ເມື່ອຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽນດາມ ໃນໂອກາດປີໃໝ່ສາກົນ 2026, ທ່ານນາງ ຄຳເພົາ ເອີນທະວັນ ໄດ້ເນັ້ນໜັກເຖິງ “ຫຸ້ນສ່ວນຍຸດທະສາດ” ໃນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ເຊິ່ງການນໍາສອງປະເທດ ໄດ້ຍົກຂຶ້ນສູ່ລະດັບສູງໃໝ່ໃນການຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງທ່ານໂຕເລິມ ເລຂາທິການໃຫຍ່ ໃນວັນທີ 1-2 ທັນວາ ປີ 2025.

ທ່ານນາງ ຄຳເພົາ ເອີນທະວັນ ຢືນຢັນວ່າ: ເລື່ອງຍົກລະດັບການພົວພັນແມ່ນບາດກ້າວທີ່ສຳຄັນ, ສືບທອດມູນເຊື້ອສາມັກຄີ, ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ຍາດເອົາເອກະລາດ, ສ້າງສາພັດທະນາປະເທດຂອງສອງຊາດ. ນີ້ບໍ່ພຽງແຕ່ເປັນການຢັ້ງຢືນເຖິງອາລົມຈິດ, ຄວາມສັດຊື່ບໍລິສຸດ, ຈົ່ງຮັກພັກດີເທົ່ານັ້ນ, ຫາກຍັງເປັນຂີດໝາຍເປີດແງ່ຫວັງໃຫ້ແກ່ການຮ່ວມມືຢ່າງແທດເໝາະກັບຕົວຈິງ ແລະມີປະສິດທິຜົນກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ພ້ອມທັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນກໍຄືໃນໂລກ.

ກ່ຽວກັບທິດທາງການຮ່ວມມືໃນປີ 2026 ແລະໄລຍະພັດທະນາໃໝ່, ທ່ານນາງຄຳເພົາ ເອີນທະວັນ ເນັ້ນໜັກວ່າ ສອງປະເທດຕ້ອງສືບຕໍ່ຍົກສູງປະສິດທິຜົນການຮ່ວມມືໃນການບຳລຸງສ້າງຊັບພະຍາກອນມະນຸດ, ພິເສດແມ່ນບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ລາວ. ປະຈຸບັນ, ໃນແຕ່ລະປີ ຫວຽດນາມ ພວມບໍາລຸງສ້າງນັກສຶກສາລາວ ນັບພັນຄົນ. ກ້າວເຂົ້າສູ່ປີ 2026, ສອງຝ່າຍຕ້ອງສຸມໃສ່ຍົກສູງຄຸນນະພາບ, ຕິດພັນເນື້ອໃນຂອງການບໍາລຸງສ້າງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງປະເທດລາວ, ເອົາໃຈໃສ່ເຖິງຂົງເຂດຄຸ້ມຄອງລັດ, ກໍ່ສ້າງພັກ, ເສດຖະກິດດີຈີຕອນ, ການຫັນເປັນດີຈີຕອນ, ພະລັງງານ, ການພັດທະນາແບບຍືນຍົງ, ການເຊື່ອມໂຍງເຂົ້າກັບສາກົນ.

leftcenterrightdel
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ ຄຳເພົາ ເອີນທະວັນ ຍັງໄດ້ສະເໜີໃຫ້ເພີ່ມທະວີການຮ່ວມສໍາພັນລະຫວ່າງບັນດາຮາກຖານການສຶກສາ, ເປີດກວ້າງການແລກປ່ຽນລະຫວ່າງຄູອາຈານ ແລະນັກສຶກສາ, ເພີ່ມຊຸດຝຶກອົບຮົມໄລຍະສັ້ນ ແລະໂຄງການຮ່ວມມືປະຈຳປີ;  ສະເໜີສ້າງເຄືອຂ່າຍພະນັກງານ ແລະປັນຍາຊົນໜຸ່ມ ເພື່ອເພີ່ມທະວີການພົບປະແລກປ່ຽນ ແລະຍົກສູງຄຸນນະພາບການສິດສອນໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງ.

ກ່ຽວກັບການພົບປະແລກປ່ຽນປະຊາຊົນ,  ສອງປະເທດຈະສືບຕໍ່ຈັດຕັ້ງການເຄື່ອນໄຫວທີ່ແທດເໝາະກັບຕົວຈິງ ຄື: ສັບປະດາວັດທະນະທໍາ-ການທ່ອງທ່ຽວ, ການພົບປະແລກປ່ຽນລະຫວ່າງຊາວໜຸ່ມ, ແມ່ຍິງ, ທ້ອງຖິ່ນ, ພ້ອມທັງປັບປຸງເນື້ອໃນຕາມທິດທີ່ແທດຈິງກວ່າ, ເປັນຕົ້ນແມ່ນຢູ່ບັນດາແຂວງຊາຍແດນ. ພ້ອມກັນນັ້ນ, ສອງຝ່າຍຈະໝູນໃຊ້ການຫັນເປັນດີຈີຕອນຢ່າງແຂງແຮງ, ສ້າງພື້ນຖານວັດທະນະທຳ-ການສຶກສາດີຈີຕອນຮ່ວມກັນ, ເປີດກວ້າງບັນດາໂຄງການພົບປະແລກປ່ຽນທາງອິນເຕີແນັດ ເພື່ອແນໃສ່ເຂົ້າເຖິງຊາວໜຸ່ມຂອງທັງສອງປະເທດ. ສອງຝ່າຍຍັງໄດ້ຄົ້ນຄວ້າສ້າງຕັ້ງມະຫາວິທະຍາໄລມິດຕະພາບລາວ-ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ, ເພື່ອສ້າງບ່ອນຮໍ່າຮຽນ, ບ່ອນຄົ້ນຄວ້າຮ່ວມກັນໃຫ້ແກ່ຄົນຮຸ່ນໜຸ່ມຂອງສອງປະເທດ, ສືບທອດ ແລະເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ໃນອະນາຄົດ.

ເມື່ອເຕື້ອງເຖິງແຜນການຮ່ວມມືຂອງສອງປະເທດໃນໄລຍະ 2026-2030 ທີ່ຫາກໍ່ໄດ້ຮັບຮອງເອົາທີ່ກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ, ທ່ານນາງ ຄໍາເພົາ ເອີນທະວັນ ຢືນຢັນວ່າ, ແຜນການດັ່ງກ່າວໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຊຸກຍູ້ການເຕີບໂຕດ້ານການຄ້າ ແລະການລົງທຶນ, ພັດທະນາພື້ນຖານໂຄງລ່າງ, ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດລະຫວ່າງສອງປະເທດຢ່າງມີປະສິດທິຜົນ ແລະຍືນຍົງກວ່າ.

ໄປຄຽງຄູ່ກັບເປົ້າໝາຍຍົກສູງມູນຄ່າການຄ້າສອງຝ່າຍໃຫ້ບັນລຸກວ່າ 5 ຕື້ໂດລາສະຫະລັດ, ແຜນການດັ່ງກ່າວຍັງຈະສຸມໃສ່ຫັນປ່ຽນການຂະຫຍາຍໂຄງການຈາກປະລິມານໄປສູ່ການຍົກສູງຄຸນນະພາບ ແລະປະສິດທິຜົນ, ໃຫ້ບຸລິມະສິດແກ່ບັນດາຂະແໜງຍຸດທະສາດ ຄື: ພະລັງງານສະອາດ, ກະສິກຳເຕັກໂນໂລຊີສູງ, ການປຸງແຕ່ງ ແລະຜະລິດ, ໂທລະຄົມມະນາຄົມ ແລະການເງິນ. ຄາດວ່າ ອັດຕາສ່ວນຂອງບັນດາໂຄງການທີ່ເຄື່ອນໄຫວຢ່າງມີປະສິດທິຜົນ ແລະປະກອບສ່ວນແບບຍືນຍົງເຂົ້າງົບປະມານລັດຂອງລາວ, ກໍຄືການສ້າງວຽກເຮັດງານທຳ ຈະສືບຕໍ່ເພີ່ມຂຶ້ນພໍສົມຄວນໃນອະນາຄົດ.

ໃນຂົງເຂດພື້ນຖານໂຄງລ່າງ, ສອງຝ່າຍໄດ້ກໍານົດວ່າ ນີ້ແມ່ນຂອດ “ບຸກທະລຸຍຸດທະສາດ”, ເຫັນດີເປັນເອກະພາບຊຸກຍູ້ເສັ້ນທາງເຊື່ອມຕໍ່ຕາເວັນອອກ-ຕາເວັນຕົກ ແລະເໜືອ-ໃຕ້, ຍົກລະດັບດ່ານຊາຍແດນ, ພັດທະນາການຄົມມະນາຄົມ, ພະລັງງານ, ພ້ອມທັງຍູ້ແຮງການຫັນເປັນດີຈີຕອນ ແລະຫັນລະບຽບການບໍລິຫານເປັນງ່າຍດາຍ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ, ຫຼຸດຜ່ອນເວລາໃນການແລກປ່ຽນການຄ້າລົງ, ເພີ່ມທະວີຄວາມສາມາດໃນການແກ່ງແຍ້ງ, ສ້າງລະບົບຕ່ອງໂສ້ການສະໜອງພາກພື້ນລະຫວ່າງລາວ, ຫວຽດນາມ ກັບອະນຸພາກພື້ນແມ່ນ້ຳຂອງ.

ດັ່ງນັ້ນ, ແຜນການຮ່ວມມືສອງຝ່າຍຫວຽດນາມ-ລາວ ໃນໄລຍະ 2026-2030 ບໍ່ພຽງແຕ່ເປັນຫຼັກການຊີ້ນຳເທົ່ານັ້ນ ຫາກຍັງແມ່ນເຄື່ອງມືປະຕິບັດເພື່ອຫັນ “ຫຸ້ນສ່ວນຍຸດທະສາດ” ລະຫວ່າງສອງປະເທດໃຫ້ເປັນທາງການ, ສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕດ້ານການຄ້າ ແລະການລົງທຶນ, ພັດທະນາພື້ນຖານໂຄງລ່າງ, ເຊື່ອມໂຍງດ້ານເສດຖະກິດໃຫ້ດີຂຶ້ນກວ່າເກົ່າ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະ ທົ່ວພາກພື້ນ.

ໂດຍ: ທູຈາງ