນຊຸກຍູ້ການພັດທະນາເຂດເສດຖະກິດ, ການຄ້າຂ້າມຊາຍແດນ. ສ້າງເງື່ອນໄຂໃຫ້ວິສາຫະກິດຂອງສອງປະເທດໄດ້ເຂົ້າເຖິງຕະຫຼາດ, ຊອກຫາຄູ່ຮ່ວມມື, ຍາດແຍ່ງເອົາບຸລິມະສິດຈາກສັນຍາການຄ້າສິນຄ້າອາຊຽນ, ສັນຍາການຄ້າສອງຝ່າຍ ຫວຽດນາມ-ລາວ, ສັນຍາການຄ້າຊາຍແດນ ຫວຽດນາມ-ລາວ ກໍຄືໂຄງການເຊື່ອມຈອດອື່ນອີກ ເພື່ອຜັນຂະຫຍາຍການເຄື່ອນໄຫວລົງທຶນ, ເສດຖະກິດ, ການຄ້າ. ແກ້ໄຂຄວາມຫຍຸ້ງຍາກ ແລະຂໍ້ຕິດຂັດເພື່ອຊຸກຍູ້ໂຄງການພະລັງງານຂ້າມຊາຍແດນ ເປັນຕົ້ນແມ່ນຂົງເຂດທີ່ສອງຝ່າຍມີທ່າແຮງ ແລະມີຄວາມຕ້ອງການຄື: ໄຟຟ້າໃຊ້ພະລັງແຮງລົມ, ໄຟຟ້ານ້ຳຕົກ, ຖ່ານຫີນ, ແຮ່ທາດ.
ທີສີ່ແມ່ນປັບປຸງແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ (EWEC) ຜ່ານດ່ານສາກົນລາວບາວ, ຊຸກຍູ້ການສ້າງແລວເສດຖະກິດໄປຄຽງຄູ່ກັບແລວເສດຖະກິດຕາເວັນອອກ-ຕາເວັນຕົກ (Para-EWEC) ຜ່ານດ່ານສາກົນລາໄລ, ບົນພື້ນຖານພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ທ່າກໍາປັ່ນ, ພະລັງງານ, ໂລຈິດສະຕິກ, ການຄ້າຂ້າມຊາຍແດນ, ຫັນການຄຸ້ມຄອງດ່ານຊາຍແດນເປັນທັນສະໄໝ, ຍູ້ແຮງການປະຕິຮູບດ້ານການບໍລິຫານ, ຫັນເປັນດີຈີຕອນ… ສ້າງເງື່ອນໄຂໃຫ້ຝ່າຍເພື່ອນນຳໃຊ້ພື້ນຖານໂຄງລ່າງຄົມມະນາຄົມ, ທ່າກຳປັ່ນ, ເຂດເສດຖະກິດ, ໂລຈິດສະຕິກ… ເພື່ອຂະຫຍາຍເຂດພັດທະນາເສດຖະກິດທາງທິດຕາເວັນຕົກ, ພ້ອມທັງສ້າງຫຸ້ນສ່ວນຍຸດທະສາດເພື່ອພ້ອມກັນພັດທະນາ.
ຄາດວ່າໃນກາງປີ 2026, ກະຊວງການຕ່າງປະເທດຫວຽດນາມ ຈະສົມທົບກັບຄະນະກຳມະການປະຊາຊົນແຂວງກວາງຈິ ຈັດຕັ້ງເວທີປາໄສເຊື່ອມຈອດຕາເວັນອອກ-ຕາເວັນຕົກ ຢູ່ແຂວງກວາງຈິ, ໂດຍມີການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການຂັ້ນສູນກາງ, ບັນດາແຂວງ, ນະຄອນ, ນັກຊ່ຽວຊານ, ວິສາຫະກິດ ແລະພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດ ຫວຽດນາມ-ລາວ ເພື່ອປຶກສາຫາລືບັນດາຂໍ້ລິເລີ່ມກ່ຽວກັບການກະທຳໃຫ້ເລິກເຊິ່ງກວ່າ, ປະກອບສ່ວນຫັນເປົ້າໝາຍ “ຫຸ້ນສ່ວນຍຸດທະສາດ” ດັ່ງກ່າວໃຫ້ປະກົດຜົນເປັນຈິງ.
ນັກຂ່າວ: ຂໍຂອບໃຈສະຫາຍ!
ໂດຍ: ທູຈາງ