ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ສະແດງຄວາມເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ຄຸນທາດ, ສະຕິປັນຍາ, ຄວາມເດັດດ່ຽວໜຽວແໜ້ນຂອງພັກກອມມູນິດຫວຽດນາມ ໃນຕະຫຼອດໄລຍະນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກ ແລະພັດທະນາກ້າວຂຶ້ນເທື່ອລະກ້າວ.

ໂດຍເປັນຜູ້ຕິດຕາມພາລະກິດປ່ຽນແປງໃໝ່ຂອງຫວຽດນາມ ຢ່າງໃກ້ຊິດ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໃຫ້ຮູ້ວ່າ ເລີ່ມແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI ຂອງພັກກອມມູນິດຫວຽດນາມ ປີ 1986 - ເຊິ່ງເປັນຂີດໝາຍເປີດໄລຍະດຳເນີນການປ່ຽນແປງໃໝ່ຮອບດ້ານ - ຫວຽດນາມ ຕ້ອງປະເຊີນໜ້າກັບສິ່ງທ້າທາຍອັນໃຫຍ່ຫຼວງທາງດ້ານເສດຖະກິດ, ການເມືອງ ແລະການພົວພັນຕ່າງປະເທດ ໃນສະພາບແວດລ້ອມຂອງສາກົນຜັນແປຢ່າງເລິກເຊິ່ງ. ກ່ອນໜ້ານັ້ນ, ຫວຽດນາມ ໄດ້ຮັບການໜູນຊ່ວຍເປັນຕົ້ນຈາກສະຫະພາບໂຊວຽດ ແລະບັນດາປະເທດສັງຄົມນິຍົມເອີລົບຕາເວັນອອກ; ແຕ່ພາຍຫຼັງສະຫະພາບໂຊວຽດ ພັງທະລາຍ,  ລະບົບສັງຄົມນິຍົມເອີລົບຕາເວັນອອກ ໄດ້ແຕກສະຫຼາຍ, ລະບຽບຂອງໂລກ ໄດ້ປ່ຽນແປງໂດຍພື້ນຖານ.

ໃນສະພາບການຫຍຸ້ງຍາກທີ່ສຸດນັ້ນ, ຫວຽດນາມ ຍັງຍຶດໝັ້ນຕໍ່ເສັ້ນທາງສັງຄົມນິຍົມ, ພ້ອມທັງເປັນເຈົ້າການດັດປັບຈິນຕະນາການ, ປ່ຽນແປງໃໝ່ແນວທາງໃຫ້ເໝາະສົມກັບສະພາບການໃໝ່. ພັກກອມມູນິດຫວຽດນາມ ໄດ້ໝູນໃຊ້ລັດທິມາກ-ເລນິນ ຢ່າງມີຫົວຄິດປະດິດສ້າງ, ວາງລັດຖະນະໂຍບາຍທີ່ຖືກຕ້ອງ, ເໝາະສົມກັບພຶດຕິກຳຕົວຈິງຂອງປະເທດ ແລະທ່າອ່ຽງຂອງຍຸກສະໄໝ.

ຕາມທ່ານ ສົມສະຫວາດ ເລັ່ງສະຫວັດ ແລ້ວ, ໜຶ່ງໃນບັນດາຜົນສຳເລັດອັນພົ້ນເດັ່ນຂອງຫວຽດນາມ ໃນ 40 ປີແຫ່ງການປ່ຽນແປງໃໝ່ ນັ້ນແມ່ນການສ້າງແນວທາງພັດທະນາເສດຖະກິດທີ່ເໝາະສົມ, ສົມທົບຢ່າງແໜ້ນແຟ້ນລະຫວ່າງການປ່ຽນແປງໃໝ່ຈິນຕະນາການດ້ານເສດຖະກິດ ກັບການຮັກສາສະຖຽນລະພາບທາງດ້ານການເມືອງ-ສັງຄົມ. ພ້ອມກັນນັ້ນ, ຫວຽດນາມ ໄດ້ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດເອກະລາດ,  ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາຢ່າງຄ່ອງແຄ້ວ, ມີໄຫວພິບ, ແທດເໝາະກັບສະພາບແວດລ້ອມຂອງພາກພື້ນ ແລະສາກົນ. ບັນດານະໂຍບາຍອັນຖືກຕ້ອງນັ້ນໄດ້ຊ່ວຍໃຫ້ຫວຽດນາມ ສາມາດປຸກລະດົມກຳລັງແຮງສັງລວມຈາກພາຍໃນປະເທດ ແລະສາກົນ, ຍາດແຍ່ງເອົາທຸກແຫຼ່ງກຳລັງແກ່ການພັດທະນາໃຫ້ໄດ້ຢ່າງສຸດຂີດ.

ທ່ານອະດີດຮອງນາຍົກລັດຖະມົນຕີລາວ ໄດ້ສະແດງຄວາມປິຕິຊົມຊື່ນ ແລະຊົມເຊີຍຜົນງານທີ່ຫວຽດນາມ ບັນລຸໄດ້; ພ້ອມທັງຕີລາຄາວ່າ ເມື່ອທຽບໃສ່ຫຼາຍປະເທດໃນພາກພື້ນ, ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີຜົນງານອັນພົ້ນເດັ່ນຫຼາຍຢ່າງໃນການສ້າງສາ ແລະພັດທະນາປະເທດຊາດ. ຈາກການເຕີບໂຕດ້ານເສດຖະກິດ, ການຫຼຸດຜ່ອນຄວາມທຸກຍາກ, ການພັດທະນາພື້ນຖານໂຄງລ່າງ ຕະຫຼອດຮອດການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະຍົກສູງທີ່ຕັ້ງໃນເວທີສາກົນ, ຫວຽດນາມ ລ້ວນແຕ່ຮັບຮູ້ບາດກ້າວໜ້າປະທັບໃຈທີ່ສຸດ.

leftcenterrightdel
ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ

ບໍ່ພຽງແຕ່ຕີລາຄາສູງຜົນງານຂອງຫວຽດນາມ ເທົ່ານັ້ນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ເນັ້ນໜັກເຖິງຄວາມໝາຍຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດ ຫວຽດນາມ-ລາວ. ຕາມທ່ານ ສົມສະຫວາດ ເລັ່ງສະຫວັດ ແລ້ວ, ນີ້ແມ່ນຊັບສົມບັດອັນລ້ຳຄ່າທີ່ສືບທອດມາຫຼາຍລຸ້ນຄົນ, ເປັນເຫື່ອແຮງເລືອດເນື້ອຂອງພະນັກງານ, ນັກຮົບ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ບໍ່ຈັກວ່າເທົ່າໃດໃນຕະຫຼອດໄລຍະປະຫວັດສາດອັນຍາວນານຂອງການຕໍ່ສູ້ປະຕິວັດ.

ໃນສະພາບແວດລ້ອມສາກົນ ແລະພາກພື້ນສືບຕໍ່ມີການຜັນແປທີ່ວ່ອງໄວ, ສັບສົນ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຖືວ່າ, ການຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ” ແມ່ນເໝາະສົມກັບສະພາບແວດລ້ອມໃນປະຈຸບັນ, ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍໃຫ້ຫວຽດນາມ ແລະລາວ ສືບຕໍ່ພ້ອມກັນພັດທະນາເທົ່ານັ້ນ, ຫາກຍັງປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍຄືໃນໂລກ ອີກດ້ວຍ.

ຕາມທ່ານ ສົມສະຫວາດ ເລັ່ງສະຫວັດ ແລ້ວ, ເພື່ອເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ສືບຕໍ່ໄດ້ຮັບການຮັກສາໄວ້ ແລະສືບທອດແບບຍືນຍົງນັ້ນ, ໜ້າທີ່ສຳຄັນແຖວໜ້າໃນປັດຈຸບັນ ແມ່ນເພີ່ມທະວີການສຶກສາອົບຮົມໃຫ້ຄົນລຸ້ນໜຸ່ມຂອງສອງປະເທດ. ຄົນລຸ້ນໜຸ່ມຕ້ອງເຂົ້າໃຈຢ່າງຈະແຈ້ງກ່ຽວກັບປະຫວັດສາດຂອງການຮ່ວມສໍາພັນສູ້ຮົບ, ການເສຍສະຫຼະ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງຊາດໃນໄລຍະທີ່ຫຍຸ້ງຍາກທີ່ສຸດ. ສິ່ງສຳຄັນກວ່ານັ້ນ, ຄົນລຸ້ນໜຸ່ມຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງວ່າ ລາວ ແລະຫວຽດນາມ ມີສອງພັກ ທີ່ມີພື້ນຖານລັດທິມາກ-ເລນິນ ອັນດຽວກັນ, ມີອຸດົມການ, ເປົ້າໝາຍອັນດຽວກັນ ເພື່ອເອກະລາດແຫ່ງຊາດ ແລະສັງຄົມນິຍົມ.

ເຖິງວ່າໂລກຈະມີການຜັນແປຫຼາຍຢ່າງກໍ່ຕາມ, ມີພຽງແຕ່ຄວາມສາມັກຄີຈຶ່ງສາມາດກ້າວໄປສູ່ໄຊຊະນະ. ສິ່ງດັ່ງກ່າວໄດ້ຮັບການພິສູດຢ່າງມີຊີວິດຊີວາ ແລະຊວນເຊື່ອຜ່ານປະຫວັດສາດຂອງສອງປະເທດຫວຽດນາມ  ແລະລາວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ເນັ້ນໜັກ ແລະຄັດສະເໜີຄຳສັ່ງສອນຂອງປະທານໂຮ່ຈີມິນ ທີ່ວ່າ: “ສາມັກຄີ, ສາມັກຄີ, ມະຫາສາມັກຄີ. ສຳເລັດຜົນ, ສຳເລັດຜົນ, ມະຫາສຳເລັດຜົນ”. ຕາມທ່ານແລ້ວ, ນີ້ກໍ່ແມ່ນກຳລັງໜູນທາງດ້ານຈິດໃຈອັນໃຫຍ່ຫຼວງເພື່ອໃຫ້ຫວຽດນາມ ແລະລາວ ສືບຕໍ່ຮ່ວມເດີນທາງ, ພ້ອມກັນກ້າວໄປຂ້າງໜ້າບົນເສັ້ນທາງແຫ່ງການພັດທະນາເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ວັດທະນາຖາວອນຂອງແຕ່ລະປະເທດ.

ໂດຍ: ທູຈາງ