ໃນແຕ່ລະປີ, ມະຫາວິທະຍາໄລ ຮົງດຶກ ໂດຍຄະນະກໍາມະການປະຊາຊົນແຂວງແທັງຮວ໊າ ໄດ້ມອບໝາຍໜ້າທີ່ບໍາລຸງສ້າງໃຫ້ນັກສຶກສາລາວ 25-30 ຄົນ ຕາມຂໍ້ຕົກລົງການຮ່ວມມື. ນັກສຶກສາລາວ ສ່ວນໃຫຍ່ ຮໍ່າຮຽນຢູ່ມະຫາວິທະຍາໄລຮົງດຶກ ທີ່ມາຈາກແຂວງຫົວພັນ ແລະແຂວງຕ່າງໆ ຄື: ບໍລິຄຳໄຊ, ຊຽງຂວາງ, ຫຼວງນ້ຳທາ, ຫຼວງພະບາງ. ໃນປີ 2025, ມະຫາວິທະຍາໄລຮົງດຶກ ໄດ້ຮັບນັກສຶກສາລາວ ເພີ່ມຂຶ້ນ 31 ຄົນ, ເຮັດໃຫ້ຈຳນວນນັກສຶກສາລາວ ທັງໝົດຢູ່ໂຮງຮຽນເພີ່ມຂຶ້ນເປັນ 105 ຄົນ.
    |
 |
|
ຕາງໜ້າການນຳມະຫາວິທະຍາໄລຮົງດຶກ ມອບຊໍ່ດອກໄມ້ ແລະຂອງຂວັນ ອວຍພອນນັກສຶກສາລາວ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງ ສປປ ລາວ ປີ 2025. ພາບ: ຝອງສັກ |
ຕາມທ່ານ ໂງຈີແທ່ງ ຮອງຜູ້ອໍານວຍການມະຫາວິທະຍາໄລຮົງດຶກ, ໃນວິວັດການບໍາລຸງສ້າງໃຫ້ນັກສຶກສາລາວ, ໂຮງຮຽນໄດ້ຍົກອອກມາດຕະການຢ່າງບໍ່ຢຸດຢັ້ງແນໃສ່ຍົກສູງຄຸນນະພາບການສຶກສາ, ຄືປ່ຽນແປງໃໝ່ວິທີການສິດສອນ, ເພີ່ມເຕີມບັນດາຫົວເລື່ອງສະເພາະບໍາລຸງສ້າງເພື່ອຍົກສູງລະດັບພາສາຫວຽດ ໃຫ້ນັກສຶກສາຕ່າງປະເທດ. ພວກນ້ອງ ລ້ວນແຕ່ໄດ້ເປັນເຈົ້າການຄັດເລືອກປ່ຽນວິຊາຮຽນຕາມຄວາມຫວັງຂອງບຸກຄົນ ແລະໄດ້ຮັບການຕົກລົງຈາກພະແນກສຶກສາທິການ ແລະກິລາລາວ ກໍ່ຄືຄະນະກໍາມະການປະຊາຊົນແຂວງແທັງຮວ໊າ ແນໃສ່ຮັບປະກັນພາຍຫຼັງພວກນ້ອງປະຕິບັດສໍາເລັດຫຼັກສູດການຮຽນຕອບສະໜອງໄດ້ຕາມຄວາມຮຽກຮ້ອງເຮັດວຽກຢູ່ອົງການ ແລະຄວາມຕ້ອງການຂອງຕະຫຼາດແຮງງານ. ພິເສດ, ໃນເວລາຮຽນຢູ່ໂຮງຮຽນ, ນັກສຶກສາລາວ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກການນໍາໂຮງຮຽນ, ບັນດາຫ້ອງການ, ຄະນະທັງໃນການຮໍ່າຮຽນ ແລະດໍາລົງຊີວິດແຕ່ລະມື້. ນັກສຶກສາລາວທັງໝົດໄດ້ໃຫ້ຢູ່ຫໍພັກນັກສຶກສາລາວ ໂດຍແຂວງຫົວພັນ ລົງທຶນກໍ່ສ້າງ; ໄດ້ກວດສຸຂະພາບເປັນປະຈໍາ ແລະໃຫ້ປະກັນໄພຢ່າງທັນການ. ພ້ອມກັນນັ້ນ, ໂຮງຮຽນປະຕິບັດບັນດາລະບອບຢ່າງຄົບຖ້ວນ, ນະໂຍບາຍຕາມຂໍ້ກໍານົດ; ສ້າງເງື່ອນໄຂສະດວກຫຼາຍຢ່າງເພື່ອໃຫ້ພວກນ້ອງເຂົ້າຮ່ວມການເຄື່ອນໄຫວວັດທະນະທໍາ-ສິລະປະ, ກິລາ-ກາຍະກໍາ ຍົກສູງຄວາມເຂົ້າໃຈກ່ຽວກັບປະເທດ, ຊາວ ແລະມູນເຊື້ອວັດທະນະທໍາ, ປະຫວັດສາດຂອງປະຊາຊົນສອງປະເທດ ຫວຽດນາມ-ລາວ. ໃນໂອກາດບັນບຸນ, ບຸນປີໃໝ່ຂອງສອງປະເທດ, ນອກຈາກການສ້າງເງື່ອນໄຂເພື່ອໃຫ້ພວກນ້ອງໄດ້ກັບບ້ານຢ້ຽມຢາມຄອບຄົວ, ທາງໂຮງຮຽນຍັງຈັດຕັ້ງການເຄື່ອນໄຫວໃຫ້ນັກສຶກສາຕ່າງປະເທດໄດ້ຕ້ອນຮັບປີໃໝ່ຂອງຊາດຢູ່ໂຮງຮຽນ.
ກໍ່ຕາມທ່ານ ໂງຈີແທ່ງ ແລ້ວ, ນັກສຶກສາລາວ ຮໍ່າຮຽນຢູ່ໂຮງຮຽນລ້ວນແຕ່ປະຕິບັດຫຼັກສູດການຮຽນທີ່ຖືກຕາມຄວາມຄືບໜ້າ, ນັກສຶກສາຫຼາຍຄົນບັນລຸຜົນງານສູງໃນການຮໍ່າຮຽນ, ການຄົ້ນຄວ້າວິທະຍາສາດ ແລະໃນບັນດາການເຄື່ອນໄຫວວັດທະນະທໍາ-ສິລະປະ, ກິລາ-ກາຍະກໍາ ໄດ້ອອກໃບຍ້ອງຍໍ. ບັນດານັກສຶກສາພາຍຫຼັງຮຽນຈົບກັບເມືອປະເທດໄດ້ເສີມຂະຫຍາຍກໍາລັງຄວາມສາມາດ, ພູມປັນຍາ, ຫຼາຍຄົນໄດ້ຮັບດໍາລົງຕໍາແໜ່ງທີ່ຕັ້ງສໍາຄັນຢູ່ອົງການ, ຫົວໜ່ວຍ, ປະກອບສ່ວນເຂົ້າໃນວິວັດການກໍ່ສ້າງ ແລະພັດທະນາປະເທດລາວ.
ພ້ອມກັບມະຫາວິທະຍາໄລຮົງດຶກ, ມະຫາວິທະຍາໄລວັດທະນະທຳ, ກິລາ ແລະທ່ອງທ່ຽວແທັງຮວ໊າ ຍັງໄດ້ປະກອບສ່ວນທີ່ສຳຄັນກັບນັກສຶກສາລາວ ຫຼາຍຮ້ອຍຄົນທີ່ໂຮງຮຽນໃນໄລຍະຜ່ານມາ ຂຶ້ນກັບຫຼາຍຂະແໜງການສະເພາະແຕກຕ່າງກັນຈາກວິທະຍາສາດທຳມະຊາດຈົນເຖິງວິທະຍາສາດສັງຄົມ, ແຕ່ບັນດາຂະແໜງເສດຖະກິດຈົນເຖິງສ້າງຄູ. ຕາມຜູ້ຕາງໜ້າການນຳຂອງມະຫາວິທະຍາໄລວັດທະນະທຳ, ກິລາ ແລະທ່ອງທ່ຽວແທັງຮວ໊າ, ໃນຊ່ວງເວລາທີ່ຮຽນຢູ່ໂຮງຮຽນ, ນັກສຶກສາລາວ ໄດ້ຮັບຄວາມເອົາໃຈທັງໃນການຮໍ່າຮຽນ ແລະດໍາລົງຊີວິດປະຈຳວັນ. ໂຮງຮຽນຍັງໄດ້ຈັດອາຈານທີ່ມີປະສົບການມາສອນໃຫ້ນັກສຶກສາລາວ, ພ້ອມທັງຈັດຕັ້ງການເຄື່ອນໄຫວສິລະປະ, ກິລາໃຫ້ນັກສຶກສາລາວ ເຂົ້າຮ່ວມເປັນປະຈຳ; ຈັດຕັ້ງການເຄື່ອນໄຫວນອກຫຼັກສູດໃຫ້ນັກສຶກສາລາວ ເຂົ້າໃຈເພີ່ມເຕີມກ່ຽວກັບປະຫວັດສາດ, ຊາວ ແລະວັດທະນະທຳຂອງຫວຽດນາມ...
ອີງຕາມສະຖິຕິຈາກຂະແໜງທີ່ກ່ຽວຂ້ອງ, ການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງແຂວງແທັງຮວ໊າ ແລະແຂວງຫົວພັນ, ສປປ ລາວ, ໃນໄລຍະປີ 2021-2025, ແຂວງແທັງຮວ໊າ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະໜູນຊ່ວຍທຶນການສຶກສາ, ບໍາລຸງສ້າງນັກສຶກສາລາວ 616 ຄົນ ແລະພະນັກງານແຂວງຫົວພັນ.
ໂດຍຮູ້ແລ້ວວ່າ, ໃນການຄຸ້ມຄອງ ແລະບໍາລຸງສ້າງນັກສຶກສາລາວ, ບັນດາໂຮງຮຽນໄດ້ປະຕິບັດລະບອບການ, ນະໂຍບາຍຢ່າງເຂັ້ມງວດຕາມຂໍ້ກໍານົດທີ່ສະຫງວນໃຫ້ນັກສຶກສາຕ່າງປະເທດຕາມເປົ້າໝາຍທຶນການສຶກຂອງສັນຍາ ແລະບັນດາຂໍ້ຕົກລົງຮ່ວມມືບໍາລຸງສ້າງ. ພິເສດ, ນັກສຶກສາລາວ ໄດ້ຮັບຄວາມເອົາໃຈໃສ່ຈາກຮາກຖານການສຶກສາ, ສ້າງທຸກເງື່ອນໄຂດີທີ່ສຸດດ້ານວັດຖຸ ແລະຈິດໃຈ ຮັບປະກັນຄວາມສະດວກກ່ຽວກັບບ່ອນກິນ, ບ່ອນຢູ່, ການຮໍ່າຮຽນ ແລະການດໍາລົງຊີວິດ, ຊ່ວຍໃຫ້ນັກສຶກສາຕ່າງປະເທດເຊື່ອມໂຍງຢ່າງວ່ອງໄວ. ການບໍາລຸງສ້າງຖັນແຖວພະນັກງານ, ປັນຍາຊົນ ຊ່ວຍ ລາວ ແມ່ນໜູນຊ່ວຍກ່ຽວກັບວິຊາການເທົ່ານັ້ນ ຫາກຍັງສວມບົດບາດເປັນຂົວຕໍ່ສໍາຄັນ, ເພື່ອໃຫ້ນັກສຶກສາຕ່າງປະເທດກາຍເປັນທູດ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ.
ໂດຍ: ໄຊນີດາ