ເນື່ອງໃນໂອກາດສະເຫຼີມສະຫຼອງ 105 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13-12-1920 / 13-12-2025), ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ແບ່ງປັນກັບສື່ມວນຊົນຫວຽດນາມ ປະຈໍາ ລາວ ກ່ຽວກັບຊີວິດ ແລະພາລະກິດຂອງປະທານ ໄກສອນ ພົມວິຫານ.

ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ຊີວິດ ແລະພາລະກິດຂອງປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ຜູກພັນກັບການຕໍ່ສູ້ ເພື່ອປົດປ່ອຍຊາດ ກໍ່ຄືການສ້າງຕັ້ງພັກປະຊາຊົນປະຕິວັດລາວເທົ່ານັ້ນ ຫາກຍັງຜູກພັນກັບການສ້າງແນວທາງຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດໂດຍສະເພາະຢ່າງຍິ່ງແມ່ນການວາງຮາກຖານ ແລະພັດທະນາສາຍພົວພັນພິເສດລະຫວ່າງ ຫວຽດນາມ-ລາວ.

ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນປີ 1935, ປະທານ ໄກສອນ ພົມວິຫານ ເດີນທາງໄປສຶກສາທີ່ໂຮງຮຽນເບືອຍຢູ່ຮ່າໂນ້ຍ (ປະຈຸບັນແມ່ນ ໂຮງຮຽນມັດທະຍົມຕອນປາຍ ຈູວັນອານ, ທ່ານປະທານ ໄກສອນ ພົມວິຫານ ໄດ້ມີໂອກາດສຶກສາແນວຄິດມາກ-ເລນິນ ລວມທັງຮັບຮູ້ເຖິງຂະບວນການຕໍ່ສູ້ ເພື່ອປົດປ່ອຍຊາດທີ່ກຳລັງຂະຫຍາຍຕົວໃນອິນດູຈີນ. ນັບແຕ່ນັ້ນ, ທ່ານໄດ້ຕິດແໜ້ນກັບສາຍພົວພັນພິເສດລະຫວ່າງ ຫວຽດນາມ-ລາວ, ເຊິ່ງຕໍ່ມາທ່ານໄດ້ຢໍ້າວ່າເປັນ “ອາວຸດທາງການເມືອງ ແລະມະນຸດສະທໍາ” ທີ່ນໍາພາການປະຕິວັດລາວ ໄປສູ່ຄວາມສຳເລັດ.

ໄລຍະປີ 1940-1945, ພາຍໃຕ້ອິດທິພົນຂອງການປະຕິວັດເດືອນສິງຫາຢູ່ຫວຽດນາມ ແລະຂະບວນການປົດປ່ອຍຊາດໃນພາກພື້ນທີ່ກຳລັງເຕີບໃຫຍ່, ປະທານ ໄກສອນ ພົມວິຫານ ໄດ້ເລີ່ມເຄື່ອນໄຫວລັບ ແລະຈັດຕັ້ງກອງກຳລັງປະກອບອາວຸດຢູ່ລາວ. ດ້ວຍວິໄສທັດຍຸດທະສາດ, ທ່ານໄດ້ເຫັນວ່າການປະຕິວັດລາວຕ້ອງກ້າວໄປຄຽງຄູ່ກັບການປະຕິວັດຂອງຫວຽດນາມ ແລະຂະບວນການປະຕິວັດອິນດູຈີນ ລວມທັງຕ້ອງອາໄສພະລັງຄວາມສາມັກຄີເປັນເອກະພາບພາຍໃນຊາດ ແລະພະລັງສາກົນຂອງຊົນຊັ້ນກຳມະກອນ.

leftcenterrightdel
ປະທານໂຮ່ຈີມິນ ກັບປະທານ ໄກສອນ ພົມວິຫານ. ພາບ: ເອກະສານ

ຕະຫຼອດເສັ້ນທາງການປະຕິວັດຂອງທ່ານ, ພິເສດແມ່ນໃນໄລຍະປີເດືອນແຫ່ງການຕໍ່ສູ້ຮ່ວມກັບຫວຽດນາມ ເພື່ອຂັບໄລ່ສັດຕູຮ່ວມ ແລະປົດປ່ອຍຊາດ, ປະທານ ໄກສອນ ພົມວິຫານ ໄດ້ມີຄວາມເຄົາລົບຮັກເປັນພິເສດ, ຄວາມເຄົາລົບ ແລະຄວາມເຊື່ອໝັ້ນຢ່າງຍິ່ງຕໍ່ປະທານໂຮ່ຈີມິນ ແລະສະຫາຍຫວຽດນາມ. ຄວາມຜູກພັນທີ່ແໜ້ນແຟ້ນນີ້ໄດ້ກາຍເປັນໜຶ່ງໃນຮາກຖານທີ່ແຂງແກ່ນໃຫ້ສອງພັກ ແລະປະຊາຊົນທັງສອງປະເທດ ຫວຽດນາມ-ລາວ ຍາມໃດກໍ່ຄຽງບ່າຄຽງໄຫຼ່ໜູນຊ່ວຍເຊິ່ງກັນ ແລະກັນໃນຕະຫຼອດໄລຍະປະຫວັດສາດ.

ເນັ້ນໜັກວ່າໃນຕະຫຼອດໄລຍະການນຳພາການປະຕິວັດລາວ, ປະທານ ໄກສອນ ພົມວິຫານ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ຄວາມຜູກພັນລະຫວ່າງການປະຕິວັດລາວ ແລະຫວຽດນາມ. ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໃຫ້ຮູ້ວ່າ ໃນບັນດາປຶ້ມ ແລະສູນທອນພົດຂອງປະທານ ໄກສອນ ພົມວິຫານ ໄດ້ຢືນຢັນຢ່າງໜັກແໜ້ນເຖິງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະປະຊາຊົນລາວ ທີ່ມີຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ວ່າ: “ບໍ່ວ່າໃນສະຖານະການໃດ ຫຼື ບ່ອນໃດ, ສອງຊາດອ້າຍນ້ອງ ລາວ-ຫວຽດນາມ ຂອງພວກເຮົາຈະຢູ່ຄຽງບ່າຄຽງໄຫຼ່, ດຳເນີນການປະຕິວັດຮ່ວມກັນ. ຄວາມສຳເລັດຂອງການປະຕິວັດຫວຽດນາມ ຄືໄຊຊະນະຮ່ວມຂອງພວກເຮົາ” ແລະ “ມິດຕະພາບ ແລະຄວາມເປັນນໍ້າໜຶ່ງໃຈດຽວກັນລະຫວ່າງ ລາວ-ຫວຽດນາມ ເປັນເໝືອນອັນຍະມະນີອັນລໍ້າຄ່າ, ເປັນມູນມໍລະດົກທີ່ລໍ້າຄ່າ”. ເປັນສາຍພົວພັນທີ່ຫຼໍ່ຫຼອມດ້ວຍນໍ້າໃຈຂອງການແບ່ງປັນ, ເຖິງແມ່ນພຽງເມັດເຂົ້າ ຫຼືຜັກໃບດຽວ, ການຮ່ວມທຸກ ແລະຮ່ວມກັນຕໍ່ສູ້ຈົນໄດ້ຮັບໄຊຊະນະ”; “ໃນປະຫວັດສາດປະຕິວັດຂອງໂລກ, ມີຕົວຢ່າງຫຼາຍຢ່າງກ່ຽວກັບຄວາມເປັນສາກົນຂອງຊົນຊັ້ນກຳມະກອນ, ແຕ່ຍັງບໍ່ເຄີຍມີສາຍພົວພັນໃດທີ່ຍືນຍາວ  ແລະແໜ້ນແຟ້ນຄືສາຍພົວພັນ ລາວ-ຫວຽດນາມ.

ສາຍພົວພັນນີ້ໄດ້ກາຍເປັນແບບຢ່າງທີ່ພິເສດ, ຊື່ສັດ, ບໍລິສຸດ ແລະໝັ້ນຄົງຍິ່ງຂຶ້ນເລື້ອຍໆ. ພວກຂ້າພະເຈົ້າຂໍໃຫ້ຄຳໝັ້ນສັນຍາທີ່ຈະທະນຸບຳລຸງມິດຕະພາບ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ ແລະຍືນຍົງຕະຫລອດໄປ”.

leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ. ພາບ: nhandan.vn

ພາຍຫຼັງການປະຕິວັດໄດ້ໄຊຊະນະຢ່າງສົມບູນຫວຽດນາມ ແລະລາວ ໃນປີ 1975, ທັງສອງປະເທດໄດ້ກ້າວເຂົ້າສູ່ໄລຍະສ້າງສາປະເທດ, ປົກປ້ອງປະເທດຊາດ, ປະຕິຮູບ ແລະເຊື່ອມໂຍງເຂົ້າກັບສາກົນ. ສາຍພົວພັນ ຫວຽດນາມ-ລາວ ຈຶ່ງກ້າວສູ່ຂັ້ນຕອນໃໝ່ທີ່ມີຄວາມກ້າວໜ້າຢ່າງແທ້ຈິງ ແລະຮອບດ້ານຫຼາຍຍິ່ງຂຶ້ນ. ທັງສອງປະເທດໄດ້ລົງນາມ ແລະຈັດຕັ້ງປະຕິບັດ “ສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ” (18 ກໍລະກົດ 1977), ຕະຫຼອດເຖິງຂໍ້ຕົກລົງສຳຄັນອີກຫຼາຍສະບັບໃນດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ ແລະເຕັກນິກ. ຕະຫຼອດເຄິ່ງສັດຕະວັດທີ່ຜ່ານມາ, ສາຍພົວພັນ ຫວຽດນາມ-ລາວ ໄດ້ພັດທະນາຢ່າງຮອບດ້ານ ແລະກາຍເປັນຕົ້ນແບບຂອງຄວາມສາມັກຄີພິເສດລະຫວ່າງສອງຊາດ.

ໃນໄລຍະໃໝ່, ຜູ້ນຳຮຸ່ນຕໍ່ມາຂອງທັງສອງປະເທດໄດ້ສືບທອດພາລະກິດຂອງປະທານ ໄກສອນ ພົມວິຫານ ແລະຜູ້ນຳຮຸ່ນກ່ອນ, ເພີ່ມພູມຄູນສ້າງສາຍພົວພັນພິເສດ ຫວຽດນາມ-ລາວ ໃຫ້ພັດທະນາຍິ່ງຂຶ້ນ. ຈາກກອບ “ມິດຕະພາບດັ້ງເດີມ, ຄວາມເປັນນໍ້າໜຶ່ງໃຈດຽວກັນພິເສດ ແລະການຮ່ວມມືຮອບດ້ານ” ໄດ້ຍົກລະດັບສູ່ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຄວາມຜູກພັນເປັນຍຸດທະສາດ”. ທັງສອງປະເທດຍັງຄົງຍຶດໝັ້ນມູນເຊື້ອຄວາມສາມັກຄີໃນພາລະກິດການຕໍ່ສູ້ປົດປ່ອຍຊາດໃນອະດີດ ແລະຮ່ວມມືສະໜັບສະໜູນກັນ ແລະກັນໃນການປ່ຽນແປງໃໝ່, ຊ່ວຍກັນສ້າງສາ, ປົກປ້ອງ ແລະພັດທະນາປະເທດ.

ທ່າມກາງບັນຍາກາດທີ່ປະຊາຊົນລາວບັນດາເຜົ່າສະເຫຼີມສະຫຼອງ 105 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ, ທີ່ຜູກພັນຍຸດທະສາດລະຫວ່າງ ຫວຽດນາມ-ລາວ ຈະໄດ້ຜູ້ນໍາ ແລະປະຊາຊົນສອງຊາດ ສືບຕໍ່ຮັກສາ ແລະເສີມຂະຫຍາຍໃຫ້ຍືນຍົງ ແລະພັດທະນາໃຫ້ສູ່ລວງເລິກ ແລະມີຄວາມໝາຍຍິ່ງຂຶ້ນສອດຄ່ອງກັບຍຸກສະໄໝໃໝ່.

ທັງສອງຝ່າຍຈະສືບຕໍ່ປະຕິບັດຕາມສັນຍາ, ຂໍ້ຕົກລົງ ແລະການຮ່ວມມືທີ່ຜູ້ນຳລະດັບສູງຂອງທັງສອງພັກ ແລະສອງລັດໄດ້ຕົກລົງໄວ້ເພື່ອຊຸກຍູ້ສາຍພົວພັນ ຫວຽດນາມ-ລາວ ໃຫ້ກ້າວສູ່ລະດັບໃໝ່ທີ່ສູງຂຶ້ນ, ນຳຜົນປະໂຫຍດທີ່ເປັນຮູບປະທຳມາສູ່ປະຊາຊົນທັງສອງປະເທດ ແລະມີສ່ວນຮ່ວມຕໍ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນທົ່ວໂລກ.

ໂດຍ: ເຈິ່ນຮວ່ຽນ