ທ່ານພັນເອກ ສົມພານ ເມືອງຈັນ ຮອງຫົວໜ້າການທະຫານ ຫົວໜ້າຫ້ອງເສນາທິການ ທະຫານແຂວງຄໍາມ່ວນ ເນັ້ນໜັກວ່າ ໃນໄລຍະດໍາເນີນການເຄື່ອນໄຫວໃນລາຍການພົບປະແລກປ່ຽນ ຢູ່ແຂວງຄໍາມ່ວນ, ນາຍທະຫານຊາຍແດນໜຸ່ມສອງປະເທດ ໄດ້ຊອກຮູ້ກ່ຽວກັບກອງທັບລາດຊະວົງ, ອິດສະຫຼະ, ຕົ້ນກໍາເນີດຂອງກອງທັບປະຊາຊົນ ລາວ; ພ້ອມກັນຫວນຄືນມູນເຊື້ອການຮ່ວມສໍາພັນສູ້ຮົບລະຫວ່າງສອງຊາດ ແລະແບ່ງປັນບົດຮຽນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ. ຜ່ານນັ້ນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດ ແລະຍົກສູງຄວາມຮັບຮູ້ໃນການປະຕິບັດໜ້າທີ່ໃຫ້ແກ່ຖັນແຖວນາຍທະຫານຊາຍແດນໜຸ່ມສອງປະເທດ.

leftcenterrightdel
ຄະນະຜູ້ແທນນາຍທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ຖ່າຍຮູບເປັນທີ່ລະນຶກຢູ່ຫຼັກໝາຍຊາຍແດນ 528 ດ່ານສາກົນ ນາພາວ (ແຂວງຄໍາມ່ວນ) ແລະຈາລໍ (ແຂວງກວ໋າງບິ່ງ). ພາບ: ວັນເຈືອງ.

ແຕ່ວັນທີ 21 ຫາວັນທີ 24 ສິງຫາ, ຢູ່ ສປປ ລາວ, ຄະນະຜູ້ແທນນາຍທະຫານຊາຍ ແດນໜຸ່ມ ຫວຽດນາມ - ລາວ ໄດ້ສົມທົບກັນຈັດຕັ້ງບັນດາກິດຈະກໍາເຄື່ອນໄຫວທີ່ມີຄວາມໝາຍແທດຈິງ, ສະແດງໃຫ້ເຫັນນໍ້າໃຈມິດຕະພາບ, ຄວາມສາມັກຄີສະໜິດຕິດພັນລະຫວ່າງສອງກໍາລັງ, ຄື: ການໂອ້ລົມສົນທະນາ, ປູກຕົ້ນໄມ້ມິດຕະພາບ, ຢ້ຽມຊົມຫໍພິພິທະພັນມູນເຊື້ອຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ; ຈັດຕັ້ງການແຂ່ງຂັນບານສົ່ງມິດຕະພາບ; ການພົບປະແລກປ່ຽນສິລະປະວັດທະນະທໍາ...

leftcenterrightdel
ນາຍທະຫານຍິງຂອງລາວ ອໍາລານາຍທະຫານຊາຍແດນໜຸ່ມຫວຽດນາມ. ພາບ: ວັນເຈືອງ.

ນີ້ແມ່ນໂອກາດ ເພື່ອໃຫ້ຖັນແຖວນາຍທະຫານຊາຍແດນໜຸ່ມສອງປະເທດ ໄດ້ພົບປະ, ພ້ອມກັນແບ່ງປັນບົດຮຽນໃນການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນ; ພ້ອມກັນນັ້ນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື, ສືບຕໍ່ຮ່ວມແຮງຮ່ວມໃຈຮັກສາ ແລະເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອອັນດີງາມ, ສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດ.

ທ່ານພັນເອກພິເສດ ຫງວຽນແທັງຫາຍ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ຖັນແຖວນາຍທະຫານຊາຍແດນໜຸ່ມສອງປະເທດ ຈະສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບ, ກຳລັງທີ່ໜຸ່ມແໜ້ນ ແລະຄວາມຕັດສິນໃຈໃນການຮັກສາ, ປັບປຸງ ແລະເສີມຂະຫຍາຍນໍ້າໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ສອງຊາດເວົ້າລວມ ເວົ້າສະເພາະແມ່ນທະຫານຊາຍແດນຫວຽດນາມ ແລະກົມທະຫານຊາຍແດນລາວ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາສອງປະເທດ ແຫ່ງສັນຕິພາບ ແລະພັດທະນາວັດທະນາຖາວອນ.

ໂດຍ: ໄຊຊະນະ