ບ້ານລາວໂຄ 1 ເປັນບ້ານທຳອິດທີ່ຈັດຕັ້ງປະຕິບັດຮູບແບບແຮກສ່ຽວ "ບ້ານ-ບ້ານ" ລະຫວ່າງບ້ານຕ່າງໆໃນແຂວງເຊີນລາ ແລະລາວ ມາແຕ່ປີ 2013. ຄວາມຜູກພັນລະຫວ່າງປະຊາຊົນທີ່ຢູ່ສອງຟາກຊາຍແດນບໍ່ໄດ້ຈຳກັດຢູ່ໃນພິທີລົງນາມຢ່າງເປັນທາງການເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນຜ່ານການກະທຳທີ່ລະອຽດໃນຊີວິດປະຈຳວັນ, ເຊັ່ນ: ການແລກປ່ຽນປະສົບການໃນການປູກຝັງ, ລ້ຽງສັດ; ການສະໜັບສະໜູນເຊິ່ງກັນ ແລະກັນໃນຊ່ວງເກີດໄພພິບັດທາງທຳມະຊາດ ແລະໂລກລະບາດ; ການສົມທົບກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຮ່ວມກັນປົກປັກຮັກສາຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດ.

leftcenterrightdel
ບ້ານລາວໂຄ 1, ຕາແສງພຽງຄວາຍ. ພາບ: baosonla.vn

ໃນການເດີນທາງໄປບ້ານລາວໂຄ ຄັ້ງນີ້, ພວກເຮົາໄດ້ເຫັນ "ໝາກໄມ້ຫວານ" ຂອງເລື່ອງຄວາມຮັກ “ຂ້າມຊາຍແດນ” ລະຫວ່າງປະຊາຊົນຂອງສອງບ້ານ. ນີ້ແມ່ນເລື່ອງລາວ ຂອງທ້າວ ຈາງ ລາວຈາ ແລະເມຍຂອງລາວແມ່ນ ຈາງ ທິຢົວ ຢູ່ບ້ານລາວໂຄ 1. ເອື້ອຍ ຢົວ ເປັນຄົນລາວ; ໃນປີ 2019, ເອື້ອຍໄດ້ຮັກກັບອ້າຍ ຈາ ແລະໄດ້ຍື່ນຂໍສັນຊາດຫວຽດນາມ, ແຕ່ງງານກັບອ້າຍ ຈາ ແລະໄດ້ປ່ຽນນາມສະກຸນເປັນນາມສະກຸນຂອງຜົວ. ເຮືອນໄມ້ທີ່ລຽບງ່າຍຕັ້ງຢູ່ເທິງເນີນພູແມ່ນເຮືອນຂອງຄູ່ຜົວເມຍ ແລະລູກສາມຄົນຂອງເຂົາເຈົ້າ. ຢູ່ໃຈກາງເຮືອນໄດ້ປັກທຸງຊາດຫວຽດນາມ ແລະລາວ. ໃນຊ່ວງເວລາຫວ່າງໃນລະດູການເຮັດໄຮ່ເຮັດນາ, ເອື້ອຍ ຢົວ ໄດ້ຍາດເວລາປັກແສ່ວຊຸດພື້ນເມືອງມົ້ງໃຫ້ສະມາຊິກໃນຄອບຄົວເພື່ອຫ້າງຫາກະກຽມໃຫ້ແກ່ບຸນເຕັດ. ອ້າຍ ຈາ ເປັນພະນັກງານການແພດທ້ອງຖິ່ນ. ທຸກໆມື້, ນອກຈາກການດູແລສຸຂະພາບຂອງຊາວບ້ານແລ້ວ, ອ້າຍ ຈາ ແລະເມຍ ຂອງລາວຍັງໄດ້ຕັ້ງໜ້າເຮັດກະສິກຳເພີ່ມຜະລິດຜົນ, ຄ່ອຍໆສ້າງຊີວິດໃຫ້ມີຢູ່ມີກິນ ແລະມີຄວາມສຸກ. ອ້າຍ ຈາ ໄດ້ແບ່ງປັນວ່າ: "ສຳລັບຄອບຄົວຂອງຂ້າພະເຈົ້າ, ຊາຍແດນບໍ່ແມ່ນອຸປະສັກອີກຕໍ່ໄປ, ແຕ່ເປັນສະຖານທີ່ເຊື່ອມຕໍ່ຄວາມຮັກ. ງານບຸນ, ບຸນເຕັດແຕ່ລະເທື່ອ, ຍາດຕິພີ່ນ້ອງຈາກທັງສອງຝ່າຍໄດ້ມາຢ້ຽມຢາມກັນ, ເຊີນກັນກິນອາຫານຕົ້ນປີໃໝ່ທີ່ເຕັມໄປດ້ວຍຄວາມຮັກແພງ ແລະອວຍພອນເຊິ່ງກັນ ແລະກັນໃຫ້ມີປີໃໝ່ທີ່ສະຫງົບສຸກ ແລະຈະເລີນຮຸ່ງເຮືອງ."

leftcenterrightdel
ຄອບຄົວຂອງ ອ້າຍ ຈາ ແລະເມຍຂອງລາວ (ຄົນລາວ ທີ່ໄດ້ຮັບສັນຊາດຫວຽດນາມ), ຢູ່ບ້ານລາວໂຄ 1, ຕາແສງ ພຽງຄວາຍ. ພາບ: baosonla.vn

ອອກຈາກບ້ານລາວໂຄ 1, ພວກຂ້າພະເຈົ້າໄດ້ສືບຕໍ່ໄປຍັງບ້ານດິນຈີ, ເຊິ່ງເປັນບ້ານແຮກສ່ຽວກັບບ້ານປ່າຄົມນ້ອຍຢູ່ເມືອງຊຽງຄໍ້, ແຂວງຫົວພັນ, ປະເທດລາວ. ຢູ່ເທິງເນີນພູ, ຊາວທ້ອງຖິ່ນທັງສອງບ້ານກຳລັງເກັບກ່ຽວສາລີທ້າຍລະດູ. ທ່າມກາງດິນສີນ້ຳຕານ, ຖົງສາລີໄດ້ຈັດວາງຊ້ອນກັນໄປຕາມເສັ້ນທາງ, ເປັນແຖວທີ່ສວຍງາມ, ບົ່ງບອກເຖິງການເກັບກ່ຽວທີ່ອຸດົມສົມບູນ. ອ້າຍ ເຕັນ ລາວແຕງ, ນາຍບ້ານດິນຈີ, ໄດ້ແບ່ງປັນວ່າ: ປີກາຍນີ້, ຊາວບ້ານໄດ້ບໍລິຈາກເກືອ 450 ກິໂລກຣາມ ເພື່ອສະໜັບສະໜູນຄອບຄົວທີ່ທຸກຍາກຂອງບ້ານປ່າຄົມນ້ອຍ; ອໍານາດການປົກຄອງຂອງບ້ານຈຽງເຕືອງ (ໃນເມື່ອກ່ອນ) ໄດ້ໜູນຊ່ວຍແນວພັນສາລີປະສົມ 100 ກິໂລກຣາມ ໃຫ້ແກ່ປະຊາຊົນໃນບ້ານເພື່ອນ.

ພວກຂ້າພະເຈົ້າໂຊກດີຫຼາຍທີ່ໄດ້ຢູ່ບ້ານລອງພຽງ ໃນມື້ທີ່ຄ້າຍທະຫານຊາຍແດນຈຽງເຕືອງ ສົມທົບກັບອົງການກຸສົນຈັດໂຄງການ "ລະດູບານໃໝ່ຢູ່ຊາຍແດນອົບອຸ່ນໃຈຊາວບ້ານ" ດ້ວຍກິດຈະກຳທີ່ມີຄວາມໝາຍຫຼາຍຢ່າງ, ໃນນັ້ນ, ມີການເຄື່ອນໄຫວກວດ, ເບິ່ງແຍງດູແລຕາ ໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນບ້ານຕ່າງໆ.

ໃນຈຳນວນຄົນທີ່ຢືນລຽນແຖວຢູ່ຕໍ່ໜ້າໂຕະກວດ, ພວກຂ້າພະເຈົ້າໄດ້ເຫັນປະຊາຊົນຈຳນວນຫຼາຍມາຈາກບ້ານຕ່າງໆຂອງລາວ. ບໍ່ມີການຈຳແນກລະຫວ່າງປະຊາຊົນທີ່ຢູ່ສອງຝັ່ງຊາຍແດນ, ທຸກຄົນໄດ້ຮັບການຕ້ອນຮັບ ແລະກວດສຸຂະພາບຄືຄົນຄອບຄົວດຽວກັນ. ທ່ານນາງ ລີ ທິ ຟົວ, ມາຈາກບ້ານປ່າຄົມນ້ອຍ, ເມືອງຊຽງຄໍ້, ແຂວງຫົວພັນ, ລາວ, ໄດ້ກ່າວວ່າ: "ໄດ້ມາກວດສຸຂະພາບຢູ່ພີ້ ແລະໄດ້ໄປຢ້ຽມຢາມພໍ່ແມ່ປະຊາຊົນແຮກສ່ຽວ, ຂ້າພະເຈົ້າດີໃຈຫຼາຍ.  ຄວາມໝົດຈິດໝົດໃຈຂອງທ່ານໝໍຫວຽດນາມ ເຮັດໃຫ້ຂ້ອຍອົບອຸ່ນໃຈ."

ລະດູໃບບານໃໝ່ໄດ້ມາຮອດແລ້ວ ພ້ອມກັບສີສັນສົດໃສຂອງດອກໝາກຄາຍ, ທົ່ງນາສາລີທີ່ກຳລັງສຸກງອມແຜ່ກະຈາຍໄປໃນທົ່ວເຮືອນຫຼັງຕ່າງໆ. ມັນເປັນອີກລະດູໃບບານໃໝ່ຂອງສາຍພົວພັນທີ່ສະໜິດແໜ້ນ, ໝັ້ນແກ່ນລະຫວ່າງປະຊາຊົນບ້ານແຮກສ່ຽວຕ່າງໆ; “ທ່າຮົບໃນໃຈປະຊາຊົນ” ໄດ້ເພີ່ມພູນຄູນສ້າງ, ກາຍເປັນພື້ນຖານສໍາຄັນໃນການປົກປັກຮັກສາຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະພັດທະນາແບບຍືນຍົງ.

ໂດຍ: ດັ້ງເກື່ອງ