ບັນດາກົນໄກສົມທົບກັນໄດ້ຮັບການຮັກສາເປັນລະບຽບແບບແຜນ, ນັບແຕ່ການລາດຕະເວນ, ການຄວບຄຸມ, ການຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳ ຈົນເຖິງການພົບປະແລກປ່ຽນມິດຕະພາບ, ການແຮກສ່ຽວກຸ່ມຊຸມຊົນທີ່ອາໄສຢູ່ທັງສອງຟາກຊາຍແດນ, ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ປັບປຸງລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດລະຫວ່າງສອງປະເທດ. ໝາກຜົນດັ່ງກ່າວນັ້ນສືບຕໍ່ຢືນຢັນຄວາມຕັດສິນໃຈຂອງທັງສອງຝ່າຍໃນການສ້າງເສັ້ນຊາຍແດນຫວຽດນາມ-ລາວ ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ.
    |
 |
|
ພະນັກງານທະຫານຊາຍແດນແຂວງເງະອານ (ຫວຽດນາມ) ແລະພະນັກງານກອງບັນຊາການທະຫານແຂວງຫົວພັນ (ລາວ) ປະຕິບັດພິທີເຄົາລົບຫຼັກໝາຍຊາຍແດນທີ 364 ໃນຂອບເຂດການລາດຕະເວນສອງຝ່າຍຂັ້ນແຂວງໂດຍສອງກົມກອງຈັດຕັ້ງ. ພາບ: ຫາຍເຖືອງ |
ເພື່ອແນໃສ່ຫັນແຜນນະໂຍບາຍເພີ່ມທະວີການສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນລະຫວ່າງສອງປະເທດເປັນລະອຽດ, ທະຫານຊາຍແດນຫວຽດນາມ ແລະກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນລາວ ໄດ້ຜັນຂະຫຍາຍກົນໄກການຮ່ວມມືຢ່າງເຂັ້ມງວດ, ໂດຍສຸມໃສ່ການຮັກສາ ແລະປະຕິບັດອະນຸສັນຍາວ່າດ້ວຍເສັ້ນຊາຍແດນ, ຫຼັກໝາຍຊາຍແດນລະຫວ່າງ ສສ ຫວຽດນາມ ແລະສປປ ລາວ ຢ່າງມີປະສິດທິຜົນ; ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງລັດຖະບານສອງປະເທດ. ບົນພື້ນຖານດັ່ງກ່າວ, ສອງຝ່າຍໄດ້ຄຸ້ມຄອງ, ປົກປັກຮັກສາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນຢ່າງໜັກແໜ້ນ ແລະໄດ້ຄົ້ນພົບ, ແກ້ໄຂການລະເມີດລະບຽບການຄຸ້ມຄອງຊາຍແດນຕາມສັນຍາທີ່ໄດ້ລົງນາມຢ່າງທັນການ, ປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນເຂດຊາຍແດນ.
ພ້ອມກັນນັ້ນ, ໃນວຽກງານສົມທົບກັນຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ ແລະການເຂົ້າ-ອອກເມືອງຜິດກົດໝາຍ, ການປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ກັບກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງປະເທດລາວ, ສອງຝ່າຍໄດ້ຈັດຕັ້ງກອງປະຊຸມປະຈຳໄລຍະຢ່າງເປັນປົກກະຕິ, ຈັດຕັ້ງການພົບປະໃນທຸກລະດັບ, ພິເສດແມ່ນຢູ່ຂັ້ນຮາກຖານ; ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວສານໃນການສົມທົບກັນຕໍ່ສູ້ຕ້ານອາດຊະຍາກຳທຸກປະເພດຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນອາດຊະຍາກຳຢາເສບຕິດ, ການເຂົ້າ-ອອກເມືອງຜິດກົດໝາຍ, ການຍ້າຍຖິ່ນຖານຜິດກົດໝາຍ. ດັ່ງນັ້ນ, ນັບແຕ່ຕົ້ນປີ 2025 ມາຮອດປະຈຸບັນ, ບັນດາກົມກອງທະຫານຊາຍແດນທີ່ຢູ່ລຽບຕາມເສັ້ນຊາຍແດນຫວຽດນາມ-ລາວ ໄດ້ເປັນປະທານ, ສົມທົບກັບກຳລັງທີ່ກ່ຽວຂ້ອງເພື່ອຈັບກຸ່ມ 295 ຄະດີ ມີເປົ້າໝາຍ 336 ຄົນ (ເພີ່ມຂຶ້ນ 72 ຄະດີ, 70 ເປົ້າໝາຍເມື່ອທຽບໃສ່ໄລຍະດຽວກັນໃນປີ 2024); ໃນນັ້ນ, ອາດຊະຍາກຳຢາເສບຕິດ 106 ຄະດີ, ມີ 126 ເປົ້າໝາຍ; ຈັບກຸ່ມ ແລະແກ້ໄຂ 41 ຄະດີ, 86 ເປົ້າໝາຍທີ່ເຂົ້າ-ອອກເມືອງຜິດກົດໝາຍ.
ກໍາລັງປົກປັກຮັກສາຊາຍແດນຂອງທັງສອງຝ່າຍໄດ້ໂຄສະນາ, ຂົນຂວາຍປະຊາຊົນຢູ່ເຂດຊາຍແດນປະຕິບັດຂໍ້ກຳນົດກ່ຽວກັບອະທິປະໄຕຜືນແຜ່ນດິນຢ່າງເຂັ້ມງວດ; ສະກັດກັ້ນການເຄື່ອນໄຫວເຂົ້າ-ອອກເມືອງຜິດກົດໝາຍຢ່າງມີປະສິດທິຜົນ, ຮັບ ແລະສົ່ງຄືນພົນລະເມືອງທີ່ລະເມີດກົດໝາຍຢູ່ດ່ານຊາຍແດນ ແລະເຂດຊາຍແດນ. ຄຽງຂ້າງນັ້ນ, ກໍາລັງປົກປັກຮັກສາຊາຍແດນຂອງສອງປະເທດຍັງໄດ້ຕັ້ງໜ້າຈັດຕັ້ງລາຍການພົບປະແລກປ່ຽນ, ໂອ້ລົມສົນທະນາຢ່າງເປັນປົກກະຕິ; ສົມທົບກັນແລກປ່ຽນຂໍ້ມູນກ່ຽວກັບສະພາບການລາດຕະເວນສອງຝ່າຍ, ເຫັນດີເປັນເອກະພາບຕໍ່ມາດຕະການຄຸ້ມຄອງການເຄື່ອນໄຫວຢູ່ໃກ້ເຂດຊາຍແດນເພື່ອຮັບປະກັນການປະຕິບັດກົດໝາຍ ແລະແກ້ໄຂບັນຫາທີ່ເກີດຂຶ້ນໃຫ້ຖືກຕາມສັນຍາທີ່ໄດ້ລົງນາມ. ໃນໄລຍະປີ 2020-2025, ສອງຝ່າຍໄດ້ດຳເນີນການລາດຕະເວນສອງຝ່າຍ 655 ຄັ້ງ ໂດຍມີພະນັກງານ, ນັກຮົບ 13.292 ເທື່ອຄົນ; ຄົ້ນພົບ 8 ກໍລະນີລະເມີດສັນຍາ ແລະຂໍ້ຕົກລົງທີ່ກ່ຽວຂ້ອງ.
ໃນປີ 2025, ກອງບັນຊາການທະຫານຊາຍແດນ ໄດ້ເປັນປະທານໃນການເປັນເສນາທິການໃຫ້ແກ່ກະຊວງປ້ອງກັນປະເທດ ລົງນາມ "ໜັງສືເຈດຈໍານົງລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ ກ່ຽວກັບເລື່ອງກະຊວງປ້ອງກັນປະເທດຫວຽດນາມ ໜູນຊ່ວຍການກໍ່ສ້າງສໍານັກງານຂອງກອງບັນຊາການທະຫານຊາຍແດນ, ກອງທັບປະຊາຊົນລາວ" (ວັນທີ 24 ເມສາ 2025) ແລະເອກະສານອື່ນໆອີກຈໍານວນໜຶ່ງຂັ້ນກະຊວງປ້ອງກັນປະເທດ ແລະກອງບັນຊາການທະຫານຊາຍແດນ; ເປັນເສນາທິການ, ກະກຽມເນື້ອໃນ ແລະສົ່ງຜູ້ແທນເຂົ້າຮ່ວມການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ລາວ ຄັ້ງທີ 5. ສອງຝ່າຍຈະສົມທົບກັນຈັດຕັ້ງການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ຄັ້ງທີ 4 ປີ 2025... ຈັດຕັ້ງການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ກັບ 364 ຄະນະ/ພະນັກງານ 1.898 ເທື່ອຄົນ. ຮັກສາ ແລະເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, "ແຮກສ່ຽວຄ້າຍ-ປ້ອມທະຫານຊາຍແດນ" ແລະຕັ້ງໜ້າເປັນເສນາທິການໃຫ້ແກ່ທ້ອງຖິ່ນຕ່າງໆໃນການຈັດຕັ້ງຮູບແບບ “ແຮກສ່ຽວກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ”. ມາຮອດປະຈຸບັນ, ຊາຍແດນຫວຽດນາມ-ລາວ ມີການແຮກສ່ຽວກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ 107 ຄູ່ ແລະ 80 ແຮກສ່ຽວຄ້າຍ-ປ້ອມທະຫານຊາຍແດນ ຂຶ້ນກັບ 95 ຄ້າຍທະຫານຊາຍແດນຂອງຫວຽດນາມ ທີ່ແຮກສ່ຽວກັບກຳລັງຄຸ້ມຄອງ ແລະປ້ອງກັນຊາຍແດນຂອງລາວ.
    |
 |
|
ຜູ້ຕາງໜ້າຄ້າຍທະຫານຊາຍແດນຈຸງລີ, ກອງບັນຊາການທະຫານຊາຍແດນແຂວງແທງຮວາ (ຫວຽດນາມ) ຢ້ຽມຢາມ, ມອບຂອງຂວັນອວຍພອນກຳລັງປ້ອງກັນຊາຍແດນລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 50 ປີ. ພາບ: baobienphong.com.vn |
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການບຳລຸງສ້າງພະນັກງານການທະຫານຂອງລາວ, ວິທະຍາຄານ, ໂຮງຮຽນຂອງທະຫານຊາຍແດນຫວຽດນາມ ສືບຕໍ່ຮັກສາ ແລະປະຕິບັດວຽກງານຈັດຕັ້ງການຕ້ອນຮັບ ແລະບຳລຸງສ້າງ, ຝຶກອົບຮົມໃຫ້ພະນັກງານກອງທັບປະຊາຊົນລາວ ເປັນຢ່າງດີ; ຄັດເລືອກ ແລະແຕ່ງຕັ້ງອາຄານທີ່ມີປະສົບການເພື່ອກະກຽມບົດສອນ, ບົດບັນຍາຍ, ເຂົ້າຮ່ວມການສິດສອນໂດຍກົງ; ພ້ອມທັງຮັບປະກັນເງື່ອນໄຂດ້ານວັດຖຸເພື່ອຮັບໃຊ້ໃຫ້ແກ່ການຮຽນ ແລະການດຳເນີນຊີວິດໃຫ້ແກ່ນັກຮຽນ. ປະຈຸບັນ, ວິທະຍາຄານ ແລະໂຮງຮຽນຂອງທະຫານຊາຍແດນ ພວມຝຶກອົບຮົມ, ບຳລຸງສ້າງນັກສໍາມະນາກອນລາວ 32 ຄົນ; ຈັດພິທີມອບໃບປະກາສະນີຍະບັດ; ສົ່ງນາຍສິບ ແລະນັກຮົບໄປຮຽນພາສາຢູ່ລາວ, ປະກອບສ່ວນຍົກສູງຄຸນນະພາບວຽກງານການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ປະຕິບັດໜ້າທີ່ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ; ຍົກສູງຄຸນນະພາບ, ປະສິດທິຜົນຂອງການສົມທົບກັນລະຫວ່າງໜ່ວຍງານຕ່າງໆ.
ດ້ວຍທິດນຳທີ່ວ່າ "ຊ່ວຍເພື່ອນແມ່ນຊ່ວຍຕົນເອງ", ປະກອບສ່ວນປັບປຸງ ແລະແຜ່ຂະຫຍາຍມູນເຊື້ອສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ, ໃນໄລຍະຜ່ານມາ, ກອງບັນຊາການທະຫານຊາຍແດນຫວຽດນາມ ພ້ອມກັບກຳລັງຄຸ້ມຄອງ ແລະປ້ອງກັນຊາຍແດນຂອງລາວ ສືບຕໍ່ຈັດຕັ້ງປະຕິບັດໂຄງການ "ຊ່ວຍນ້ອງໄປໂຮງຮຽນ - ລູກຮັກຂອງຄ້າຍທະຫານຊາຍແດນ” ຢ່າງມີປະສິດທິຜົນ. ປະຈຸບັນ, ທະຫານຊາຍແດນຫວຽດນາມ ພວມໜູນຊ່ວຍ, ຊ່ວຍເຫຼືອນັກຮຽນ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນຂອງລາວ 77 ຄົນ (500.000 ດົ່ງ/ເດືອນ/ຄົນ). ນອກຈາກນັ້ນ, ການເຄື່ອນໄຫວຢ້ຽມຢາມ, ກວດ ແລະປິ່ນປົວພະຍາດໃຫ້ປະຊາຊົນລາວ ຍັງໄດ້ຮັບການຮັກສາ ແລະຊຸກຍູ້ປະຕິບັດຢ່າງຕໍ່ເນື່ອງ. ນັບຕັ້ງແຕ່ຕົ້ນປີ 2025 ມາຮອດປະຈຸບັນ, ທະຫານຊາຍແດນຫວຽດນາມ ໄດ້ຈັດການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ, ໃຫ້ຄຳປຶກສາດ້ານສຸຂະພາບ ສົມທົບກັບການຂົນຂວາຍປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ປະຊາຊົນລາວ ໄດ້ 3.549 ເທື່ອຄົນ ດ້ວຍຄ່າໃຊ້ຈ່າຍທັງໝົດຫຼາຍກວ່າ 113 ລ້ານດົ່ງ.
ໂດຍຮັບຮູ້ຢ່າງຈະແຈ້ງຄວາມໝາຍຂອງວຽກງານສົມທົບກັນ, ໃນໄລຍະຕໍ່ໜ້າ, ກຳລັງປ້ອງກັນຊາຍແດນຂອງສອງປະເທດ ຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຍູ້ແຮງລາຍການພົບປະແລກປ່ຽນ, ການແຮກສ່ຽວ, ປະກອບສ່ວນປັບປຸງຄວາມສາມັກຄີຂອງປະຊາຊົນ, ພັດທະນາເຂດຊາຍແດນ. ໝາກຜົນທີ່ບັນລຸໄດ້ໃນທຸກດ້ານຂອງວຽກງານສືບຕໍ່ຢືນຢັນຄວາມຕັດສິນໃຈ, ຄວາມຮັບຜິດຊອບ ແລະຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະລາວ, ສ້າງກຳລັງໜູນໃນການສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ.
ໂດຍ: ຈາງຫງວຽນ