ພື້ນຖານໃຫ້ແກ່ເຂດເສດຖະກິດຂ້າມຊາຍແດນ
ຕາແສງລາວບາວ ແຂວງກວາງຈິ ແມ່ນທ້ອງຖິ່ນມີທີ່ຕັ້ງສຳຄັນ, ຕັ້ງຢູ່ແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ເປັນປະຕູການຄ້າລະຫວ່າງຫວຽດນາມ ກັບບັນດາປະເທດລາວ, ໄທ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຕາແສງລາວບາວ ມີເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພິເສດແມ່ນການພັດທະນາການຄ້າຂ້າມຊາຍແດນຜ່ານ “ຂົວເຊື່ອມຕໍ່” ຂອງດ່ານຊາຍແດນສາກົນລາວບາວ.
ໂດຍແມ່ນທ້ອງຖິ່ນຕັ້ງຢູ່ຊາຍແດນ, ໂຄງປະກອບເສດຖະກິດລາວບາວ ມັກຈະເຊື່ອມໂຍງກັບການທ່ອງທ່ຽວ ແລະການຄ້າ. ໃນໄລຍະປີ 2021-2025, ການຄ້າ, ການບໍລິການ ແລະການທ່ອງທ່ຽວກວມເອົາອັດຕາສ່ວນຫຼາຍທີ່ສຸດເຖິງ 59,65%, ບັນດາຂະແໜງອາຊີບສັງກັດຂົງເຂດການຄ້າ, ການບໍລິການ ແລະການທ່ອງທ່ຽວບໍ່ພຽງແຕ່ແກ້ໄຂບັນຫາວຽກເຮັດງານທໍາ, ສ້າງລາຍຮັບທີ່ຍືນຍົງ ແລະຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນທ້ອງຖິ່ນເທົ່ານັ້ນ, ແຕ່ຍັງຢືນຢັນປະສິດຜົນທາງດ້ານເສດຖະກິດອີກດ້ວຍ. ໃນໄລຍະນີ້, ເສດຖະກິດຂອງຕາແສງລາວບາວ ມີການເຕີບໂຕຢ່າງໝັ້ນຄົງດ້ວຍອັດຕາສະເລ່ຍ 7,9% ຕໍ່ປີ. ມູນຄ່າການຜະລິດບັນລຸໄດ້ຫຼາຍກວ່າ 8.169 ຕື້ດົ່ງ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 45 ລ້ານດົ່ງ/ຄົນ/ປີ.
    |
 |
|
ດ່ານສາກົນ ລາວບາວ - ແຂວງກວາງຈິ. ພາບ: ງອັກເຕີນ |
ໃນໄລຍະໃໝ່ນີ້, ຕາແສງລາວບາວ ໄດ້ກຳນົດເອົາການພັດທະນາຜະລິດຕະພັນທ່ອງທ່ຽວ ແລະການຄ້າທີ່ເປັນເອກະລັກຕິດພັນກັບເສດຖະກິດດ່ານຊາຍແດນເປັນໜຶ່ງໃນບັນດາຂອດບຸກທະລຸຍຸດທະສາດໃນການພັດທະນາທ້ອງຖິ່ນ, ພ້ອມກັບຈັ່ງຫວະການເຕີບໂຕທີ່ໝັ້ນຄົງ ແລະພື້ນຖານເສດຖະກິດທີ່ກຳລັງຫັນໄປສູ່ການພັດທະນາການທ່ອງທ່ຽວ ແລະການຄ້າແມ່ນພື້ນຖານທີ່ໜັກແໜ້ນໃຫ້ແກ່ຕາແສງລາວບາວ ໃນການຄົ້ນຄວ້າ, ກໍ່ສ້າງ ແລະພັດທະນາເຂດເສດຖະກິດການຄ້າຊາຍແດນ.
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ ຄັ້ງທີ I ອົງຄະນະພັກ ຕາແສງລາວບາວ ອາຍຸການ 2025-2030, ທ່ານ ຫງວຽນດັງກວາງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກວາງຈິ ໄດ້ຊີ້ໃຫ້ເຫັນທ່າແຮງຂອງຕາແສງລາວບາວ ເຊັ່ນ: ມີທີ່ຕ້ັງຍຸດທະສາດພິເສດສໍາຄັນກ່ຽວກັບການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ຕັ້ງຢູ່ແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ແມ່ນປະຕູການພົວພັນແລກປ່ຽນການຄ້າລະຫວ່າງຫວຽດນາມ ກັບບັນດາປະເທດລາວ, ໄທ ແລະອາຊີຕາເວັນອອກສ່ຽງໃຕ້...;.
ກ່ອນໜ້ານີ້, ໃນປີ 2023, ແຂວງກວາງຈິ (ເກົ່າ) ໄດ້ມີແຜນຮ່າງ "ສ້າງເຂດເສດຖະກິດ ແລະການຄ້າຂ້າມຊາຍແດນຮ່ວມລາວບາວ (ຫວຽດນາມ) ແລະແດນສະຫວັນ (ລາວ)", ເພື່ອຂຸດຄົ້ນຄວາມສະດວກກ່ຽວກັບເງື່ອນໄຂທໍາມະຊາດ ແລະທີ່ຕັ້ງພູມສາດການເມືອງ, ເສດຖະກິດທີ່ສຳຄັນຂອງເສັ້ນທາງເລກ 9 ແລະເຂດທີ່ຢູ່ສອງຟາກຂອງດ່ານຊາຍແດນລາວບາວ-ແດນສະຫວັນ. ຕາມແຜນຮ່າງ, ເຂດເສດຖະກິດ-ການຄ້າຂ້າມຊາຍແດນມີເນື້ອທີ່ທັງໝົດ 2.508 ເຮັກຕາ; ໃນນັ້ນ, ຝ່າຍຫວຽດນາມ ມີເນື້ອທີ່ 1.723 ເຮັກຕາ; ຝ່າຍລາວມີເນື້ອທີ່ 785 ເຮັກຕາ, ລວມເອົາເຂດເສດຖະກິດ ແລະການຄ້າພິເສດລາວບາວ ແລະເຂດການຄ້າຊາຍແດນແດນສະຫວັນທັງໝົດ.
ຕ້ອງມີກົນໄກພິເສດສຳລັບເຂດເສດຖະກິດລະດັບສາກົນ
ປະຈຸບັນ, ຈຸດພິເສດຂອງເຂດເສດຖະກິດ - ການຄ້າຂ້າມຊາຍແດນລາວບາວ - ແດນສະຫວັນ ເປັນເຂດເສດຖະກິດຂອງສອງປະເທດ ແລະເປັນຄັ້ງທຳອິດທີ່ໄດ້ສ້າງຕັ້ງຂຶ້ນດັ່ງນັ້ນ, ຄວນມີກົນໄກ ແລະນະໂຍບາຍທີ່ດີກວ່າເມື່ອທຽບໃສ່ເຂດເສດຖະກິດດ່ານຊາຍແດນທີ່ມີຢູ່ໃນປະເທດຫວຽດນາມ ແລະລາວ. ສິ່ງເຫຼົ່ານີ້ ທ່ານ ຮສຈ, ປອ ເຈິ່ນດິ່ງທຽນ ອະດີດຫົວໜ້າສະຖາບັນເສດຖະກິດຫວຽດນາມ ກໍ່ໄດ້ເນັ້ນໜັກໃນກອງປະຊຸມສໍາມະນາກ່ຽວກັບ “ເຂດເສດຖະກິດການຄ້າຂ້າມຊາຍແດນຮ່ວມລາວບາວ (ແຂວງກວາງຈິ, ຫວຽດນາມ) - ແດນສະຫວັນ (ແຂວງສະຫວັນນະເຂດ, ລາວ) - “ຈາກແນວຄິດສູ່ປະກົດຜົນເປັນຈິງ” ເຊິ່ງໄດ້ດໍາເນີນໃນເດືອນ ມີນາ 2024 ຜ່ານມາ.
ທ່ານ ຮສຈ, ປອ ເຈິ່ນດິ່ງທຽນ ຖືວ່າໃນເຂດລາວບາວ-ແດນສະຫວັນ ຕ້ອງມຸ່ງໄປເຖິງມາດຕະຖານ, ລະບຽບການສໍາລັບເຂດການຄ້າເສລີລະດັບສູງຂອງໂລກ.
ອີງຕາມແຜນຮ່າງທີ່ແຂວງກວາງຈິ ສ້າງຕັ້ງ, ນະໂຍບາຍທີ່ໃຫ້ບຸລິມະສິດພິເສດໂດດເດັ່ນສຳລັບເຂດເສດຖະກິດ-ການຄ້າຊາຍແດນລາວບາວ - ແດນສະຫວັນ ແມ່ນມຸ່ງໄປເຖິງການລົງທຶນ, ພື້ນຖານໂຄງລ່າງ, ພາສີ, ການເງິນເງິນຕາ ແລະຮູບແບບການຈັດຕັ້ງຄຸ້ມຄອງ. ບັນດານະໂຍບາຍບຸລິມະສິດລວມມີການກຳນົດເວລາມອບດິນໃຫ້ເຊົ່າໃຫ້ແກ່ອົງການ ເພື່ອປະຕິບັດໂຄງການບໍ່ເກີນ 50 ປີ ຫຼື 70 ປີ, ງົບປະມານສູນກາງໜູນຊ່ວຍການລົງທຶນພື້ນຖານໂຄງລ່າງໃນເຂດເສດຖະກິດ-ການຄ້າຊາຍແດນ, ສ້າງຄວາມສະດວກໃນການເຮັດລະບຽບການລົງທຶນ, ກູ້ຢືມທຶນຂອງວິສາຫະກິດຫວຽດນາມ, ລາວ ແລະວິສາຫະກິດຕ່າງປະເທດທີ່ລົງທຶນເຂົ້າເຂດເສດຖະກິດ-ການຄ້າ ຊາຍແດນ.
ຕາມທ່ານ ປອ. ຫງວຽນແທງຕວນ ສັງກັດມະຫາວິທະຍາໄລເສດຖະກິດ, ມະຫາວິທະຍາໄລເຫວ້ ໃຫ້ຮູ້ວ່າ, ເຂດເສດຖະກິດ-ການຄ້າຊາຍແດນລາວບາວ ແລະແດນສະຫວັນ, ຂໍ້ກຳນົດດ້ານການເສຍພາສີ, ເອກະສານການເຂົ້າ-ອອກເມືອງ, ມາດຕະຖານດ້ານເຕັກນິກ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບແຮງງານຕ້ອງມີຄວາມກົມກຽວ.
ທ່ານ ປອ. ຕວນ ໃຫ້ຮູ້ວ່າ: "ຕ້ອງຊຸກຍູ້ການປະຊຸມ ແລະກົນໄກການປະສານງານເປັນປະຈຳກັບແຂວງສະຫວັນນະເຂດ ເພື່ອສ້າງວິໄສທັດຮ່ວມກັນ ແລະແຜນປະຕິບັດງານລະອຽດສຳລັບເຂດເສດຖະກິດຂ້າມຊາຍແດນ. ບຸລິມະສິດໃຫ້ບັນດາໂຄງການຮ່ວມມືລະອຽດກ່ຽວກັບໂຄງລ່າງ logistics ແລະການບໍລິການຊາຍແດນ”.
ຜ່ານມາ, ຄະນະຊີ້ນໍາການສ້າງແຜນຮ່າງເຂດເສດຖະກິດ-ການຄ້າຊາຍແດນ ໂດຍທ່ານ ເລດຶກຕ໊ຽນ ຮອງປະທານຄະນະກໍາມະການປະຊາຊົນແຂວງກວາງຈິ ເປັນຫົວໜ້າຄະນະ ກໍ່ໄດ້ປະຊຸມ ແລະເປັນເສນາທິການ ສະເໜີຄະນະກໍາມະການປະຊາຊົນແຂວງກວາງຈິ ສົມທົບກັບບັນດາກະຊວງ, ຂະແໜງການຂັ້ນສູນກາງ ສ້າງ ແລະປັບປຸງແຜນຮ່າງເຂດເສດຖະກິດ-ການຄ້າຊາຍແດນລາວບາວ-ແດນສະຫວັນ, ສັນຍາຜັນຂະຫຍາຍແຜນຮ່າງລະຫວ່າງສອງປະເທດຫວຽດນາມ-ລາວ, ຍື່ນສະເໜີອົງການທ່ີມີສິດອຳນາດຕັດສິນເພື່ອຜັນຂະຫຍາຍປະຕິບັດ. ສົມທົບກັບໜ່ວຍປະຕິບັດງານຂອງແຂວງສະຫວັນນະເຂດ (ລາວ) ຄົ້ນຄວ້າສະເໜີບັນດາກົນໄກ, ນະໂຍບາຍທີ່ເປັນເອກະລັກທົດລອງສ້າງເຂດເສດຖະກິດ-ການຄ້າຊາຍແດນລາວບາວ-ແດນສະຫວັນ, ແລກປ່ຽນເຫັນດີເປັນເອກະພາບບັນດາເນື້ອໃນແຜນຮ່າງເພື່ອໃຫ້ແຂວງສະຫວັນນະເຂດຍື່ນສະເໜີຕໍ່ລັດຖະບານລາວ ຮັບຮອງເອົາ.
ຕາມຄະນະກໍາມະການປະຊາຊົນແຂວງກວາງຈິ, ການກໍ່ສ້າງ, ພັດທະນາເຂດເສດຖະກິດ-ການຄ້າລາວບາວ-ແດນສະຫວັນ ຈະມີ 3 ໄລຍະ. ໃນນັ້ນ, ໄລຍະ 2024-2025 ຈະສ້າງນິຕິກໍາ, ຜັນຂະຫຍາຍບາງໂຄງການພື້ນຖານໂຄງລ່າງເຂດດ່ານຊາຍແດນລາວບາວ-ແດນສະຫວັນ, ດຶງດູດການລົງທຶນຂອງວິສາຫະກິດ. ໄລຍະ 2026-2030 ດຶງດູດການລົງທຶນ, ພັດທະນາພື້ນຖານໂຄງລ່າງ ແລະປັບປຸງກົນໄກນະໂຍບາຍ; ໄລຍະຫຼັງປີ 2030 ພັດທະນາເຂດເສດຖະກິດ-ການຄ້າຊາຍແດນໃຫ້ກາຍເປັນກໍາລັງໜູນ, ຮູບແບບໃໝ່ໃຫ້ແກ່ການຮ່ວມມື, ພັດທະນາເສດຖະກິດຂ້າມຊາຍແດນຫວຽດນາມ-ລາວ.
ໂດຍ: ໄຊນີດາ