ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 6 ມັງກອນ 2026 ແລະຈະດຳເນີນໄປຈົນຮອດວັນທີ 8 ມັງກອນ 2026 ຢູ່ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດລາວ, ມີກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ພ້ອມດ້ວຍບັນດາສະມາຊິກພັກສົມບູນ ທັງໝົດ 834 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 421.865 ສະຫາຍ, ຊຶ່ງຜູ້ແທນກອງປະຊຸມໃຫຍ່ ແມ່ນຮັບປະກັນທາງດ້ານໂຄງປະກອບ, ມີຄຸນນະພາບ, ມີມາດຕະຖານ ແລະເງື່ອນໄຂຖືກຕ້ອງຄົບຖ້ວນ, ເປັນຕົວແທນຂອງບັນດາຊັ້ນຄົນ, ຊົນເຜົ່າ, ເພດ-ໄວ ແລະໄດ້ຜ່ານການເລືອກຕັ້ງຈາກກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການທຽບເທົ່າກະຊວງ ແລະທ້ອງຖິ່ນ ໃນຂອບເຂດທົ່ວປະເທດ.

leftcenterrightdel
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ກ່າວສູນທອນພົດໄຂກອງປະຊຸມຢ່າງເປັນທາງການ ຊຶ່ງມີບາງເນື້ອໃນສຳຄັນວ່າ: ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຄັ້ງນີ້, ດຳເນີນພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ເປັນເຫດການການເມືອງ ທີ່ສຳຄັນໜຶ່ງຂອງພັກ-ຂອງຊາດ ຊຶ່ງຈະໄດ້ທົບທວນຄືນຜົນຂອງການຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກຳນົດແນວທາງ, ນະໂຍບາຍ ແລະ ແຜນປະຕິບັດງານຂອງພັກ ແລະຂອງປະເທດ ໃນ 5 ປີຕໍ່ໜ້າ ແລະ ອາດຈະໄດ້ກຳນົດວິໄສທັດ ຍາວໄປກວ່ານັ້ນ ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ສູ່ລວງເລິກຕໍ່ໆໄປ.

ພ້ອມທັງ ຈະໄດ້ພິຈາລະນາ ແລະຮັບຮອງເອົາໂຄງການການເມືອງຂອງພັກ ສະບັບທີ III ຊຶ່ງຈະໄດ້ຢືນຢັນ ແລະກຳນົດຈຸດໝາຍ, ເສັ້ນທາງກ້າວເດີນຂອງປະເທດຊາດ ຮອດປີ 2055 ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ຈຸດໝາຍປາຍທາງຂອງການປະຕິວັດ. ພ້ອມນີ້, ຍັງຈະໄດ້ພ້ອມກັນພິຈາລະນາ, ຮັບຮອງເອົາຮ່າງລາຍງານການເມືອງ ແລະຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຊຶ່ງນອກຈາກການຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະແຜນພັດທະນາ ສະບັບທີ IX ແລ້ວ, ພວກເຮົາຍັງຈະໄດ້ວາງແນວທາງ, ແຜນນະໂຍບາຍ, ວິໄສທັດຮອດປີ 2055, ຍຸດທະສາດພັດທະນາ 10 ປີ (2026-2035) ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ເພື່ອຜັນຂະຫຍາຍໂຄງການການເມືອງຂອງພັກ ໃຫ້ເປັນອັນລະອຽດຕື່ມອີກ. ນອກນັ້ນ, ຍັງຈະໄດ້ພິຈາລະນາ ແລະຮັບຮອງເອົາຮ່າງກົດລະບຽບສະບັບປັບປຸງຂອງພັກ ແນໃສ່ສ້າງພັກເຮົາໃຫ້ນັບມື້ເຕີບໃຫຍ່ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ຍົກສູງບົດບາດການນຳພາທີ່ເຂັ້ມແຂງ, ກ້າວຂຶ້ນເຮັດຫລ້ອນພາລະກໍາປະຫວັດສາດອັນມີກຽດສະຫງ່າຂອງຕົນ ໃນໄລຍະໃໝ່. ອັນທີ່ສໍາຄັນກອງປະຊຸມໃຫຍ່ ຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ສະແດງອອກເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວພັກ, ຮັບປະກັນລັກສະນະສືບທອດປ່ຽນແທນ ແລະເຮັດໃຫ້ຖັນແຖວການນໍາຂັ້ນຍຸດທະສາດຂອງສູນກາງພັກເຮົາ ນັບມື້ນັບໜຸ່ມແໜ້ນ, ເຕັມໄປດ້ວຍສະຕິປັນຍາ, ຄວາມຊື່ສັດ-ບໍລິສຸດຜຸດຜ່ອງ ແລະຈົງຮັກພັກດີຕໍ່ອຸດົມການຂອງພັກ ກໍຄື ເສັ້ນທາງກ້າວເດີນຂອງປະເທດຊາດ, ສາມາດແບກຫາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ແລະປະຊາຊົນ ມອບໝາຍໃຫ້.

leftcenterrightdel
 
leftcenterrightdel
ບັນຍາກາດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.

ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມເຊື່ອໝັ້ນ ແລະຫວັງເປັນຢ່າງຍິ່ງວ່າ ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈະເຊີດຊູຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ, ເສີມຂະຫຍາຍປະຊາທິປະໄຕ ຢ່າງແຂງແຮງ, ສຸມຈິດສຸມໃຈ ແລະສະຕິປັນຍາ ເຂົ້າໃສ່ການຄົ້ນຄວ້າ, ຄິດຫງໍາ ແລະປະກອບຄວາມເຫັນ ເພື່ອປັບປຸງ, ບູລະນະແນວທາງ, ແຜນນະໂຍບາຍ ໃຫ້ຖືກຕ້ອງ, ສອດຄ່ອງ ແລະແທດກັບຄວາມເປັນຈິງ, ຕົກລົງບັນຫາຕ່າງໆ ທີ່ກອງປະຊຸມຍົກຂຶ້ນ ດ້ວຍມານະຈິດປະຕິວັດ, ບຸກເຮັດໃຫ້ກອງປະຊຸມໃຫຍ່ຂອງພັກເຮົາ ບັນລຸຜົນສໍາເລັດຕາມຈຸດປະສົງ ແລະລະດັບຄາດໝາຍທີ່ວາງໄວ້ທຸກປະການ.

ອຸດົມການອັນບໍລິສຸດຜຸດຜ່ອງຢ່າງສະເໝີຕົ້ນສະເໝີປາຍຂອງພັກເຮົາ ຕະຫຼອດ 70 ປີນັ້ນ ແມ່ນຍາມໃດກໍຈົງຮັກພັກດີຕໍ່ຜົນປະໂຫຍດອັນເປັນພື້ນຖານຂອງປະຊາຊົນຊາວຜູ້ອອກແຮງງານລາວບັນດາເຜົ່າ, ພັກເຮົາບໍ່ມີຜົນປະໂຫຍດອື່ນໃດ ນອກຈາກເຮັດທຸກສິ່ງທຸກຢ່າງ ເພື່ອຄວາມເປັນເອກະລາດ ແລະຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ, ເພື່ອຄວາມເປັນອິດສະລະພາບ, ຄວາມຮົ່ມເຢັນເປັນສຸກຂອງປະຊາຊົນລາວທຸກທົ່ວໜ້າ. ນັບແຕ່ມື້ສ້າງຕັ້ງຂຶ້ນ, ພັກເຮົາໄດ້ຍຶດໝັ້ນ ໃນສິ່ງທີ່ພັກຢືນຢັນມາແຕ່ຫົວທີວ່າ ລັກສະນະຂອງການປະຕິວັດ ຢູ່ປະເທດເຮົາ ແມ່ນການປະຕິວັດຊາດ-ປະຊາທິປະໄຕ ພາຍໃຕ້ການນຳພາຂອງພັກຂອງຊົນຊັ້ນກຳມະກອນ ແລະຈຸດປະສົງສຸດທ້າຍ ບໍ່ແມ່ນຢຸດຢູ່ໃນການໄດ້ມາເຊິ່ງເອກະລາດແຫ່ງຊາດ ແລະຄວາມເປັນປະຊາທິປະໄຕແບບໃໝ່ເທົ່ານັ້ນ ຫາກຍັງຕ້ອງນໍາພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ, ຈຸດໝາຍດັ່ງກ່າວ ແມ່ນເສັ້ນທາງທີ່ຕ້ອງເປັນໄປຂອງການປະຕິວັດ ຢູ່ປະເທດເຮົາ ພາຍໃຕ້ການນຳຂອງພັກປະຊາຊົນປະຕິວັດລາວ.

ແຫຼ່ງຄັັດຈາກ ສໍານັກຂ່າວສານປະເທດລາວ