leftcenterrightdel
ເຂດວາງສະແດງຊຸດສະສົມກາໝາຍສະມາຊິກສະພາແຫ່ງຊາດ. ພາບ: qdnd.vn

ຊຸດສະສົມກາໝາຍສະມາຊິກສະພາແຫ່ງຊາດ ແມ່ນຈຸດພົ້ນເດັ່ນໃນວັດຖຸພັນຈໍານວນ 250 ຢ່າງ ແລະຮູບພາບ, ເອກະສານເກືອບ 1.000 ແຜ່ນ ໃນເນື້ອທີ່ກວ່າ 800m2 ຂອງຫໍພິພິທະພັນສະພາແຫ່ງຊາດຫວຽດນາມ. ແຫ່ງນີ້ພວມຮັກສາໄວ້ວັດຖຸພັນພິເສດ, ຄື: ຊຸດສະສົມລັດຖະທຳມະນູນ, ຊຸດສະສົມກາຈໍ້າຂອງຄະນະປະຈຳສະພາແຫ່ງຊາດ, ທຸງຊາດຕິດພັນກັບເຫດການສຳຄັນຍິ່ງຂອງສະພາແຫ່ງຊາດ… ວັດຖຸພັນແຕ່ລະອັນ ລ້ວນແຕ່ມີເລື່ອງເລົ່າກ່ຽວກັບການເດີນທາງຜ່ານຜ່າຄວາມລຳບາກກາກກຳ ແລະປ່ຽນແປງໃໝ່ຂອງສະພາແຫ່ງຊາດຢ່າງບໍ່ຢຸດຢັ້ງ.

ເພື່ອໃຫ້ຫໍພິພິທະພັນສະພາແຫ່ງຊາດຫວຽດນາມ ເສີມຂະຫຍາຍບົດບາດ ແລະປະສິດທິຜົນໃນຊີວິດປະຈຳວັນເປັນຢ່າງດີ, ທ່ານ ເລກວາງແມ້ງ ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຢືນຢັນວ່າ: “ຫ້ອງວ່າການສະພາແຫ່ງຊາດ ຈະສືບຕໍ່ປັບປຸງການເຄື່ອນໄຫວວາງສະແດງ ແລະບໍລິຫານຫໍພິພິທະພັນ. ຜ່ານນັ້ນ, ຫໍພິພິທະພັນ ຈະປະກອບສ່ວນແຜ່ຂະຫຍາຍຄຸນຄ່າຕັ້ງໜ້າກ່ຽວກັບປະຫວັດສາດສະພາແຫ່ງຊາດ; ສະແດງໃຫ້ເຫັນຄວາມຕັດສິນໃຈກໍ່ສ້າງສະພາແຫ່ງຊາດຫວຽດນາມເຄື່ອນໄຫວນັບມື້ນັບມີປະສິດທິພາບ, ປະສິດທິຜົນ, ສົມກັບການພັດທະນາຂອງປະເທດຊາດໃນສັງກາດໃໝ່ຂອງຊົນຊາດ”.

ໂດຍ: ເຈິ່ນຮວ່ຽນ