ນີ້ແມ່ນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ເຂັ້ມແຂງຂອງພັກປະຊາຊົນປະຕິວັດລາວ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ. ເຫດການອັນສໍາຄັນຍິ່ງນີ້, ຍັງເປັນການເປີດໄລຍະພັດທະນາໃໝ່ຂອງການປະຕິວັດລາວ, ດ້ວຍການກໍານົດທິດຍຸດທະສາດສຳຄັນ; ຢືນຢັນພາລະກຳອັນສູງສົ່ງຂອງພັກປະຊາຊົນ ປະຕິວັດລາວ ນຳພາປະເທດພັດທະນາໃຫ້ຈະເລີນຮຸ່ງເຮືອງສີວິໄລ, ວັດທະນາຖາວອນ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນໄປໃນທ່າມກາງບັນຍາກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2-12-1975 / 2-12-2025) ແລະວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13-12-1920 / 13-12-2025) ຢ່າງເປັນຂະບວນຟົດຟື້ນ.
    |
 |
|
ບັນຍາກາດທີ່ພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ພາບ: nhandan.vn |
ໃນໄລຍະເຄິ່ງສະຕະວັດແມ່ນໄລຍະເວລາທີ່ຍາວນານພໍສົມຄວນເພື່ອພິສູດໃຫ້ເຫັນຄຸນທາດ, ສະຕິປັນຍາ, ຂະໜາດ ແລະການນຳພາອັນຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ, ນຳພາການປະຕິວັດເພື່ອພາປະເທດລາວ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ.
ກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວໃນແຕ່ລະຄັ້ງ ລ້ວນແຕ່ເປັນຂີດໝາຍປະຫວັດສາດອັນສຳຄັນຍິ່ງ, ເປັນຂີດໝາຍແຫ່ງໄຊຊະນະອັນສະຫງ່າລາສີ ແລະບົດຮຽນອັນລໍ້າຄ່າຂອງການປະຕິວັດລາວ.
ໃນໄລຍະຜ່ານມາ, ສະພາບການທາງດ້ານການເມືອງຢູ່ລາວ ມີສະຖຽນລະພາບໂດຍພື້ນຖານ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໄດ້ຮັບປະກັນ. ເສດຖະກິດຂອງລາວ ຮັກສາອັດຕາການເຕີບໂຕຂ້ອນຂ້າງສູງຍ້ອນການຟື້ນຟູຢ່າງແຂງແຮງຂອງການລົງທຶນຈາກຕ່າງປະເທດ ແລະການທ່ອງທ່ຽວ. ອິດທິພົນຊື່ສຽງ ແລະຖານະບົດບາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນເວທີສາກົນ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ລາວ ມີການພົວພັນທາງການທູດກັບປະມານ 150 ປະເທດ, ສືບຕໍ່ຍຶດໝັ້ນແນວທາງສັນຕິພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມື; ຜັນຂະຫຍາຍການພົວພັນຮ່ວມມືທີ່ຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ຫຼາຍລະດັບ. ລາວ ໄດ້ປະຕິບັດການເຄື່ອນໄຫວພົວພັນຕ່າງປະເທດ, ການທູດສໍາຄັນຫຼາຍເຫດການ ແນໃສ່ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດ ແລະອົງການຈັດຕັ້ງສາກົນ, ພ້ອມທັງສຸມໃສ່ປັບປຸງ ແລະເພີ່ມທະວີການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີເສັ້ນຊາຍແດນຕິດຈອດກັນ ແລະບັນດາປະເທດອາຊຽນ.
ຜົນງານດັ່ງກ່າວເປັນການຢືນຢັນອັນໜັກແໜ້ນກ່ຽວກັບແນວທາງອັນຖືກຕ້ອງ, ມີຫົວຄິດປະດິດສ້າງຂອງພັກປະຊາຊົນປະຕິວັດລາວ, ເຊິ່ງແມ່ນພັກປະຕິວັດ ທີ່ຍາມໃດກໍ່ມີຄວາມອົງອາດກ້າແກ່ນ, ໝັ້ນຄົງຕໍ່ທຸກສິ່ງທ້າທາຍ ແລະໄດ້ປະກອບສ່ວນຢ່າງບໍ່ຢຸດຢັ້ງເຂົ້າໃນພາລະກິດແຫ່ງສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະຄວາມກ້າວໜ້າທາງສັງຄົມຢູ່ໃນໂລກ.
ບັນດາຜົນງານຂອງປະເທດລາວ ອ້າຍນ້ອງ ແມ່ນແຫຼ່ງລະດົມກຳລັງໃຈອັນລໍ້າຄ່າໃຫ້ແກ່ພັກ, ລັດ ແລະປະຊາຊົນຫວຽດນາມ ໃນກິດຈະການປ່ຽນແປງໃໝ່, ສ້າງສາພັດທະນາປະເທດຊາດ ແລະປົກປັກຮັກສາປະເທດຊາດ. ໃນຕະຫຼອດໄລຍະປະຫວັດສາດຂອງແຕ່ລະປະເທດ, ພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ສາມັກຄີກັນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ.
ໃນສະພາບການທີ່ພາກພື້ນ ແລະໂລກ ເຕັມໄປດ້ວຍການຜັນແປ ແລະສັບສົນໃນປະຈຸບັນ, ສາຍພົວພັນສາມັກຄີ, ສັດຊື່ບໍລິສຸດລະຫວ່າງຫວຽດນາມ ແລະລາວ ນັບມື້ນັບມີຄວາມສຳຄັນຍິ່ງກວ່າເວລາໃດໝົດສໍາລັບສອງປະເທດ. ສອງປະເທດໄດ້ເຫັນດີເປັນເອກະພາບເຮັດໃຫ້ເລິກເຊິ່ງກວ່າ, ນໍາການພົວພັນ ຫວຽດນາມ-ລາວ ຂຶ້ນສູ່ລະດັບສູງໃໝ່, ແມ່ນການພົວພັນ: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ”, ສະແດງໃຫ້ເຫັນວິໄສທັດຮ່ວມ, ຜົນປະໂຫຍດຍຸດທະສາດທີ່ສະຫຼັບກັນ ແລະການກໍານົດທິດຮ່ວມເດີນທາງອັນຍາວນານ ເພື່ອການພັດທະນາແບບຍືນຍົງຂອງສອງຊາດ. ດ້ວຍການຍົກລະດັບການພົວພັນ ຫວຽດນາມ-ລາວ, ສາຍພົວພັນນີ້ບໍ່ພຽງແຕ່ແມ່ນມໍລະດົກທາງປະຫວັດສາດເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກໍາລັງອັນລ້ຳຄ່າ ແລະພື້ນຖານອັນໜັກແໜ້ນເພື່ອໃຫ້ ຫວຽດນາມ-ລາວ ກ້າວໄປສູ່ໄລຍະພັດທະນາໃໝ່ ອີກດ້ວຍ.
ທັງສອງພັກ, ສອງລັດ ພວມຢືນຢູ່ຕໍ່ໜ້າຂອບປະຕູສັງກາດພັດທະນາໃໝ່, ດ້ວຍຫຼາຍເຫດການການເມືອງທີ່ສຳຄັນຄື: ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຕັ້ງຄວາມຫວັງໄວ້ວ່າຈະເປີດໄລຍະພັດທະນາໃໝ່ໃຫ້ແກ່ການປະຕິວັດລາວ, ດ້ວຍການກໍານົດທິດຍຸດທະສາດອັນສຳຄັນ, ຍູ້ແຮງກິດຈະການປ່ຽນແປງໃໝ່ຢ່າງຮອບດ້ານ, ນຳພາປະເທດລາວ ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ.
ບົນພື້ນຖານໄຊຊະນະອັນສະຫງ່າລາສີ ແລະບົດຮຽນອັນລ້ຳຄ່າທີ່ບັນລຸໄດ້ໃນກິດຈະການສ້າງສາພັດທະນາປະເທດຊາດ, ພວກເຮົາ ເຊື່ອໝັ້ນຢ່າງແນວແນ່ວ່າ ສອງພັກ, ສອງລັດ ຈະສືບຕໍ່ຄຽງບ່າຄຽງໄຫຼ່, ພ້ອມກັນເສີມຂະຫຍາຍຄຸນທາດ ແລະສະຕິປັນຍາ, ຈິດໃຈປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ, ເພື່ອໃຫ້ສອງປະເທດຫວຽດນາມ ແລະລາວ ຍາດໄດ້ຜົນງານພັດທະນາອັນສະຫງ່າງາມໃນສັງກາດໃໝ່.
ໂດຍ: ເຈິ່ນຮວ່ຽນ