ຈາກນັ້ນມາ, ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ໃນເງື່ອນໄຂໃໝ່ ແລະຍາດໄດ້ຜົນງານອັນໃຫຍ່ຫຼວງກວ່າເກົ່າ, ມີການພັດທະນາຮອບດ້ານ ແລະເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ.

ບົນພື້ນຖານນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ລັດຖະບານສອງປະເທດ ຫວຽດນາມ ແລະລາວ ໄດ້ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດຢ່າງເປັນລະບົບກວ່າອີກ. ໃນຫຼາຍໂຄງການລົງທຶນທີ່ມີປະສິດທິຜົນນັ້ນ, ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດສອງປະເທດ, Unitel ເປັນສັນຍາລັກແຫ່ງຄວາມສຳເລັດທີ່ເປັນແບບຢ່າງ.

ການເດີນທາງຂອງ Unitel ມາເປັນເວລາ 16 ປີ ໄດ້ສ້າງຜົນງານທີ່ໜ້າປະທັບໃຈ, ຄື: ຈາກຜູ້ປະກອບການດ້ານເຄືອຂ່າຍໂທລະຄົມມະນາຄົມຂະໜາດນ້ອຍທີ່ສຸດໄດ້ກາຍເປັນວິສາຫະກິດໂທລະຄົມມະນາຄົມນຳໜ້າຢູ່ລາວ ດ້ວຍອັດຕາສ່ວນຕະຫຼາດຂຶ້ນເຖິງ 58%. ຄຽງຂ້າງນັ້ນ, Unitel ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ເມື່ອສ້າງວຽກເຮັດງານທໍາໃຫ້ແກ່ຜູ້ອອກແຮງງານເກືອບ 30.000 ຄົນ, ແມ່ນບໍລິສັດຢືນອັນດັບທີ 2 ຢູ່ລາວ ກ່ຽວກັບການປະກອບສ່ວນດ້ານອາກອນ ແລະງົບປະມານ. ທ່ານ ເຈິ່ນຈູງຮືງ ຜູ້ອຳນວຍການໃຫຍ່ Unitel ໃຫ້ຮູ້ວ່າ: “ເມື່ອພວກຂ້າພະເຈົ້າ ຜັນຂະຫຍາຍການບໍລິການໃຫ້ປະຊາຊົນ, ຍາມໃດກໍ່ໄດ້ຮັບການສະໜັບສະໜູນຈາກປະຊາຊົນ. ບັນດາກະຊວງ, ຂະແໜງການຕ່າງໆຂອງລາວ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ພວກຂ້າພະເຈົ້າ ໃນການເຄື່ອນໄຫວດໍາເນີນທຸລະກິດ. ສິ່ງນັ້ນແມ່ນຍ້ອນສາຍພົວພັນພິເສດລະຫວ່າງຫວຽດນາມ-ລາວ”.

leftcenterrightdel
Unitel ແມ່ນຫົວໜ່ວຍຮ່ວມທຸລະກິດລະຫວ່າງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ Viettel (ຫວຽດນາມ) ແລະລາວ Asia Telecom. Unitel ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009. ພາບ: vov.vn

ການຮ່ວມມືດ້ານເສດຖະກິດໄດ້ກາຍເປັນພື້ນຖານອັນຍາວນານໃນການພົວພັນລະຫວ່າງສອງປະເທດ ແລະນັບມື້ນັບຈະເລີນເຕີບໂຕຂຶ້ນເລື້ອຍໆ. ປີ 2024, ວົງເງິນການຄ້າສອງປະເທດ ຫວຽດນາມ-ລາວ ບັນລຸໄດ້ 2,25 ຕື້ໂດລາສະຫະລັດ, ນີ້ແມ່ນລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ກ້າວສູ່ປີ 2025, ການພົວພັນດ້ານເສດຖະກິດ-ການຄ້າລະຫວ່າງຫວຽດນາມ ແລະລາວ ສືບຕໍ່ຮັບຮູ້ມີການຫັນປ່ຽນຢ່າງຕັ້ງໜ້າ, ວົງເງິນການຄ້າເຕີບໂຕຢ່າງແຂງແຮງ. ຕາມຂໍ້ມູນແລ້ວ, ໃນ 10 ເດືອນຕົ້ນປີ 2025, ວົງເງິນການຄ້າ ຫວຽດນາມ-ລາວ ບັນລຸ 2,56 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 50,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ກ່ຽວກັບການເຄື່ອນໄຫວລົງທຶນ, ຫວຽດນາມ ມີ 267 ໂຄງການລົງທຶນຍັງມີຜົນສັກສິດຢູ່ລາວ, ດ້ວຍທຶນຈົດທະບຽນກວ່າ 6,2 ຕື້ໂດລາສະຫະລັດ. ຫວຽດນາມ ສືບຕໍ່ຮັກສາອັນດັບທີ 3 ໃນຈໍານວນບັນດາປະເທດທີ່ມີການເຄື່ອນໄຫວລົງທຶນໃຫຍ່ທີ່ສຸດຢູ່ລາວ (ຖັດຈາກຈີນ ແລະໄທ).

ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ ໃຫ້ຮູ້ວ່າ ສ່ວນຫຼາຍວິສາຫະກິດຫວຽດນາມ ລົງທຶນດໍາເນີນທຸລະກິດຢູ່ ລາວ ແມ່ນມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະຮັບປະກັນຊີວິດສັງຄົມ: “ການເຄື່ອນໄຫວລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ ພວມມີທ່າອ່ຽງເພີ່ມຂຶ້ນອີກຕື່ມຕາມທິດຍືນຍົງກວ່າ. ປີ 2024, ທຶນຈົດທະບຽນລົງທຶນຢູ່ລາວ ແມ່ນ 191,1 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 62,1% ເມື່ອທຽບໃສ່ປີ 2023. ບັນດາໂຄງການສຸມໃສ່ຕົ້ນຕໍໃນຂົງເຂດຂຸດຄົ້ນແຮ່ທາດ, ພະລັງງານ, ກະສິກຳ ແລະການບໍລິການດ້ານການຄ້າ”.

ຄຽງຂ້າງການຊຸກຍູ້ດ້ານການຄ້າ ແລະການລົງທຶນສອງສົ້ນ, ການຮ່ວມມືໃນຂົງເຂດການສຶກສາ, ພັດທະນາຊັບພະຍາກອນມະນຸດ ແລະບໍາລຸງສ້າງວິຊາຊີບກໍ່ແມ່ນຈຸດພົ້ນເດັ່ນທີ່ສຳຄັນໃນການກໍ່ສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະລາວ.

ປະຈຸບັນ, ມີນັກສຶກສາລາວ 14.000 ຄົນ ພວມຮໍ່າຮຽນຢູ່ຫວຽດນາມ. ລັດຖະບານລາວ ກໍ່ໄດ້ບໍາລຸງສ້າງພະນັກງານ, ນັກສຶກສາຫວຽດນາມ 5000 ກວ່າຄົນ. ນີ້ແມ່ນຕົວເລກສະແດງໃຫ້ເຫັນຄວາມມານະພະຍາຍາມ, ຄວາມຕັດສິນໃຈ ແລະມີຄວາມໝາຍສຳຄັນໃນການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ.

ນັກສຶກສາລາວເກືອບທັງໝົດເມື່ອຮຽນຈົບແລ້ວກໍ່ໄດ້ກັບຄືນປະເທດ ແລະໄດ້ນຳເອົາຄວາມຮູ້, ທັກສະທີ່ໄດ້ຮຽນມາໄປປະຕິບັດຕົວຈິງ ແລະນຳມາເຊິ່ງການປ່ຽນແປງຢ່າງຕັ້ງໜ້າໃນໜ້າທີ່ວຽກງານ.

leftcenterrightdel
ທ່ານ ກົງໄຈ (ເບື້ອງຊ້າຍ) ໄດ້ຮັບໃບຍ້ອງຍໍຈາກລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ຍ້ອນມີຜົນງານປະກອບສ່ວນເຂົ້າໃນການຮ່ວມມືພັດທະນາການຄ້າລະຫວ່າງສອງປະເທດ. ພາບ: vov.vn

ອ້າຍ ກົງໄຈ, ເຮັດວຽກຢູ່ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແບ່ງປັນວ່າ: “ໂດຍສ່ວນຕົວຂ້າພະເຈົ້າ ເຫັນວ່າ, ບັນດາຄວາມຮູ້ໃນໄລຍະ 5 ປີທີ່ຮຽນຢູ່ຫວຽດນາມ ແມ່ນມີຄຸນຄ່າທີ່ສຸດ ເຊິ່ງມັນໄດ້ຊ່ວຍໃຫ້ຂ້າພະເຈົ້າ ເຮັດສຳເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ. ປະຈຸບັນ, ຂ້າພະເຈົ້າ ພວມກະກຽມກັບຄືນໄປສືບຕໍ່ຮຽນປະລິນຍາໂທຢູ່ຫວຽດນາມ”.

ສືບທອດມູນເຊື້ອມິດຕະພາບອັນດີງາມທີ່ໄດ້ຮັບການກໍ່ສ້າງໃນຕະຫຼອດ 60 ກວ່າປີຜ່ານມາ, ໄດ້ມີຫຼາຍຮູບແບບ, ວິທີເຮັດທີ່ດີ, ຮັດແໜ້ນຄວາມສາມັກຄີຕື່ມອີກ ແລະຮ່ວມມືພ້ອມກັນພັດທະນາ, ພົ້ນເດັ່ນແມ່ນຮູບແບບແຮກສ່ຽວ ແລະການທູດປະຊາຊົນລະຫວ່າງບັນດາແຂວງຂອງລາວ ທີ່ມີເສັ້ນຊາຍແດນຕິດຈອດກັບບັນດາແຂວງຂອງຫວຽດນາມ. ການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ການປ້ອງກັນຊາດ.

ສອງຝ່າຍໄດ້ສົມທົບກັນເຄື່ອນໄຫວໂຄສະນາເຜີຍແຜ່ໃຫ້ແກ່ພະນັກງານ, ປະຊາຊົນກ່ຽວກັບມູນເຊື້ອສາມັກຄີ, ມິດຕະພາບແບບພິເສດ ຫວຽດນາມ-ລາວ ເປັນຢ່າງດີ, ພ້ອມກັນປະຕິບັດສັນຍາວ່າດ້ວຍກົດລະບຽບຊາຍແດນແຫ່ງຊາດເປັນຢ່າງດີ, ເຫັນດີເປັນເອກະພາບຫຼາຍແຜນນະໂຍບາຍ, ມາດຕະການແນໃສ່ທັບມ້າງກົນອຸບາຍທຳລາຍຂອງອິດທິກໍາລັງປໍລະປັກ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ສະພາບແວດລ້ອມແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງ.

ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ເນັ້ນໜັກວ່າ: “ຂ້າພະເຈົ້າ ເຊື່ອໝັ້ນວ່າເຖິງວ່າໂລກມີການປ່ຽນແປງຄືແນວໃດກໍ່ຕາມ, ແຕ່ດ້ວຍຄວາມຕັດສິນໃຈຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ຜ່ານການກໍານົດທິດໃນການພົວພັນສອງປະເທດໃນໄລຍະຈະມາເຖິງ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ທີ່ໄດ້ສ້າງຂຶ້ນດ້ວຍເຫື່ອແຮງ ແລະເລືອດເນື້ອຂອງຄົນລຸ້ນຕ່າງໆຂອງສອງປະເທດ ຈະນັບມື້ນັບພັດທະນາ”.

ທຸກໆບາດກ້າວເດີນຂອງສອງຊາດ ຫວຽດນາມ ແລະລາວ ໃນປະຈຸບັນລ້ວນແຕ່ໄດ້ຮັບການປະກອບສ່ວນຢ່າງຕັ້ງໜ້າຂອງສອງຝ່າຍ, ເຮັດໃຫ້ການພົວພັນຮ່ວມມືຮອບດ້ານ ຫວຽດນາມ-ລາວ ນັບມື້ນັບແໜ້ນແຟ້ນໝັ້ນແກ່ນ, ເພື່ອອະນາຄົດທີ່ສົດໃສ.

ໂດຍ: ເຈິ່ນຮວ່ຽນ