ທ່ານ ຄຳພັນ ເຜີຍຍະວົງ ໃຫ້ຮູ້ວ່າ ເພື່ອປະຕິບັດເປົ້າໝາຍມຸ່ງໄປເຖິງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 100 ປີ, ລາວ ຈະສຸມໃສ່ຜັນຂະຫຍາຍປະຕິບັດໂຄງການການເມືອງ ສະບັບທີ 3 ຂອງພັກ, ໃນນັ້ນ ແມ່ນກຳນົດແຈ້ງທິດທາງ, ເປົ້າໝາຍ ແລະ 11 ນະໂຍບາຍໃຫຍ່. ໂຄງການການເມືອງ ສະບັບທີ 3 ຂອງພັກປະຊາຊົນປະຕິວັດລາວ ໄດ້ກຳນົດແຈ້ງໄລຍະການພັດທະນາປະເທດຮອດປີ 2055, ເຊິ່ງເປັນຈຸດເວລາສະເຫຼີມສະຫຼອງວັນສ້າງຕັ້ງພັກຄົບຮອບ 100 ປີ, ດ້ວຍເປົ້າໝາຍສູ້ຊົນສ້າງປະເທດໃຫ້ກາຍເປັນປະເທດພັດທະນາມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ກັບກຸ່ມປະເທດທີ່ມີລາຍຮັບສູງເທື່ອລະກ້າວ.

leftcenterrightdel
ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ ຄຳພັນ ເຜີຍຍະວົງ ແລ້ວ, 11 ນະໂຍບາຍໃຫຍ່ໃນໂຄງການການເມືອງ ສະບັບທີ 3 ຂອງພັກປະຊາຊົນປະຕິວັດລາວ ລວມມີ: ນະໂຍບາຍພັດທະນາພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ນະໂຍບາຍ, ມາດຕະການຊຸກຍູ້ການຫັນເປັນອຸດສາຫະກໍາ, ທັນສະໄໝ, ຫັນເປັນດີຈີຕອນ; ນະໂຍບາຍປົກປັກຮັກສາ, ຟື້ນຟູສິ່ງແວດລ້ອມ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ນະໂຍບາຍພັດທະນາວັດທະນະທໍາ-ສັງຄົມ; ນະໂຍບາຍພັດທະນາຄົນລາວ ຕາມທິດສ້າງຄົນລາວໃໝ່-ສັງຄົມນິຍົມ; ນະໂຍບາຍສ້າງກຳລັງບົ່ມຊ້ອນປ້ອງກັນຊາດທົ່ວປວງຊົນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ,  ຄວາມປອດໄພໃນສັງຄົມ; ນະໂຍບາຍການພົວພັນຕ່າງປະເທດຕາມແນວທາງການພົວພັນຕ່າງປະເທດຂອງພັກ; ນະໂຍບາຍກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຮັບປະກັນບົດບາດການນຳພາ, ກຳອຳນາດຂອງພັກ; ນະໂຍບາຍສ້າງລັດແຫ່ງອຳນາດກົດໝາຍປະຊາທິປະໄຕປະຊາຊົນ, ຄຸ້ມຄອງສັງຄົມດ້ວຍກົດໝາຍ; ນະໂຍບາຍປັບປຸງ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ແລະນະໂຍບາຍເປີດກວ້າງ ແລະເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ຕາມທິດນຳທີ່ວ່າ: ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມກວດກາ ແລະປະຊາຊົນຊົມໃຊ້ຢ່າງຍຸຕິທຳ, ຊອບທໍາ.

ກ່ຽວກັບເປົ້າໝາຍພັດທະນາປະເທດລາວ ໃນ 5 ປີຈະມາເຖິງ, ທ່ານ ຄຳພັນ ເຜີຍຍະວົງ ໃຫ້ຮູ້ວ່າ, ນອກຈາກ 11 ນະໂຍບາຍໃຫຍ່ທີ່ໄດ້ກຳນົດແຈ້ງໃນໂຄງການການເມືອງ ສະບັບທີ 3 ຂອງພັກປະຊາຊົນປະຕິວັດລາວແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ກໍ່ຈະຍົກອອກເປົ້າໝາຍສູ້ຊົນໃນທຸກຂົງເຂດໃນ 5 ປີຈະມາເຖິງ.

ລະອຽດ, ກ່ຽວກັບດ້ານເສດຖະກິດ, ລາວ ສູ້ຊົນໃຫ້ບັນລຸການເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ສະເລ່ຍໃນ 5 ປີໃຫ້ໄດ້ແຕ່ 6%ຕໍ່ປີຂຶ້ນໄປ; GDP ສະເລ່ຍຕໍ່ຫົວຄົນໃຫ້ບັນລຸ 3.104 ໂດລາສະຫະລັດ. ທາງດ້ານການເງິນ, ລາວ ສູ້ຊົນເກັບລາຍຮັບເຂົ້າງົບປະມານຂອງລັດໃຫ້ໄດ້ 554.400 ຕື້ກີບ (25,2 ຕື້ໂດລາສະຫະລັດ), ເທົ່າກັບ 20,95% GDP ຂຶ້ນໄປ ແລະຫຼຸດຜ່ອນໜີ້ສາທາລະນະໃຫ້ໄດ້ປະມານ 70% GDP. ກ່ຽວກັບເງິນຕາ, ລາວ ຈະຄວບຄຸມເງິນເຟີ້ໃຫ້ຢູ່ໃນລະດັບປະມານ 5% (ໂດຍມີລະດັບການເໜັງຕີງຂອງ +-2%) ແລະສໍາຮອງເງິນຕາຕ່າງປະເທດໃຫ້ພຽງພໍກັບການຄວບຄຸມຄ່າໃຊ້ຈ່າຍໃນການນໍາເຂົ້າຢ່າງໜ້ອຍ 5 ເດືອນໄປຂຶ້ນ. ໃນດ້ານການລົງທຶນ, ລາວ ຈະສູ້ຊົນລະດົມເງິນລົງທຶນໃຫ້ໄດ້ທັງໝົດ 636.178 ຕື້ກີບ, ເທົ່າກັບ 24%  GDP ຂຶ້ນໄປ.

ນອກຈາກນັ້ນ, ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 ຂອງລາວ ໄດ້ກຳນົດ 6 ເປົ້າໝາຍຈຸດສຸມ ແລະ 26 ລາຍການ, ແຜນການກະທໍາຈຸດສຸມ. 6 ເປົ້າໝາຍຈຸດສຸມໄດ້ສຸມໃສ່ຂົງເຂດຕ່າງໆ ຄື: ສຸມໃສ່ພັດທະນາເສດຖະກິດ; ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ຮູ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ພັດທະນາຢ່າງສົມຄູ່ລະຫວ່າງຕົວເມືອງ ແລະຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງເທື່ອລະກ້າວ; ປົກປັກຮັກສາ, ຄຸ້ມຄອງ, ນຳໃຊ້ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໃຫ້ຍືນຍົງ; ສາມາດກຽມພ້ອມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະໄພພິບັດຕ່າງໆ; ເພີ່ມທະວີການເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ ແລະສາກົນ ຢ່າງກວ້າງຂວາງ ແລະມີປະສິດທິຜົນ; ແລະຍົກສູງປະສິດທິພາບ, ປະສິດທິຜົນຂອງການຄຸ້ມຄອງ ແລະການບໍລິຫານຂອງລັດ.

ໂດຍ: ເຈິ່ນຮວ່ຽນ