ດ້ວຍໝາກຜົນທີ່ບັນລຸໄດ້, ຖັນແຖວນາຍທະຫານຊາຍແດນໜຸ່ມສອງປະເທດສືບຕໍ່ຢັ້ງຢືນທີ່ຕັ້ງ ແລະບົດບາດສຳຄັນຂອງຕົນໃນວຽກງານທຸກດ້ານ; ສືບຕໍ່ມານະພະຍາຍາມ, ຮ່ວມແຮງຮ່ວມໃຈກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະພັດທະນາ.

ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ມີພູຜາປ່າໄມ້, ແມ່ນໍ້າລໍາເຊຕິດຈອດກັນ. ໃນຕະຫຼອດໄລຍະປະຫວັດສາດ, ປະຊາຊົນ ແລະກຳລັງປ້ອງກັນຊາຍແດນຂອງສອງປະເທດ ຍາມໃດກໍ່ສາມັກຄີ, ຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກ, ຮ່ວມແຮງຮ່ວມໃຈປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ,  ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ, ກໍ່ສ້າງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ເຕັມໄປດ້ວຍນໍ້າໃຈອ້າຍນ້ອງ.

leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ຈັດຕັ້ງການຝຶກອົບຮົມວຽກງານຊາຍແດນໃຫ້ພະນັກງານໜຸ່ມຂຶ້ນກັບກອງບັນຊາການທະຫານແຂວງຜົ້ງສາລີ. ພາບ: ແອັງຢຸງ

ນາຍທະຫານໜຸ່ມ ຫວຽດນາມ ແລະລາວ, ໃນນັ້ນມີນາຍທະຫານຊາຍແດນໜຸ່ມ ຫວຽດນາມ ແລະລາວ ແມ່ນລຸ້ນທີ່ສືບທອດພາລະກິດຂອງກຳລັງປະກອບອາວຸດສອງປະເທດ, ສວມບົດບາດສຳຄັນຍິ່ງໃນການຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີສະໜິດຕິດພັນລະຫວ່າງ ຫວຽດນາມ-ລາວ. ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບັນຫາດັ່ງກ່າວ, ໃນຊຸມປີຜ່ານມາ, ກອງບັນຊາການທະຫານຊາຍແດນ, ກົມທະຫານຊາຍແດນ (ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ) ຍາມໃດກໍ່ເອົາໃຈໃສ່ຊີ້ນຳນຳພາ, ສ້າງທຸກເງື່ອນໄຂສະດວກໃຫ້ນາຍທະຫານໜຸ່ມສອງຝ່າຍສືບຕໍ່ສູ້ຊົນ, ອຸທິດສ່ວນ, ກ້າວໜ້າ ແລະເຕີບໃຫຍ່ຂະຫຍາຍຕົວ. ບັນດາການກະທໍາ, ວຽກເຮັດງານທຳຢ່າງລະອຽດ, ແທດຈິງຂອງຖັນແຖວນາຍທະຫານໜຸ່ມສອງຝ່າຍໄດ້ສ້າງເປັນກໍາລັງແຜ່ຂະຫຍາຍຢ່າງແຮງ, ຊ່ວຍໃຫ້ລຸ້ນໜຸ່ມມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະກອງທັບສອງປະເທດ.

ດ້ຽນບຽນ ແມ່ນແຂວງຊາຍແດນຢູ່ເຂດຕາເວັນຕົກສ່ຽງເໜືອຂອງປະເທດ, ມີທີ່ຕັ້ງຍຸດທະສາດສຳຄັນໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ, ໃນນັ້ນ ເສັ້ນຊາຍແດນ ຫວຽດນາມ-ລາວ ກວມເອົາກວ່າ 90% ເສັ້ນຊາຍແດນຂອງແຂວງ. ໃນຊຸມປີຜ່ານມາ, ເຖິງວ່າຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນສອງຝ່າຍໄດ້ຮັບການປັບປຸງ, ແຕ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ລະດັບຄວາມຮູ້ຍັງຈຳກັດ ແລະບໍ່ສະໝໍ່າສະເໝີ, ສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມທັງສອງຝ່າຍຍັງມີຄວາມສັບສົນຢູ່.

ຮັບຮູ້ໄດ້ສິ່ງດັ່ງກ່າວ, ໄວໜຸ່ມທະຫານຊາຍແດນແຂວງດ້ຽນບຽນ ຍາມໃດກໍ່ເສີມຂະຫຍາຍບົດບາດປະຈັນບານ, ຊາບຊຶມ ແລະຜັນຂະຫຍາຍການປະຕິບັດສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນ ຫວຽດນາມ-ລາວ ຢ່າງເຂັ້ມງວດ; ສົມທົບກັນຢ່າງແໜ້ນແຟ້ນກັບກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນປະເທດເພື່ອນລາວ ປະຕິບັດໜ້າທີ່ລາດຕະເວນ, ປົກປັກຮັກສາຊາຍແດນເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພ້ອມກັນພັດທະນາ. ພ້ອມກັນນັ້ນ, ຖັນແຖວພະນັກງານ, ນາຍທະຫານໜຸ່ມສອງຝ່າຍຍັງຕັ້ງໜ້າເປັນເສນາທິການຜັນຂະຫຍາຍຮູບແບບແຮກສ່ຽວປ້ອມ, ຄ້າຍທະຫານຊາຍແດນສອງຝ່າຍ, ມາຮອດປະຈຸບັນໄດ້ມີ 16/17 ຄ້າຍທະຫານຊາຍແດນ ຈັດຕັ້ງການແຮກສ່ຽວກັບ 8 ກອງຮ້ອຍທະຫານຊາຍແດນຂອງແຂວງຜົ້ງສາລີ ແລະຫຼວງພະບາງ (ລາວ).

ດ້ວຍການໜູນຊ່ວຍຮູບແບບພັດທະນາເສດຖະກິດ, ຄື: ປູກເຂົ້າໄຮ່, ລ້ຽງງົວຄວາຍ, ສັດປີກ, ປ້ອງກັນ, ຕ້ານພະຍາດ, ໜູນຊ່ວຍດ້ານການແພດ, ການສຶກສາໃຫ້ປະຊາຊົນບັນດາບ້ານຊາຍແດນ, ຊີວິດການເປັນຢູ່ ແລະຄວາມຮັບຮູ້ຂອງປະຊາຊົນຢູ່ 108 ບ້ານຕິດກັບຊາຍແດນ,  9 ຄູ່ບ້ານແຮກສ່ຽວສອງຟາກຊາຍແດນ ຫວຽດນາມ-ລາວ ໃນບໍລິເວນແຂວງດ້ຽນບຽນ ໄດ້ມີການປ່ຽນແປງຢ່າງຈະແຈ້ງ. ກຸ່ມຊຸມຊົນແຮກສ່ຽວໄດ້ລົງທະບຽນຄຸ້ມຄອງຕົນເອງ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນນັບຫຼາຍສິບກິໂລແມັດ, ຍົກສູງຈິດໃຈຮັບຜິດຊອບໃນການຕໍ່ສູ້ ຕ້ານ, ສະກັດກັ້ນອາດຊະຍາກຳ ແລະວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງສອງຝ່າຍ.

ຢູ່ແຂວງກວາງບິ່ງ, ທ້ອງຖິ່ນທີ່ມີຊາຍແດນຍາວກວ່າ 222 ກິໂລແມັດ, ຕິດກັບ 2 ແຂວງ ຄຳມ່ວນ ແລະສະຫວັນນະເຂດ (ລາວ). ຢູ່ທີ່ນີ້, ຊີວິດດ້ານເສດຖະກິດ, ວັດທະນະທຳ, ສັງຄົມຢູ່ສອງຟາກຊາຍແດນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພົນລະເມືອງຢູ່ກະແຈກກະຈາຍ, ພື້ນຖານໂຄງລ່າງຍັງຈຳກັດ, ການຄົມມະນາຄົມໄປມາຍັງມີຄວາມຫຍຸ້ງຍາກ. ໃນຊຸມປີຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ສົມທົບກັບຄະນະພັກ ແລະອຳນາດການປົກຄອງທ້ອງຖິ່ນໄດ້ຜັນຂະຫຍາຍຫຼາຍໂຄງການ, ຮູບແບບ ແລະການເຄື່ອນໄຫວທີ່ມີຄວາມໝາຍ, ໃນນັ້ນໄດ້ຈັດຕັ້ງການລົງນາມແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນລະຫວ່າງຕາແສງເຢິນຮວ໊າ, ເມືອງມີງຮວ໊າ ກັບກຸ່ມບ້ານລັງຄັງ, ເມືອງບົວລະພາ, ແຂວງຄຳມ່ວນ. ດ້ວຍແກ່ນສານແມ່ນກໍາລັງນາຍທະຫານໜຸ່ມ, ການເຄື່ອນໄຫວແທດຈິງຫຼາຍຢ່າງໄດ້ຮັບການຜັນຂະຫຍາຍ, ຄື: ກວດພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນສອງຟາກຊາຍແດນກວ່າ 600 ຄົນ, ມອບຕູ້ຢາປິ່ນປົວພະຍາດ 2 ຕູ້; ເປີດສະຫຼອງ ແລະມອບກິດຈະກໍາ “ໄຟຟ້າເຍືອງທາງເຂດຊາຍແດນ”; ມອບຂອງຂວັນ 600 ພູດໃຫ້ຄອບຄົວ... ດ້ວຍຍອດມູນຄ່າກວ່າ 1,9 ຕື້ດົ່ງ.

ສໍາລັບທະຫານຊາຍແດນແຂວງແທັງຮວ໊າ, ຜ່ານການແລກປ່ຽນຂໍ້ມູນກ່ຽວກັບສະພາບການກັບກຳລັງທີ່ກ່ຽວຂ້ອງປະເທດເພື່ອນລາວ ໃນການປະຕິບັດໜ້າທີ່ຕໍ່ສູ້ ຕ້ານ, ສະກັດກັ້ນອາດຊະຍາກຳຕ່າງໆ, ແຕ່ຕົ້ນປີ 2023 ມາຮອດປະຈຸບັນ, ທະຫານຊາຍແດນແຂວງແທັງຮວ໊າ ໄດ້ກຳນົດ ແລະຕໍ່ສູ້ ຕ້ານ 4 ຄະດີຢາເສບຕິດ ສຳເລັດຜົນ; ຢຶດໄດ້ຢາບ້າ 75.787 ເມັດ, ຢາງຢາຝິ່ນ 3.7 ກິໂລກຼາມ ແລະວັດຖຸອື່ນໆອີກຈຳນວນໜຶ່ງ.

ໂດຍ: ເຈິ່ນຮວ່ຽນ